ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີປ້ອງກັນບົດຈົບຂັ້ນ ໃຫ້ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV
ໃນຕອນເຊົ້າ ຂອງວັນທີ 16 ທັນວາ 2025 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີປ້ອງກັນບົດຈົບຂັ້ນ ໃຫ້ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ໂດຍການເປັນປະທານ ຂອງທ່ານ ຄໍາພາ ພິລາວົງ ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກ ແຂວງຊຽງຂວາງ ແລະ ທ່ານ ບຸນຊູ ອິດທິພົນ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ, ມີພະນັກງານຄູ-ອາຈານ,…
ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳເຕັມແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊຍະບູລີ
ໃນຕອນເຊົ້າ ຂອງວັນທີ 17 ທັນວາ 2025 ນີ້ ຢູ່ທີ່ໂຮງຮຽນການເມືອງ ແລະການປົກຄອງ ແຂວງໄຊຍະບູລີ ໄດ້ຕອນຮັບ ສະຫາຍ ຫງວຽນ ມິງເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳເຕັມ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ໂຮງຮຽນການເມືອງ ແລະການປົກຄອງແຂວງໄຊຍະບູລີ ໂດຍໃຫ້ກຽດຕ້ອນຮັບ ໂດຍ ທ່ານ ເພັງນິລັນ ຄຳພັນເພັງ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນ ແຂວງໄຊຍະບູລີ ໃນພິທີຕ້ອນຮັບນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມນ້ອຍ…
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນໂຮງຮຽນພັກ ແຂວງກຸ້ຍໂຈ ສປ ຈີນ ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລືແຜນການຮ່ວມມື ດ້ານການກໍ່ສ້າງພະນັກງານ-ສະມາຊິກພັກ
ໃນທ່າມກາງບັນຍາກາດທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ພວມສືບຕໍ່ຜັນຂະຫຍາຍຄູ່ຮ່ວມຊະຕາກຳ ລາວ-ຈີນ ໃຫ້ເຂົ້າສູ່ລວງເລິກຢ່າງແຂງແຮງນັ້ນ, ຢູ່ທີ່ຫ້ອງຮັບແຂກ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ໄດ້ມີພິທີຕ້ອນຮັບ ແລະພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະຄະນະຜູ້ແທນໂຮງຮຽນພັກ ແຂວງກຸ້ຍໂຈ ແຫ່ງ ສປ ຈີນ. ໃຫ້ກຽດຕ້ອນຮັບ ແລະນຳພາການພົບປະຝ່າຍລາວ ໂດຍ ທ່ານ ປທ ນາງ…
ຄະນະນໍາແຂວງຊຽງຂວາງ ຢ້ຽມຢາມ ແລະ ພົບປະໂອ້ລົມ ສະມາຄົມນັກສຶກສາແຂວງຊຽງຂວາງ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ
ໃນຕອນແລງ ຂອງວັນທີ 17 ທັນວາ 2025 ນີ້, ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີພິທີພົບປະຢ້ຽມຢາມ ແລະ ໂອ້ລົມ ຂອງຄະນະນໍາຈາກແຂວງຊຽງຂວາງ ຕໍ່ກັບສະມາຄົມນັກສຶກສາແຂວງຊຽງຂວາງ ທີ່ກຳລັງສຶກສາຄົ້ນຄວ້າຮໍ່າຮຽນຢູ່ສະຖາບັນດັ່ງກ່າວ. ໃນພິທີອັນມີຄວາມໝາຍ ໄດ້ມີການເຂົ້າຮ່ວມ ຂອງທ່ານ ມົນຕີ ສີອຸດົມ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງຜາໄຊ; ທ່ານ ເພັດສະໝອນ ສຸລິຍະແສງ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງຄູນ; ທ່ານ ຮສ…

