ຂ່າວຫຼ້າສຸດ

ກອງປະຊຸມສະພາທິດສະດີສູນກາງພັກ ພິຈາລະນາ ແລະ ຮັບຮອງເອົາຫຼັກສູດທິດສະດີການເມືອງ 3 ຂັ້ນ (ສະບັບປັບປຸງ) ແນໃສ່ຍົກລະດັບຄຸນນະພາບການກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງ ຂາຍວາລະສານ ອອນໄລ ສົນໃຈ ສັ່ງຊື່ໃນລີ້ງລຸ່ມນີ້ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດ ສາທາລະນະລັດ ກຸຍບາ ປະຈຳ ສປປ ລາວ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບນັກສຶກສາ ທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ 7 ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາຈັດກອງປະຊຸມສຳມະນາວິທະຍາສາດ ຜັນຂະຫຍາຍແນວຄິດໄກສອນ ພົມວິຫານ ເຂົ້າໃນວຽກງານສຶກສາ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສ້າງຂະບວນການອອກແຮງງານລວມ ຢ່າງເປັນຂະບວນຟົດຟື້ນ ເພື່ອກະກຽມຕ້ອນຮັບ ການມາຢ້ຽມຢາມ ຂອງຄະນະການນຳຂັ້ນສູງ ຈາກ ສສ ຫວຽດນາມ

ໃນລະຫວ່າງວັນທີ 24-27 ພະຈິກ ນີ້, ຢູ່ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດຕັ້ງສ້າງຂະບວນການອອກແຮງງານລວມທົ່ວ ສມປຊ ຂຶ້ນຢ່າງເປັນຂະບວນການຟົດຟື້ນ. ການອອກແຮງງານໃນຄັ້ງນີ້ ມີຈຸດປະສົງຫຼັກ ແມ່ນເພື່ອກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການຕ້ອນຮັບ ຄະນະການນຳຂັ້ນສູງ ຈາກ ສສ ຫວຽດ ນາມ ທີ່ຈະເດີນທາງມາພົບປະຢ້ຽມຢາມ ໃນມໍ່ໆນີ້.          ບັນຍາກາດໃນການອອກແຮງງານ ເຕັມໄປດ້ວຍຄວາມຫ້າວຫັນ ແລະ ຄວາມສາມັກຄີ ເຊິ່ງກິດຈະກຳຫຼັກ ແມ່ນໄດ້ສຸມໃສ່ການປັບປຸງທັດສະນີຍະພາບ,…

ຂະບວນທັດສະນະສຶກສາ ຂອງນັກ​ສຶກ​ສາ​ທິດ​ສະ​ດີ​ການ​ເມືອງ​ ແລະການ​ປົກ​ຄອງ​ ຂັ້ນ​ກາງ ​ຮຸ່ນ​ທີ IV ໂຮງ​ຮຽນ​ທິດ​ສ​ະ​ດີການ​ເມືອງ​-ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ

ໃນ​ວັນ​ທີ 14 ພະ​ຈິກ 2025 ຜ່ານມານີ້ ຂະບວນທັດສະນະສຶກສາ ຂອງນັກ​ສຶກ​ສາ​ທິດ​ສະ​ດີ​ການ​ເມືອງ​ ແລະການ​ປົກ​ຄອງ​ຂັ້ນ​ກາງ​ຮຸ່ນ​ທີ IV ໂຮງ​ຮຽນ​ທິດ​ສ​ະ​ດີການ​ເມືອງ​-ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ເດີນ​ທາງ​ໄປ​ທັດ​ສະ​ນະ​ສຶກ​ສາ​ ຢູ່​ເມືອງ​ຫົງ​ສາ ແຂວງ​ໄຊ​ຍະ​ບູ​ລີ ​​ໂດຍໃຫ້​ກຽດ​ນຳ​​ພາທີມ​ງານ​ນັກ​​ສຶກ​ສາໄປ​ທັດ​ສະ​ນະ​ສຶກ​ສາທີ່​ເມືອງ​ຫົງ​ສາ ໃນ​ຄັ້ງ​ນີ້ໂດຍ​ແມ່ນ​​ທ່ານ ອາ​ຈານ ບຸນຍອງ ອາ​ລີ​ລັກ​ ຜູ້​ຊີ​້ນຳ​ວຽກ​ງານ​ຂະ​ແໜງ​ຂໍ້​ມູນ​ຂ່າວ​ສານ​ ໂຮງ​ຮຽນ​ການ​ເມືອງ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ມີສກ​ສາ​ທັງ​ໝົດ​ 53 ສະ​ຫາຍ ລວມ​ທັງ​ຄູ​ອາ​ຈານ ​ໂດຍໃຫ້​ກຽດຕ້ອນ​ຮັບ​ຄະ​ນະ​ທີມ​ງານ​ນັກ​ສຶກ​ສາ​ໄປ​ທັດ​ສະ​ນະ​ສຶກ​ສາ​ ໂດຍ​ແມ່ນ ​ທ່ານ ແຫຼ້…

ພິທີພົບປະແລກປ່ຽນບົດຮຽນ ລະຫວ່າງ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ, ສປປ ລາວ ແລະ ໂຮງຮຽນການເມືອງ ແຂວງເຊີນລາ, ສສ ຫວຽດນາມ

ໃນຕອນແລງຂອງ ວັນທີ 15 ພະຈິກ 2025 ຢູ່ທີ່ຫ້ອງປະຊຸມໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ມີພິທີຕ້ອນຮັບທີມງານທີ່ມາຈາກໂຮງຮຽນການເມືອງ ແຂວງເຊີນລາ, ສສ ຫວຽດນາມ ເພື່ອເຂົ້າພົບປະແລກປ່ຽນບົດຮຽນ ລະຫວ່າງ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ, ສປປ ລາວ ແລະ ໂຮງຮຽນການເມືອງ ແຂວງເຊີນລາ, ສສ ຫວຽດນາມ ໂດຍການຕ້ອນຮັບ ຂອງທ່ານ ສີວອນ ບຸດດາຈັນ…

ພິທີປິດ​ຊຸດ​ຮຽນ​ທິດ​ສະ​ດີກາ​ນ​ເມືອງ​ລະບົບຂັ້ນກາງ ຮຸ່ນທີ III ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາ

​ໃນຕອນເຊົ້າຂອງວັນພຸດ, ວັນທີ 12 ພະຈິກ 2025 ນີ້ຢູ່ທີ່ຫ້ອງປະຊຸມໂຮງຮຽນທິດສະດີການເມືອງ-ການປົກຄອງ ແຂວງຫຼວງນໍ້າທາ ໄດ້ປີດຊຸດຮຽນທິດສະດີການເມືອງ ລະບົບຂັ້ນກາງ  ຮຸ່ນທີ III ໂດຍການເປັນປະທານ ຂອງ ທ່ານ ຄຳສີ ດັງສະໄຫວ ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາ, ເປັນກຽດເຂົ້າຮ່ວມ ຂອງ ທ່ານ ອ່ອນຈັນ ຄຳພາວົງ ຮອງເລຂາພັກແຂວງ ຮັບຜິດຊອບຊີ້ນຳຂົງເຂດວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ,  ມີ​ພາກສ່ວນທີ່ກ່ຽວຂ້ອງຂອງ​ແຂວງ,…

ຂ່າວອື່ນໆ