ໃນຕອນແລງຂອງ ວັນທີ 15 ພະຈິກ 2025 ຢູ່ທີ່ຫ້ອງປະຊຸມໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ມີພິທີຕ້ອນຮັບທີມງານທີ່ມາຈາກໂຮງຮຽນການເມືອງ ແຂວງເຊີນລາ, ສສ ຫວຽດນາມ ເພື່ອເຂົ້າພົບປະແລກປ່ຽນບົດຮຽນ ລະຫວ່າງ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ, ສປປ ລາວ ແລະ ໂຮງຮຽນການເມືອງ ແຂວງເຊີນລາ, ສສ ຫວຽດນາມ ໂດຍການຕ້ອນຮັບ ຂອງທ່ານ ສີວອນ ບຸດດາຈັນ ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ, ພ້ອມດ້ວຍຄະ ນະ ແລະບັນດາພະແນກການທີ່ກ່ຽວຂ້ອງ ຂອງແຂວງ, ມີທ່ານ ນາງ ລໍ ຖີ ຖຸຍ ຮ່າ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແຂວງເຊີນລາ, ສສ ຫວຽດນາມ, ພ້ອມດ້ວຍຄະນະ. ການພົບປະໃນຄັ້ງນີ້ ແມ່ນເພື່ອເປັນການເສີມຂະຫຍາຍບົດບາດອັນຍິ່ງໃຫຍ່ທີ່ເປັນມູນເຊື້ອການຮ່ວມມື ລະຫວ່າງ ແຂວງຊຽງຂວາງ, ສປປ ລາວ ແລະ ແຂວງເຊີນລາ, ສສ ຫວຽດນາມ. ຕາມໜັງສືສະເໜີ ຂອງຄະນະຜູ້ແທນໂຮງຮຽນການເມືອງ ແຂວງເຊີນລາ ສະບັບເລກທີ 1196, ລົງວັນທີ 30 ຕຸລາ 2025 ແລະ ຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ແຂວງຊຽງ ຂວາງ, ສະບັບເລກທີ 1203, ລົງວັນທີ 13 ພະຈິກ 2025 ເພື່ອເຮັດໃຫ້ສາຍພົວພັນຮ່ວມມືດັ່ງກ່າວມີຄວາມໝາຍສໍາຄັນ ແລະເຂົ້າສູ່ລົງເລິກ ນໍາເອົາບົດຮຽນທີ່ພົ້ນເດັ່ນ ໃນການນໍາພາ-ຊີ້ນໍາ, ການຄຸ້ມຄອງບໍລິຫານລັດ, ການຈັດຕັ້ງການຮຽນ-ການສອນທິດສະດີການເມືອງ ແລະ ການປົກຄອງ ເພື່ອບໍາລຸງ ແລະກໍ່ສ້າງພະນັກງານ, ສະມາຊິກພັກ ເພື່ອກາຍເປັນພະນັກງານນໍາພາ, ຄຸ້ມຄອງ ແລະສືບທອດປ່ຽນແທນ ໃນສະເພາະໜ້າ ແລະຍາວນານ.




ພິທີໃນຄັ້ງນີ້, ທັງສອງຝ່າຍ ກໍໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບລວມ ຂອງໂຮງຮຽນທັງສອງແຂວງ ໃຫ້ກັນ ແລະກັນໄດ້ຮັບຊາບ, ໂດຍຕາງໜ້າຝ່າຍໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ, ສປປ ລາວ ແມ່ນ ທ່ານ ສີວອນ ບຸດດາຈັນ ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ແລະຕາງໜ້າຝ່າຍໂຮງຮຽນການເມືອງ ແຂວງເຊີນລາ, ສສ ຫວຽດນາມ ລາຍງານໂດຍທ່ານນາງ ລໍ ຖີ ຖຸຍ ຮ່າ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແຂວງເຊີນລາ, ສສ ຫວຽດນາມ ເຊິ່ງທັງສອງຝ່າຍ ກໍໄດ້ມີການແລກປ່ຽນບົດຮຽນເຊິ່ງກັນ ແລະກັນຢ່າງອົບອຸ່ນ. ທັງໝົດນີ້ ກໍເພື່ອເປັນພື້ນຖານບ່ອນອີງໃນການຢ້ຽມຢາມ ແລະເຮັດວຽກຮ່ວມກັນ ຂອງສອງຄະນະນໍາໂຮງຮຽນການເມືອງ ແລະ ການປົກ ຄອງ ແຂວງຊຽງຂວາງ, ສປປ ລາວ ແລະໂຮງຮຽນການເມືອງ ແຂວງເຊີນລາ, ສສ ຫວຽດນາມ ແລະສອດຄ່ອງກັບບົດບັນທຶກການພົວພັນຮ່ວມມື ລະຫວ່າງ ແຂວງເຊີນລາ ແລະແຂວງຊຽງຂວາງ ໃນແຕ່ລະໄລຍະ. ພ້ອມນີ້ຜູ້ເຂົ້າຮ່ວມ ກໍໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນຢ່າງສ້າງສັນ ເພື່ອເປັນການຖອດຖອນບົດຮຽນນໍາກັນໃນຕໍ່ໜ້າ ແລະຍາວນານ ຊຶ່ງຈະໄດ້ນໍາສົ່ງພະນັກງານນໍາພາ-ຄຸ້ມຄອງ ຂອງແຂວງຊຽງຂວາງ ເຂົ້າໄປສຶກສາ ຢູ່ທີ່ແຂວງເຊີນລາ ໃຫ້ຫຼາຍຂຶ້ນ.
ຂ່າວ/ພາບ: ນາງ ຄໍາເພັດ ບຸນນະຈັນ (ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວງ)
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ
