ຂ່າວຫຼ້າສຸດ

ກອງ​ປະ​ຊຸມກວດ​ກາ​ໜ່ວຍພັກ ໂຮງ​ຮຽນ​ການ​ເມືອງ​ແລະ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ ປະຈຳລາວ ຈັດຕັ້ງການສາຍ ຮູບເງົາ  “ຂ້ອຍ ແລະ ບ້ານເກີດຂອງຂ້ອຍ” ພິທີປິດຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຂັ້ນຕົ້ນ ຮຸ່ນ VII ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ ໝ່ວຍພັກ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ແລະແຕ່ງຕັ້ງຫົວໜ້າຂະແໜງ ແລະຮອງຫົວໜ້າຂະແໜງ. ພິທີ​ປິດ​ການຝຶກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງ ລະບົບ 10 ວັນ ໃຫ້ຕາແສງ, ເລຂາພັກບ້ານ, ນາຍບ້ານ ຢູ່ເມືອງວຽງພູຄາ ແຂວງຫຼວງນໍ້າທາ.

ພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ VI ຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊຍະບູລີ

ໃນ​ຕອນເຊົ້າ ຂອງວັນ​ທີ 11 ທັນ​ວາ 2025 ​ຢູ່​ທີ່​ໂຮງ​ຮຽນ​ທິດ​ສະ​ດີ​ການ​ເມືອງ ແລະ​ການ​ປົກ​ຄອງ​ ແຂວງ​ໄຊ​ຍະ​ບູ​ລີ​ ໄດ້​​ມີພິ​ທີປິ​ດ​ຊຸດ​ຮຽນ​ທິດສະ​ດີ​ການ​ເມືອງ​ ຂັ້ນ​ຕົ້ນ ​ຮຸ່ນ​ທີ VI ໃນ​ພິ​ທີ​ດັ່ງ​ກ່າວ ​ໂດຍ​ໃຫ້​ເປັນ​ປະ​ທານ ຂອງ​ທ່ານ ປະ​ລີນ​ຍາ​ເອກ ສີ​ສອນ​ພັນ ບຸນ​ສີ ຮອງ​ເລ​ຂາ​ພັກ​ແຂວງ, ຜູ້​ຊີ​ນຳ​ວຽກງານ​ການ​ເມືອງ-ແນວ​ຄິດ, ວຽກ​ພັກ-ພະ​ນັກ​ງານ ແລະ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​, ໃນ​ພິ​ທີ​ດັ່ງ​ກ່າວ​ນີ້​ ທ່ານ ປະ​ລີນ​ຍາ​ເອກ ນາງ ໄມ​ພອນ ເຮີ ​ຜູ້​ຮັກ​ສາ​ການ​ແທນ​ຫົວ​ໂຮງ​ຮຽນ​ທິດ​ສະ​ດີ​ການ​ເມືອງ ກໍ່ໄດ້​ລາຍ​ງານ​ຕໍ່​ແຂກ​ທີ​ມາ​ຮ່ວມ​ພິ​ທີ​ວ່າ​ຕະ​ຫຼອດ​ໄລ​ຍະ​ເວ​ລາ​ແຫ່ງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຫຼັກ​ສູດ​ການ​ຮ​ຽນ​-ການ​ສອນ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດຫົວຂໍ້ສະເພາະໃຫ້ແກ່ເລຂາພັກເມືອງ ຊຸດທີ VIII

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຈັດພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດຫົວຂໍ້ສະເພາະ ໃຫ້ແກ່ເລຂາພັກເມືອງ ຊຸດທີ VIII ປະຈຳປີ 2025 ຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງ ວັນທີ 15 ທັນວາ 2025, ທີ່ຫ້ອງ 301, ຊັ້ນ 3 ຕຶກ H, ພິທີດັ່ງກ່າວ, ດຳເນີນພາຍໃຕ້ການເປັນປະທານ ແລະ ກ່າວເປີດ ຂອງທ່ານ ຮສ ພູວົງ ອຸ່ນຄຳແສນ ກໍາມະການສູນກາງພັກ,…

ພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ພ້ອມທັງສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2025 ແລະວາງທິດທາງແຜນການ ປີ 2026 ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ

ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມສ້າງຂະບວນການຢ່າງຟົດຟື້ນ ເພື່ອຂໍ່ານັບຮັບຕ້ອນວັນປະຫວັດສາດສຳຄັນຂອງຊາດ. ໃນຕອນເຊົ້າຂອງວັນທີ 11 ທັນວາ 2025, ທີ່ສະໂມສອນໃຫຍ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ…

ກອງ​​ປະ​ຊຸມກຳ​ມະ​ບານ​ຮາກ​ຖານ​ໂຮງ​ຮຽນ​ການ​ເມືອງແລະ ​ການ​ປົກ​ຄອງ ​ແຂວງໄຊຍະບູລີ

ໃນ​ວັນ​ທີ ​28 ພະ​ຈິກ 2025 ເວ​ລາ 10 ໂມງ 00 ນາ​ທີ​ ຢູ່​ໂຮງ​ຮຽນ​ການ​ເມືອງ ແລະ ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ເປີດກອງ​​ປະ​ຊຸມກຳ​ມະ​ບານ​ຮາກ​ຖານ​ໂຮງ​ຮຽນ​ການ​ເມືອງ ແລະ ​ການ​ປົກ​ຄອງ​ ແຂວງໄຊຍະບູລີ ຊຶ່ງ ກອງ​ປະ​ຊຸມ​ໄດ້​ຄົ້ນ​ຄວ້າ​ປືກ​ສາ​ຫາ​ລືວຽກ​ງານ ​ແລະ ​ນ​ະ​ໂຍ​ບາຍ​ຕ່າງໆ​ ໂດຍ​ໃຫ້​ກ​ຽດ​ເປັນ​ປະ​ທານ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນທ່ານ ປ​ທ ອຸ່ນ​ເຮືອນ ແກ້ວຍອດ ປະທານກຳ​ມະ​ບານ​ຮາກ​ຖານ​ໂຮງ​ຮຽນ​ການ​ເມືອງ ແລະ ​ການ​ປົກ​ຄອງ ​ແຂວງໄຊຍະບູລີ, ມີ​ຄະ​ນະ​ກຳ​ມະ​ບານຮາກຖານ,…

ຂ່າວອື່ນໆ