ໃນຕອນເຊົ້າວັນທີ 2 ກັນຍາ 2025 ທີ່ຫ້ອງປະຊຸມຊັ້ນ 1 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ໄດ້ຈັດກອງປະຊຸມການບັນຍາຍກ່ຽວກັບການຂໍຕໍາແໜ່ງຄູ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໃຫ້ກຽດບັນຍາຍໂດຍ: ທ່ານ ວົງເພັດ ເພັດສະຫວັນ ວິຊາການ ຫ້ອງການສະພາການສຶກສາຊັ້ນສູງ ແລະ ທ່ານ ສີວັນ ພົນອາສາ  ວິຊາການພະແນກສົ່ງເສີມການຄົ້ນຄວ້າວິທະຍາສາດ, ມີພະນັກງານ, ຄູ-ອາຈານ ແລະແຂກທີ່ຖືກເຊີນເຂົ້າຮ່ວມທັງໜົດ 25 ກວ່າທ່ານ.

ໃນການຈັດກອງປະຊຸມບັນລະຍາຍໃນຄັ້ງນີກໍ່ເພື່ອເຊື່ອມຊຶມ ກ່ຽວກັບຕໍາແໜ່ງວິຊາການຄູ, ຄໍາແນະນໍາກ່ຽວກັບການປະກອບເອກະສານກ່ຽວກັບມາດຖານ, ເງື່ອນໄຂ, ຂັ້ນຕອນ ແລະການປະກອບເອກະສານຂໍຕໍາແໜ່ງວິຊາການຂັ້ນຜູ້ຊ່ວຍອາຈານ, ຂັ້ນອາຈານ, ຂັ້ນຮອງສາດສະດາຈານ ແລະສາດສະດາຈານ.

ທ່ານ ວົງເພັດ ເພັດສະຫວັນ ໄດ້ກ່າວວ່າ: ຈຸດປະສົງເພື່ອກຳນົດຫຼັກການ ແລະລະບຽບການກ່ຽວກັບຕຳແໜ່ງວິຊາການຄູ ຢູ່ສະຖານການສຶກສາຊັ້ນສູງ ເພື່ອເປັນບ່ອນອີງ ໃຫ້ແກ່ສະຖານການສຶກສາຊັ້ນສູງ ແລະ ການຈັດຕັ້ງທີ່ກ່ຽວ ຂ້ອງໃນການຈັດຕັ້ງປະຕິບັດ ໃຫ້ມີຄວາມເປັນເອກະພາບ, ມີຄວາມໂປ່ງໃສ, ມີຄຸນນະພາບ ແລະ ມີປະສິດທິຜົນແນໃສ່ສົ່ງເສີມໃຫ້ຄູຢູ່ສະຖານການສຶກສາຊັ້ນສູງ ໄດ້ຮັບການພັດທະນາເປັນກ້າວໆ ປະກອບສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມ ຂອງຊາດ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ຕຳແໜ່ງວິຊາການຄູຢູ່ສະຖານການສຶກສາຊັ້ນສູງ ແລະຍັງໄດ້ກ່າວເຖິງຜົນງານວິຊາການຄູ, ມາດຖານ ແລະ ເງື່ອນໄຂສາດສະດາຈານ, ຮອງສາດສະດາຈານ, ຄູບໍ່ປະຈໍາ, ຂັ້ນຕອນການນໍາສະເໜີຂໍຕໍາແໜ່ງວິຊາການຄູ ແລະນິຕິກໍາທີ່ກ່ຽວຂ້ອງ. ນອກຈາກນັ້ນ, ແລ້ວທ່ານ ສີວັນ ພົນອາສາ ຍັງໄດ້ບັນລະຍາຍກ່ຽວກັບຄໍາແນະນໍາກ່ຽວກັບເງື່ອນໄຂ, ມາດຕະຖານ ແລະການແຕ່ງຕັ້ງຕໍາແໜ່ງວິຊາການຄູ ຢູ່ສະຖານການສຶກສາຊັ້ນສູງ ແລະພາຍໃນກອງປະຊຸມຍັງໄດ້ມີການແລກປ່ຽນບັນຫາທີ່ກ່ຽວຂ້ອງຢ່າງກົງໄປກົງມາ.

ໃນຕອນທ້າຍກອງປະຊຸມ ທ່ານ ປອ ໂພທອງ ໄຊທິບວົງສາ ຮອງຫົວໜ້າພະແນກຫ້ອງການເລຂາສະພາວິທະຍາສາດ ໄດ້ກ່າວຄໍາຂອບໃຈມາຍັງອາຈານທັງສອງທ່ານທີ່ໃຫ້ກຽດຂຶ້ນຫ້ອງບັນລະຍາຍ. ພ້ອມທັງເນັ້ນໃຫ້ພະນັກງານ, ຄູ-ອາຈານ ແລະແຂກທີ່ເຂົ້າຮ່ວມຈົ່ງນໍາເອົາເນື້ອໃນຈິດໃຈໃນກອງປະຊຸມກັບເມືອຄິດຫງໍ່າ, ເຜີຍແຜ່ ແລະປະກອບເອກະ ສານໃຫ້ຄົບຕາມເງື່ອນໄຂ ແລະຕາມຂໍ້ແນະນໍາຕ່າງໆ.

ຂ່າວ/ພາບ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ