ໃນ​ວັນ​ທີ 14 ພະ​ຈິກ 2025 ຜ່ານມານີ້ ຂະບວນທັດສະນະສຶກສາ ຂອງນັກ​ສຶກ​ສາ​ທິດ​ສະ​ດີ​ການ​ເມືອງ​ ແລະການ​ປົກ​ຄອງ​ຂັ້ນ​ກາງ​ຮຸ່ນ​ທີ IV ໂຮງ​ຮຽນ​ທິດ​ສ​ະ​ດີການ​ເມືອງ​-ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ເດີນ​ທາງ​ໄປ​ທັດ​ສະ​ນະ​ສຶກ​ສາ​ ຢູ່​ເມືອງ​ຫົງ​ສາ ແຂວງ​ໄຊ​ຍະ​ບູ​ລີ ​​ໂດຍໃຫ້​ກຽດ​ນຳ​​ພາທີມ​ງານ​ນັກ​​ສຶກ​ສາໄປ​ທັດ​ສະ​ນະ​ສຶກ​ສາທີ່​ເມືອງ​ຫົງ​ສາ ໃນ​ຄັ້ງ​ນີ້ໂດຍ​ແມ່ນ​​ທ່ານ ອາ​ຈານ ບຸນຍອງ ອາ​ລີ​ລັກ​ ຜູ້​ຊີ​້ນຳ​ວຽກ​ງານ​ຂະ​ແໜງ​ຂໍ້​ມູນ​ຂ່າວ​ສານ​ ໂຮງ​ຮຽນ​ການ​ເມືອງ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ມີສກ​ສາ​ທັງ​ໝົດ​ 53 ສະ​ຫາຍ ລວມ​ທັງ​ຄູ​ອາ​ຈານ ​ໂດຍໃຫ້​ກຽດຕ້ອນ​ຮັບ​ຄະ​ນະ​ທີມ​ງານ​ນັກ​ສຶກ​ສາ​ໄປ​ທັດ​ສະ​ນະ​ສຶກ​ສາ​ ໂດຍ​ແມ່ນ ​ທ່ານ ແຫຼ້ ອ່ອນ​ສົມ​ບູນ ຮອງ​ເລ​ຂາ​ຄະ​ນ​ະບໍ​ລິ​ຫານ​ງານ​ພັກເມືອງ​ຫົງ​ສາ ກໍໄດ້ໃຫ້ກຽດກ່າວຕ້ອນຮັບທີມງານທັດ​ສະ​ນະຄັ້ງນີ້ວ່າ: ພາຍໃຕ້ບັນຍາກາດທີ່ທົ່ວພັກ-ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າທົ່ວປະເທດ ເວົ້າລວມ, ເວົ້າສະເພາະ ປະ​ຊາ​ຊົນ​ຊາວເມືອງຫົງສາ ພວມຈັດຕັ້ງ​ປະຕິບັດກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລ​ະມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນ​ະພັ​ກເມືອງ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໄປຄຽງຄູ່ກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະຂັ້ນວາງອອກ ແລະພວມຢູ່ໃນຂະບວນການສຳຫຼວດພົນລະເມືອງ ແລະທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ 5 ໄປພ້ອມກັນໃນທົ່ວປະເທດ ເພື່ອຂໍ່ານັບຮັບຕ້ອນວັນສຳຄັນຂອງຊາດ ຂອງພັກ ຢ່າງເປັນຂະບວນຟົດຟື້ນ.

ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ແຫຼ້ ອ່ອນ​ສົມ​ບູນ ຮອງ​ເລ​ຂາ​ຄະ​ນ​ະບໍ​ລິ​ຫານ​ງານ​ພັກເມືອງ​ຫົງ​ສາ ກໍໄດ້ລາຍງານການນຳພາ-ຊີ້ນຳວຽກງານຮອບດ້ານ ຢູ່ເມືອງຫົງສາ ໂດຍຫຍໍ້ຕໍ່ທີມງານທັດສະນະ ກ່ຽວກັບສະພາບລວມ ຂອງເມືອງຫົງສາ ຊຶ່ງມີເນື້ອໃນຕົ້ນຕໍຄື: ເມືອງຫົງສາ ມີເນື້ອທີທັງໝົດ 1.626 ຕາຕະລາງກິລິໂລແມັດ ເນື້ອທີສ່ວນໃຫຍ່ເປັນດອຍກວມ 90%, ປະກອບມີ 32 ບ້ານມີ 6.437 ຄອບຄົວ ພົນລະເມືອງທັງໝົດ 31.929 ຄົນ, ຍິງ 15.717 ຄົນ, ມີ 8 ເຜົ່າຄື: ເຜົ່າລາວ ກວມ 47,23%, ເຜົ່າກຶມມຸ ກວມເອົາ 17,77%, ເຜົ່າໄປຼ່ ກວມເອົາ 17,12%, ເຜົ່າມົ່ງ ກວມເອົາ 9,09% ເຜົ່າລື້ ກວມເອົາ 8,01%, ເຜົ່າອິ່ວມຽນ ກວມເອົາ 0,64%, ເຜົ່າໄທດຳ ກວມເອົາ 0,12 % ແລະ ເຜົ່າຍວນ ກວມເອົາ 0,03%; ອາຊີບ ຂອງປະຊາຊົນສ່ວນຫຼາຍ ແມ່ນເຮັດກະສິກຳ ປູກຝັງ-ລ້ຽງສັດ ຮອງລົງມາແມ່ນບໍລິການຄ້າຂາຍ ແລະບໍລິການແຮງງານໃນໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາ.

ໃນໂອກາດດຽວກັນນີ້, ທ່ານ ແຫຼ້ ອ່ອນ​ສົມ​ບູນ ຮອງ​ເລ​ຂາ​ຄະ​ນ​ະບໍ​ລິ​ຫານ​ງານ​ພັກເມືອງ​ຫົງ​ສາ ກໍໄດ້ລາຍງານຜົນສຳເລັດທີ່ພົ້ນເດັ່ນໃນການນຳພາໃນໄລຍະຜ່ານມາ ໃນແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ VIII ຜ່ານມາ ໄດ້ວາງຄາດໝາຍສູ້ຊົນໃຫ້ເສດຖະກິດມີການຂະຫຍາຍຕົວ 7,5% ລວມຍອດຜົນຜະລິດທັງໝົດ 995,51 ຕື້ກີບ, ສະເລ່ຍໃສ່ຫົວຄົນໜຶ່ງໃຫ້ໄດ້ 31 ລ້ານກີບ ຫຼື ເທົ່າກັບ 3,570 ໂດລາສະຫະລັດ (ອັດຕາແລກປ່ຽນ 8.500ກີບ/ໂດລາ), ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າບໍ່ສາມາດບັນລຸຕາມຄາດໝາຍ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19, ວິກິດການທາງດ້ານເສດຖະກິດ-ການເງີນ, ເກີດໄພພິບັດທາງທຳມະຊາດ (ໄພແຫ້ງແລ້ງ, ນ້ຳຖ້ວມ, ສັດຕູພືດ, ພະຍາດລະບາດສັດ) ແຕ່ໂດຍລວມເສດຖະກິດຂອງເມືອງມີການຂະຫຍາຍໃນລະດັບສະເລ່ຍ 6,5% ຕໍ່ປີ ລວມຍອດຜົນຜະລິດໄດ້ທັງໝົດ 905,45 ຕື້ກີບ, ສະເລ່ຍຕໍ່ຫົວຄົນໜື່ງໄດ້28,35 ລ້ານກີບ ຫຼື ເທົ່າກັບ 1.418 ໂດລາສະຫະລັດຕໍ່ຄົນຕໍ່ປີ ທຽບໃສ່ແຜນການປະຕິບັດໄດ້ 90,95%. ໃນນີ້: ຂະແໜງກະສິກຳ 240,72 ຕື້ກີບ ກວມເອົາ 26,59% ຂອງລວມຍອດຜົນຜະລິດທັງໝົດ; ຂະແໜງອຸດສາຫະກຳ 225,22 ຕື້ກີບ ກວມເອົາ 24.87% ຂອງລວມຍອດຜົນຜະລິດທັງໝົດ; ຂະແໜງການບໍລິການ 439,51 ຕື້ກີບ ກວມເອົາ 48,54% ຂອງລວມຍອດຜົນຜະລິດທັງໝົດ. ພ້ອມນັ້ນ, ຍັງໄດ້ຍົກໃຫ້ເຫັນ​ສາ​ເຫດ​ທີ່​ພາ​ໃຫ້​ມີ​ຜົນ​ສຳ​ເລັດ​ ຄື: 1). ມີ​ການ​ນຳ​ພາ-ຊີ້​ນຳ ຂອງ​ອົງ​ການ​ປົກ​ຄອງ​ແຕ່​ລະ​ຂັ້ນ​ຢ່າງ​ເປັນ​ລະ​ບົບ, ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ 5 ປີ​ ຜ່ານ​ມາ ແມ່ນ​ຖືກ​ຕ້ອງ​ສອດ​ຄ່ອງ​ກັບ​ສ​ະ​ພາບ​ຄວາມ​ເປັນ​ຈິງ; 2). ໄດ້​ຜັນ​ຂະ​ຫຍາຍ​ແຜນ​ພັດ​ທະ​ນາ​ເສດ​ຖ​ະກິດ-ສັງ​ຄົມ 5 ປີ ​ຄັ້ງ​ທີ VIII ເປັນ​ອັນ​ລະ​ອຽດ, ພ້ອມ​ກັນ​ນັ້ນ​ ກໍໄດ້​ຮັບ​ການ​ຊີ້​ນຳ​ຢ່າງ​ໄກ້​ຊິດ ຂອງ​ອົງ​ການ​ປົກ​ຄອງ​ເມືອງ, ບັນ​ດາ​ຂະ​ແໜງ​ການ​ຂັ້ນ​ເມືອງ ແລະ ອົງ​ການ​ປົກ​ຄອງ​ບ້ານ ເພື່ອ​ນຳ​ໄປ​ຈັດ​ຕັ້ງ​ປ​ຕິ​ບັດ; 3). ອົງ​ການ​ຈັດ​ຕັ້ງ​ທຸກ​ຂັ້ນ, ຜູ້​ປະ​ກອບ​ການ ທັງ​ພາຍ​ໃນ​ແລະ ​ຕ່າງ​ປະ​ເທດ ແລະ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ ໄດ້​ມີ​ສ່ວນ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖ​ະກິດ-ສັງ​ຄົມ ຢ່າງ​ເປັນ​ຂະ​ບວນ​ການ​ຢ່າງ​ຕໍ່​ເນື່ອງ; 4). ມີ​ການ​ຕິດ​ຕາມ,ກວດ​ກາ ແລະ​ຊຸກ​ຍູ້​ ຂອງ​ອົງ​ການ​ປົກ​ຄອງ​ແຂວງ, ສ​ະ​ພາ​ປະ​ຊາ​ຊົນ​ແຂວງ, ອົງ​ການ​ປົກ​ຄອງ​ເມືອງ,ບັນ​ດາ​ຂະ​ແໜງ​ການ ​ຂອງ​ເມືອງ​ຢ່າງ​ເປັນ​ປົກ​ກະ​ຕິ.

                                             ຂ່າວ/ພາບ: ທ່ານ ວັດທະນາ ພັນລັກ ເດີຈານ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ