ໃນຕອນເຊົ້າ ຂອງວັນ​ທີ 29 ສິງຫາ 2025 ຢູ່ທີ່ຫ້ອງປະຊຸມໂຮງຮຽນມສ ເມືອງວຽງພູຄາ ແຂວງຫຼວງນ້ຳທາ ໄດ້ຈັດພິທີມອບໃບຢັ້ງຢືນ ແລະພ້ອມທັງປິດຊຸດຮຽນທິດສະດີການເມືອງ-ການປົກຄອງລະ ບົບຂັ້ນຕົ້ນຮຸ່ນທີ V, ໂດຍການເປັນປະທານ ຂອງທ່ານ ປທ ແສງ ເຊືອຍສົມບັດຮອງເລຂາໜ່ວຍພັກ, ຮອງຫົວໜ້າໂຮງຮຽນການເມືອງ ແລະການປົກຄອງ, ໃຫ້ກຽດເຂົ້າຮ່ວມໃນພິທີ ເປັນກຽດເຂົ້າຮ່ວມ ຂອງທ່ານ ນາງ ເຮືອຍ ສົມຫັວງ ຮອງເລຂາພັກມືອງ ຫົວໜ້າຄະນະຈັດຕັ້ງ ເມືອງວຽງພູຄາ, ມີແຂກຖືກເຊີນ, ຕະຫຼອດຮອດພະນັກງານຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ແກ້ວລະຄອນ ທິລາວັນ ຄະນະໜ່ວຍພັກໂຮງຮຽນການເມືອງ-ການປົກຄອງແຂວງ,ຫົວໜ້າຂະແໜງຄຸ້ມຄອງການຮຽນ-ການສອນໄດ້ຕີລາຄາການຈັດຕັ້ງປະຕິບັດການຮຽນ-ການສອນ ທິດສະດີການເມືອງ-ການປົກຄອງ ລະບົບຂັ້ນຕົ້ນຮຸ່ນທີ V ປີ 2025 ເຊິ່ງທ່ານໃຫ້ຮູ້ວ່າ: ນັກສຶກສາທິດສະດີການເມືອງ-ການປົກຄອງລະບົບຂັ້ນຕົ້ນຮຸ່ນທີ V ລວມ 35 ສະຫາຍ, ຍີງ 8 ສະຫາຍ, ມາຈາກກອງກຳລັງປ້ອງກັນຊາດ 16 ສະຫາຍ, ມາຈາກປ້ອງກັນຄວາມສະຫງົບ 4 ສະຫາຍ, ຍິງ 1 ສະຫາຍ ເຊິ່ງເລີ່ມການຮຽນ-ການສອນແຕ່ວັນທີ 9 ມິຖຸນາ 2025 ມາຮອດວັນທີ 29 ສິງຫາ 2025, ໃຊ້ເວລາຮຽນ 420 ຊົ່ວໂມງ, 6 ກຸ່ມວິຊາຮຽນ ເຊັ່ນ: ກຸ່ມວິຊາ ເສດຖະສາດການ ເມືອງ 9 ບົດ, ກຸ່ມວິຊາ ປັດຊະຍາມາກ-ເລນິນ 7 ບົດ, ລັດທິສັງຄົມນິຍົມວິທະຍາສາດ 12 ບົດ, ແນວຄິດໄກສອນ ພົມວີຫານ 5 ບົດ, ພື້ນຖານການຄຸ້ມຄອງບໍລິຫານ 7 ບົດ, ປະຫວັດສາດພັກ ແລະ ກໍ່ສ້າງພັກ 10 ບົດ ແລະຂຽນບົດຈົບຂັ້ນ 1 ບົດ, ການຄົ້ນຄວ້າຮໍ່າຮຽນດັ່ງກ່າວກໍ່ໄດ້ຈັດຕັ້ງສອບເສັງແຕ່ລະວິຊາ ເພື່ອປະເມີນການຮຽນ ແລະ ວັດແທກຄວາມຮູ້ ຂອງນັກສຶກສາ ໃນນັ້ນ, ສາມາດຕີລາຄາໄດ້ຄະແນນ A ດີເລີດ ກວມ 61,36%, B+ ດີຫຼາຍ 36,36%,  ນອກຈາກ, ການຮຽນ-ການສອນແລ້ວທາງໂຮງຮຽນຍັງໄດ້ນໍພານັກສຶກສາທັດສະນະສຶກສາອີກດ້ວຍ. ໂອກາດດຽວກັນ  ກໍ່ໄດ້ມອບໃບຢັ້ງຢືນທິດສະດີການເມືອງ-ການປົກຄອງຂັ້ນຕົ້ນລະບົບ 3 ເດືອນ ຮຸ່ນທີ V ໃຫ້ນັກສຶກສາ ໂຮງຮຽນການເມືອງ-ການປົກຄອງແຂວງ ໃຫ້ຜູ້ທີ່ມີຜົນງານດີເດັ່ນໃນການຮຽນດີ, ມີວິໄນ ໃຫ້ກຽດ ມອບ ໂດຍ ທ່ານ ແສງ ເຊືອຍສົມບັດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າໂຮງຮຽນການເມືອງ-ການປົກຄອແຂວງ ແລະພ້ອມດຽວກັນນັ້ນຍັງໄດ້ຮັບການໂອລົມ ຂອງທ່ານ ນາງ ເຮືອຍ ສົມຫັວງ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ເຊິງທ່ານໄດ້ຍົກໃຫ້ເຫັນຄວາມສໍາຄັນ ຂອງການຄົ້ນຄວ້າຮໍ່າຮຽນທິດສະດີການເມືອງ-ການປົກຄອງ ແລະຕ່າງໜ້ານັກສຶກສາກໍໄດ້ຂຶ້ນຮັບຄຳໂອວາດ ຂອງທ່ານ.

ຈາກ​ນັ້ນ,  ທ່ານ ແສງ ເຊືອຍສົມບັດ ​ຮອງເລຂາ​ໜ່ວຍ​ພັກ, ຮອງຫົວໜ້າ​ໂຮງຮຽນ​ການ​ເມືອງ ​ແລະ​ ການ​ປົກຄອງ​ແຂວງກໍໄດ້​ຂຶ້ນ​ກ່າວ​ປິດ​ຊຸດ​ຮຽນ ຢ່າງ​ເປັນ​ທາງ​ການ.

                                                                                                                              ຂຽນໂດຍ: ປທ ໄຊຍະເດດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ