ໃນຕອນເຊົ້າຂອງວັນພຸດ, ວັນທີ 12 ພະຈິກ 2025 ນີ້ຢູ່ທີ່ຫ້ອງປະຊຸມໂຮງຮຽນທິດສະດີການເມືອງ-ການປົກຄອງ ແຂວງຫຼວງນໍ້າທາ ໄດ້ປີດຊຸດຮຽນທິດສະດີການເມືອງ ລະບົບຂັ້ນກາງ ຮຸ່ນທີ III ໂດຍການເປັນປະທານ ຂອງ ທ່ານ ຄຳສີ ດັງສະໄຫວ ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາ, ເປັນກຽດເຂົ້າຮ່ວມ ຂອງ ທ່ານ ອ່ອນຈັນ ຄຳພາວົງ ຮອງເລຂາພັກແຂວງ ຮັບຜິດຊອບຊີ້ນຳຂົງເຂດວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ມີພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ຄູອາຈານ, ຕະຫຼອດຮອດນັກສຶກສາເຂົ້າຮ່ວມ.



ໃນພິທີ ທ່ານ ແສງ ເຊືອຍສົມບັດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ຜ່ານບົດສະຫຼູບການຈັດຕັ້ງປະຕິບັດການຮຽນ-ການສອນທິດສະດີ ການເມືອງ ລະບົບຂັ້ນກາງ ຮຸ່ນທີ III ຂອງແຂວງຫຼວງນໍ້າທາ ໃຫ້ພະນັກງານຫຼັກແຫຼ່ງ ຂອງແຂວງ-ຂອງເມືອງ ທີ່ພວມດໍາລົງຕໍາແໜ່ງ ຫຼື ພະນັກງານສືບທອດທີ່ມາຈາກ 2 ກຳລັງ, ບັນດາພະແນກການ ອົງການທຽບເທົ່າອ້ອມຂ້າງແຂວງ ແລະ ບັນດາເມືອງພາຍໃນແຂວງ ຊຶ່ງລວມມີ 45 ສະຫາຍ, ຍິງ 11 ສະຫາຍ, ເພື່ອສ້າງໃຫ້ຜູ້ຮຽນມີຄວາມຮັບຮູ້ໃໝ່ ແລະ ກໍາແໜ້ນບັນດາຫຼັກມູນພື້ນຖານທິດສະດີມາກ-ເລນິນ, ແນວຄິດໄກສອນພົມວິຫານ ແລະ ບັນດາຫຼັກມູນຕ່າງໆ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້ຄວາມສາມາດໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະໃໝ່. ຊຸດຮຽນທິດສະດີການເມືອງ ລະບົບຂັ້ນກາງ ຮຸ່ນທີ III ຂອງແຂວງຫຼວງນໍ້າທາ ຊຶ່ງຜ່ານການຈັດຕັ້ງປະຕິບັດການຮ່ຳຮຽນຕົວຈິງ ມີ 13 ວິຊາ, ມີ 7 ກຸ່ມວິຊາຮຽນ ຄື: ກຸ່ມວິຊາປັດຊະຍາມາກ-ເລນິນ ແລະ ວັດທະນະທໍາ, ກຸ່ມວິຊາເສດຖະສາດການເມືອງ-ມາກເລນິນ, ກຸ່ມວິຊາລັດທິສັງຄົມນິຍົມວິທະຍາ ສາດ, ແນວຄິດໄກສອນ ພົມວິຫານ, ກຸ່ມວິຊາພື້ນຖານການຄຸ້ມຄອງບໍລິຫານລັດ, ກຸ່ມວິຊາປະຫວັດສາດພັກ ແລະ ກໍ່ສ້າງພັກ, ກຸ່ມວິຊາບັງຄັບ ແລະ ຫົວຂໍ້ລາຍງານເພີ່ມ. ທັງນີ້ກໍເພື່ອເປັນການບໍາລຸງທິດສະດີການເມືອງ ໃຫ້ພະນັກງານຫຼັກແຫຼ່ງ ຂອງແຂວງ-ຂອງເມືອງ ທີ່ພວມດໍາລົງຕໍາ ແໜ່ງ ຫຼື ພະນັກງານສືບທອດທີ່ມາຈາກ 2 ກຳລັງ ບັນດາພະແນກການ ອົງການທຽບເທົ່າອ້ອມຂ້າງແຂວງ ແລະ ບັນດາເມືອງພາຍໃນແຂວງ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດດ້ານທິດສະດີການເມືອງ, ແນວຄິດໄກສອນ ພົມວິຫານ, ແນວທາງຂອງພັກ, ນະໂຍບາຍການຄຸ້ມຄອງຂອງລັດ,ເຮັດໃຫ້ພະນັກງານ ມີແນວຄິດຫຼັກໝັ້ນຊົນຊັ້ນກໍາມະກອນ ມີແນວຄິດເຊື່ອໝັ້ນຕໍ່ການນໍາພາຂອງພັກ ກໍຄືພາລະກິດການປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ, ມີຄຸນທາດການເມືອງຢ່າງໜັກແໜ້ນ ເພື່ອນໍາໃຊ້ຄວາມຮູ້ດັ່ງກ່າວເຂົ້າໃນວຽກງານຂອງຕົນຮັບຜິດຊອບໃຫ້ມີປະສິດທິພາບ, ປະສິດທິຜົນສູງຂຶ້ນ.

ໃນພິທີ ໄດ້ມອບໃບຢັ້ງຢືນຈົບຫຼັກສູດທິດສະດີການເມືອງ ລະບົບຂັ້ນກາງ ຮຸ່ນທີ III ຂອງແຂວງ ໂດຍໃຫ້ກຽດມອບ ຂອງທ່ານ ຄໍາສີ ດັງສະໄຫວ ກໍາມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໃຫ້ແກ່ນັກສືກສາທິດສະດີການເມືອງ ລະບົບຂັ້ນກາງ ຮຸ່ນທີ III ຢ່າງເປັນທາງການ. ໃນໂອກາດດຽວກັນນັ້ນ, ທ່ານ ອ່ອນຈັນ ຄຳພາວົງ ຮອງເລຂາພັກແຂວງ ຮັບ ຜິດຊອບຊີ້ນຳຂົງເຂດວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມສໍາຄັນ ຂອງການຄົ້ນຄວ້າຮໍ່າຮຽນທິດສະດີການເມືອງໃນຫຼັກສູດດັ່ງກ່າວ; ຈາກນັ້ນ, ຕາງໜ້ານັກສຶກສາກໍໄດ້ຂຶ້ນຮັບຄຳໂອວາດ. ໃນຕອນທ້າຍພິທີ ທ່ານ ປທ ຄຳສີ ດັງສະໄຫວ ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ກໍໄດ້ຂຶ້ນກ່າວປິດຊຸດຮຽນດັ່ງກ່າວຢ່າງເປັນທາງການ.
ຂ່າວ/ພາບ: ໄຊຍະເດດ ບຸນພະມາ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
