ໃນ​ວັນ​ທີ 29 ສີງ​ຫາ 2025 ທີ່ຜ່ານມາໂຮງ​ຮຽນການ​ເມືອງ ​ແລະ​ ການ​ປົກ​ຄອງ ​ແຂວງໄຊ​ຍະ​ບູ​ລີ ໄດ້ຈັດພິ​ທີ​ມອບ​-ຮັບ​​ໜ້າທີ່ຫົວໜ້າ​​​ໂຮງ​ຮຽນການ​ເມືອງ ​ແລະ​ ການ​ປົກ​ຄອງແຂວງໄຊ​ຍະ​ບູ​ລີ ລະ​ຫວ່າງ ຜູ້​ເກົ່າ ແລະຜູ້​ໃໝ່, ​ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ປະ​ທານ​ໂດຍ: ​ທ່ານ ສົມ​ຫວັງ ແກ້ວ​ວິ​ໄລ​ສັກ ​ຄະ​ນະ​ປະ​ຈຳ​ພັກ​ແຂວງ, ປະ​ທານກວດ​ກາ​ພັກ​-ລັດແຂວງ, ປະ​ທານ​ຕ້ານ ແລະສະ​ກັດ​ກັ້ນ​ການ​ສໍ້​ລາດ​ບັງ​ຫຼວງ​ຂັ້ນ​ແຂວງ, ​ມີ​ຫົວ​ໜ້າ, ​ຮອງ​ຫົວ​ໜ້າ​ພະ​ແນກ​ການ​ອ້ອມ​ຂ້າງ​ແຂວງ​ກໍ່​ໄດ້ເຂົ້າຮ່ວມ​, ພ້ອມ​ດ້ວຍ​ພະ​ນັກ​ງານ​, ຄູ-​ອາ​ຈານ ແລະ​ນັກ​ສືກ​ສາພາຍໃນໂຮງ​ຮຽນ​ກໍ່​ໄດ້​ເຂົ້າຮ່ວມ​ຢ່າງ​ພ້ອມ​ພຽງ.

ໃນ​ໂອ​ກາດ​ດຽວກັນ​ນີ້ ​ທ່ານ ປອ. ສີ​ສອນ​ພັນ ​ບຸນ​ສີ ກໍ່​ໄດ້​ລາຍງ​ານ​ໂດຍຫຍໍ້ ຕໍ່​ທ່ານ​ປະ​ທານ ແລະແຂກ​ທີ່​ຖືກ​ເຊີນ​ວ່າ: ​ຄະ​ນະ​ພັກ​ໂຮງ​ຮຽນໄດ້​ສຸມ​ໃສ່​ນຳ​ພາ​ສືກ​ສາ​ອົບ​ຮົມ ດ້ານ​ການ​ເມືອງ​-ແນວ​ຄິດໃຫ້​ສະ​ມາ​ຊີກ​ພັກ-ລັດ​ຖະ​ກອນ​ ແລະ​ຄູ-ອາ​ຈານຢ່າງ​ເປັນ​ປົກ​ກະ​ຕິ​ດ້ວຍ​ຫຼາຍ​ຮູບ​ການ, ຫຼາຍ​ເນື້ອ​ໃນ​ຢ່າງ​ຕໍ່​ເນື້ອງ, ນຳ​ເອົາ​ແນວ​ທາງ,ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ລະ​ບຽບ​ກົດ​ໝາຍ​ຂອງ​ລັດ​, ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIຂອງພັກ​, ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ່ VII ຂອງ​ອົງ​ຄະ​ນະ​ພັກ​ແຂວງ, ມະ​ຕິ​ກອງ​ປະ​ຊຸມໃຫຍ່​ຄັ້ງ​ທີ VIຂອງ​ໜ່ວຍ​ພັກ, ​ມາ​ເຜີຍ​ແຜ່​ເຊື້ອມ​ຊືມ, ພ້ອມ​ດຽວ​ກັນ​ນັ້ນກໍ່​ໄດ​ເຂົ້າ​ຮ່ວມ​ໃນ​ວັນ​ສຳ​ຄັນຂອງ​ພັກ, ຂອງ​ຊາດ ແລະ​ນິ​ຕິ​ກຳ​ອື່ນໆ ແລະໄດ້​ສ້າງ​ຄວາມ​ຮັບ​ຮູ້​ທາງ​ດ້ານ​ການ​ເມືອງ​ທີ່​ໜັກ​ແໜ້ນ ມີ​ສະ​ຕິ​ເປັນ​ເຈົ້າຂອງ​ປະ​ເທດ​ຊາດຂອງ​ສະ​ມະ​ຊີກ​ພັກ-ພ​ະ​ນັກ​ງານ​​ສູງ​ຂື້ນ​ເປັນ​ກ້າວໆ.

ວຽກ​ງານ​ອົງ​ການ​ຈັດ​ຕັ້ງ​ໜ່ວຍ​ພັກ​ໂຮງ​ຮຽນ​ການ​ເມືອງ ແລະ ການ​ປົກ​ຄອງ​ແຂວງ​ເປັນ​ຮາກ​ຖານ​ພັກ​ໜຶ່ງ​ທີ່​ຂື້ນ​ກັບ​ການ​ນຳ​ພາ-ຊີ້​ນຳ​ໂດຍ​ກົງ​ຂອງ​ຄະ​ນະ​ພັກ​ແຂວງ ​ເຮັດບົດ​ບາດ​ໜ້າ​ທີ່​ໃນ​ການ​ເຜີຍ​ແຜ່​ໂຄ​ສະ​ນາ, ສືກ​ສາ​ອົບ​ຮົມ, ບຳ​ລຸງ​-ກໍ່​ສ້າງ​ສະ​ມະ​ຊີກ​ພັກ, ພະ​ນັກ​ງານ ​ພາຍ​ໃນ​ຂອບ​ເຂດ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນປະ​ກອບ​ມີ​ຄະ​ນະໜ່ວຍພັກຈຳ​ນວນ 4 ສະຫາຍ, ຍີງ 1 ສະ​ຫາຍ; ມີ​ສະ​ມາ​ຊິກ​ພັກທັງ​ໝົດ 23ສະ​ຫາຍ,ຍີງ 8ສະ​ຫາຍ. ​ໂດຍ​ມີ​ການ​ແບ່ງ​ຄວາມ​ຮັບ​ຜິດ​ຊອບ​ໃຫ້​ແຕ່​ລະ​ສະ​ຫາຍ​ຢ່າງ​ລະ​ອຽດ​ຈະ​ແຈ້ງ, ​ນຳ​ພາ​ເຄື່ອນ​ໄຫວ​ວຽກ​ງານຕາມ​ພາ​ລະ-​ບົດ​ບາດ​ຢູ່​ແຕ່​ລະ​ໜ້າ​ວຽກ, 2 ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ (ກຳ​ມະ​ບານ ແລະ​ແມ່​ຍີງ), ມີ​ການ​ສະ​ຫຼຸບ, ​ລາຍ​ງານ​ຢ່າງ​ເປັນ​ປົກ​ກະ​ຕິ ແລະ​ສຳ​ເລັດ​ການ​ເປີດກອງ​ປະ​ຊຸ​ມ​ໃຫຍ່​ຂອງ​ຕົນ, ສະ​ມາ​ຊີກ​ມີ​ສະ​ຕິ​ຕໍ່​ການ​ຈັດ​ຕັ້ງກໍ່ຄື​ຕໍ່​ລະ​ບຽບ​ຂອງ​ພັກ, ກົດ​ໝາຍຂອງ​ລັດ ​ແລະ​ເປັນ​ແບບ​ຢ່າງ​ນຳ​ໜ້າ​ໃຫ້​ແກ່​ມະ​ຫາ​ຊົນ  ແລະມີ​ຜົນ​ສຳ​ເລັດ​ໃນ​ໜ້າ​ທີ​່ວຽກ​ງານ​ຕາມ​ການມອບ​ໝາຍ.

         ທາງດ້ານວຽກ​ງານ​ວິ​ຊາ​ການກໍ່​ສຳ​ເລັດ ໃນການ​ເປັນ​ເຈົ້າ​ການ​ໃນ​ການ​ເປີດກອງ​ປະ​ຊຸມ​ສະ​ມະ​ນາ​ວິ​ທະ​ຍາ​ສາດ​ຮ່ວມ ແລະ​ກອງ​ປະ​ຊຸມ​ແລກ​ປ່ຽນ​ບົດ​ຮຽນ​ ລະ​ຫວ່າງ ​ໂຮງ​ຮຽນ​ການ​ເມືອງ ແລະ ​ການ​ປົກ​ຄອງ​ 6 ແຂວງພາກ​ເໜືອ ​ສຳ​ເລັດ​ການ​ຂຽນ​ບົດ​ວິ​ທະ​ຍາ​ສາດລະ​ດັບ​ພາກ​ຈຳ​ນວນ 2ຫົວ​ຂໍ້. ວຽກ​ງານ​ຂໍ້​ມູນ​ຂ່າວ​ສານ​​ໄດ້ສຳ​ເລັດ​ການ​ສ້າງ​ເວບ​ໄຊ ຂອງ​ໂຮງ​ຮຽນ​ການ​ເມືອງ ແລະ ການ​ປົກ​ຄອງ​ແຂວງ. ນອກນັ້ນ, ກໍ່ໄດ້​ມີ​ການ​ສັບ​ຊ້ອນ, ຈັດ​ວາງ​ລະ​ບົບ​ຖານ​ຂໍ້​ມູນ​ຄືນ​

ໃໝ່ໂດຍ​ສະ​ເພາະແມ່ນ​ບັນດາປື້ມ​ປະ​ເພດ​ຕ່າງໆທີມີຢູ່​ໃນຫ້ອງ​ສະ​ໝຸ​ດ ເພື່ອ​ເຮັດ​ໃຫ້​ຜູ້​ເຂົ້າ​ໄປ​ຊົມ​ໃຊ້​​​ມີ​ຄວາມສະ​ດວກ​ສະ​ບາຍ ແລະ​ວ່ອງ​ໄວ​ຂື້ນ​ໄປ​ຄຽງ​ຄູ່​ກັບ​ດ້ານ​ຕັ້ງ​ໜ້າ​ທີ່​ໄດ້​ສະ​ເໜີ​ຜ່ານ​ໄປ​ແລ້ວນັ້ນ ​ກໍ່​ຍັງ​ມີ​ດ້ານ​ອ່ອນ​ ແລະ​ຂໍ້​ຄົງ​ຄ້າງ​ຈຳ​ນວນ​ໜຶ່ງ​ທີ​ຈະ​ຕ້ອງ​ໄດ້​ສືບ​ຕໍ່​ປັບ​ປຸງ​ແກ້​ໄຂ.

         ໃນພິທີຍັງໄດ້ປະກາດການຍົກຍ້າຍ, ແຕ່ງຕັ້ງຫົວໜ້າຄົນເກົ່າຄື: ທ່ານ ປອ ສີສອນພັນ ບຸນສີ ຫົວໜ້າໂຮງ ຮຽນການເມືອງ ແລະ ການປົກຄອງແຂວງໄປເປັນຮອງພະແນກຈັດຕັ້ງແຂວງ ແລະໄດ້ຍົກຍ້າຍ ທ່ານ ປອ ນາງ ໄມພອນເຮີ ຂື້ນມາເປັນຜູ້ຮັກສາການຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຄົນໃໝ່

         ໃນ​ຕອນ​ທ້າຍພິ​ທີ​ ​ທ່ານ ​ສົມ​ຫວັງ ແກ້ວ​ວິ​ໄລ​ສັກ  ​ຄະ​ນະ​ປະ​ຈຳ​ພັກ​ແຂວງ, ປະ​ທານກວດ​ກາ​ພັກ​-ລັດແຂວງປະ​ທານ​ຕ້ານ ແລະ ສະ​ກັດ​ກັ້ນ​ການ​ສໍ້​ລາດ​ບັງ​ຫຼວງ​ຂັ້ນ​ແຂວງ​ໄດ້​ມີ​ຄຳ​ໂອ​ລົມ​ດັ່ງນີ້: ພະ​ນັກ​ງານ-ລັດ​ຖະ​ກອນ​ແຕ່​ລະ​ ທ່ານກ່ອນ​ທີ​ຈະ​ໄດ້​ພັກ​ການ-ຮັບ​ອູດ​ໜູນ​ບຳ​ນານ​ ໄປ​ຮັບ​ໜ້າ​ທີ​ໃໝ່ ​ກໍ່​ຕ້ອງ​ໄດ້​ເປັນ​ເຈົ້າ​ການ​ປະ​ຕິ​ບັດ​ໜ້າ​ທີ​ຄວາມ​ຮັບ​ຜິດ​ຊອບ​ຂອງຕົນ​ໃຫ້​ສຳ​ເລັດ, ມີ​ຄວາມ​ຮູ້, ຄວາມ​ສາ​ມາດ ແລະ​ເງືອນ​ໄຂ​ອື່ນໆ​ ​ທີ່​ຖືກ​ຕ້ອງ, ຄົບ​ຕາມ​ມາດ​ຖານ, ລະ​ບຽບ​ຫຼັກ​ການ​ທີ​ໄດ້​ກຳ​ນົດ​ໄວ້; ສ່ວນ​ການ​ແຕ່ງ​ຕັ້ງສັບ​ຊ້ອນ​ໜ້າ​ທີ່​ໃໝ່​ຕ້ອງ​ໄດ້​ຖື​ສຳ​ຄັນ​ວຽກ​ງານ​ການ​ເມືອງ-ແນວ​ຄິດ​ເປັນ​ວຽກ​ກົກ​ ທີ່​ຈະ​ຕ້ອງ​ໄດ້​ເຮັດ​ຢ່າງ​ເປັນ​ປະ​ຈຳ ແລະກໍ​ໄດ້​ລະ​ບຸ​ໄວ້​ຢູ່​ໃນ​ຄຳ​ສັ່ງເລກ​ທີ 01 ຂອງ​ກົມ​ການ​ເມືອງ​ເຊິ່ງ​ມີ 5 ເນື້ອ​ໃນ​ປັບ​ປຸງ​ການກໍ່​ສ້າງ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມ​ແຂງ ​ແລະໜັກ​ແໜ້ນ​ ໃຫ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດໃນ​ກຳ​ແໜ້ນແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ, ແນວ​ຄິດ​ທິດ​ສະ​ດີ​ ໄກ​ສອນ ພົມ​ວິ​ຫານ, ມູນ​ເຊື້ອຂອງ​ພັກ, ຂອງ​ຊາດແລ້ວ​ນຳ​ມາຈັດຕັ້ງ​ຜັນ​ຂະ​ຫຍາຍ​ເປັນ​ແຜນ​ການ​ໂຄງ​ການ​ອັນ​ລະ​ອຽດ​ ເພື້ອ​ຈັດ​ຕັ້ງ​ປະ​ຕິ​ບັດເປັນ​ແຕ່​ລະ​ໄລ​ຍະ. ສືບ​ຕໍ່ເປັນ​ເຈົ້າ​ການ​ຝືກ​ຝົນ​ຫຼໍ່​ຫຼອມ​ຄຸນ​ທາດ​ການ​ເມືອງ, ຄົນ​ສົມ​ບັດ​ສີນ​ທຳ​ປະ​ຕິ​ວັດ, ຄວາມ​ເປັນ​ແບບ​ຢ່າງ​ນຳ​ໜ້າ ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ​ການ​ເມືອງ​ ທີ່​ໄດ້​ຮັບການມອບ​ໝາຍ​ໃຫ້ສໍາເລັດ, ດຳ​ລົງ​ຊີ​ວິດ​ດ້ວຍຄວາມປອດ​ໃສ​ຂາວ​ສະ​ອາດ​, ​ເປັນ​ແບບ​ຢ່າງ​ນຳ​ໜ້າ​ເຊິ່ງ​ສະ​ແດງ​ອອກ​ໃນ​ການ​ເປັນ​ແບບ​ຢ່າງ ​ໃນການປະ​ຕິ​ບັດ​ກົດ​ລະ​ບຽບ​ຂອງພັກ, ກົດ​ໝາຍ​ຂອງ​ລັດ. ໃຫ້​ສຸມ​ໃສ່​ປັບ​ປຸງ​ລະ​ບອບ​ແບບ​ແຜນ​ວິ​ທີ​ເຮັດ​ວຽກ​, ວິ​ທີ​ນຳ​ພາ, ​ຂອງ​ຄະ​ນະ​ພັກ​, ຄະ​ນະ​ນຳ, ​ໂດຍ​ປະ​ຕິ​ບັດ​ຕາມ​ຫຼັກ​ການ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕ. ຫຼີກ​ເວັ້ນ​ທັດ​ສະ​ນະແນວຄິດ​ຄັບ​ແຄບ, ຈຸ້ມ​ເຈື້ອ,ເຊື້ອ​ສາຍ, ແນວ​ຄິດ​ພັກ​ພວກ​ກຸ່ມ​ກ້ອນ ​ຫຼື ແນວ​ຄິດ​ມັກ​ງ່າຍ​ໂດຍ​ບໍ່​ຄຳ​ນຶງ​ເຖີງ​ຜົນ​ປະ​ໂຫຍດ​ສ່ວນ​ລວມ ​ແລະ​ອື່ນໆ.

ຂ່າວ/ພາບ: ໂຮງຮຽນການເມືອງ ແລະການປົກຄອງແຂວງໄຊຍະບູລີ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ