ຂ່າວຫຼ້າສຸດ

ກອງປະຊຸມພົບປະແລກປ່ຽນວຽກງານຊາວໜຸ່ມ ແລະ ວຽກງານການຄົ້ນຄວ້າວິທະຍາສາດ ທີ່ ສມປຊ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ໂຮງຮຽນພັກກອມມູນິດຈີນ ແຂວງກຸ່ຍໂຈ. ສປ ຈີນ ຮ່ວມກັນຈັດກອງປະຊຸມສຳມະນາວິທະຍາສາດ ວ່າດ້ວຍວຽກງານກໍ່ສ້າງພັກໃນຍຸກສະໄໝໃໝ່ ຄະນະລັດທິສັງຄົມນິຍົມວິທະຍາສາດ  ສຳເລັດຝຶກອົບຮົມວິຊາລັດທິສັງຄົມນິຍົມວິທະຍາສາດ ຢູ່ແຂວງອຸດົມໄຊ ທີມງານລົງກໍ່ສ້າງຮາກຖານການເມືອງ ເຂົ້າຮ່ວມກອງປະຊຸມ ແລກປ່ຽນຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດວຽກງານ ຂອງບ້ານທ່າ, ເມືອງເຟືອງ, ແຂວງວຽງຈັນ ນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XXI ສືບຕໍ່ເຄື່ອນໄຫວກໍ່ສ້າງ ຮາກຖານການເມືອງ ຢູ່ບ້ານນາມົນ, ເມືອງເຟືອງ, ແຂວງວຽງຈັນ

ຊົມເຊີຍຜົນສຳເລັດຄະນະບໍລິຫານສາດໃນການຈັດຕັ້ງ ການຮຽນ-ການສອນ ໃນສົກຮຽນຜ່ານມາ ແລະ ແຜນພັດທະນາສົກຮຽນປີ 2025-2026

         ຄະນະບໍລິຫານສາດ (ຄບສ), ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນປະຈຳສົກຮຽນ 2024-2025ຢ່າງເປັນທາງການໃນວັນທີ 2 ຕຸລາ 2025 ໂດຍການເປັນປະທານຂອງກອງປະຊຸມ ທ່ານ ປອ ໝອນແກ້ວ ຈິດຕະລາດ ຫົວໜ້າຄະນະບໍລິຫານສາດ, ມີຕາງໜ້າພາກສ່ວນທີ່ກ່ຽວຂ້ອງ, ມີອາຈານຮັບເຊີນ ແລະ ອາຈານສອນຊ່ວຍ.          ໃນພິທີໄດ້ຮັັບຟັງການສະຫຼຸບລາຍງານ ຈາກ ທ່ານ ປທ ນ. ອານົງ ຂັນທະຍົງ ຮອງຫົວໜ້າຄະນະບໍລິຫານສາດ ຊຶ່ງທ່ານໄດ້ສະຫຼຸບຄື:…

ພິທີເປີດຂະບວນການແຂ່ງຂັນກິລາ 3 ອົງການຈັດຕັ້ງມະຫາຊົນ ຄັ້ງທີ 4

ໃນວັນທີ 1 ຕຸລາ 2025 ຄະນະກິລາ, ສິລະປະ-ວັນນະຄະດີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ເປີດຂະບວນການກິລາ 3ອົງການຈັດຕັ້ງມະຫາຊົນຂຶ້ນຢ່າງເປັນທາງການ ໃນທາມກາງບັນຍາກາດ ທີ່ທົ່ວສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພວມສະເຫຼີມສະຫຼອງຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີVI ຂອງອົງຄະນະພັກແລະເພື່ອເປັນການກະກຽມສະເຫຼີມສະຫຼອງວັນຄູແຫ່ງຊາດ 7ຕຸລາທີ່ຈະໝູນວຽນມາຄົບຮອບໃນມໍ່ໆນີ້. ໃຫ້ກຽດເປັນປະທານໂດຍ: ທ່ານ ປອ ສາຍຄຳ ມູນມະນີວົງ ຄະນະບໍລິຫານງານພັກ, ຫົວໜ້າຄະນະປັດຊະຍາ ຜູ້ຊີ້ນໍາ 3ອົງການຈັດຕັ້ງມະຫາຊົນ ແລະເປັນກຽດເຂົ້າຮ່ວມໂດຍ: ທ່ານ ຮສ ພູວົງ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດປິດຊຸດຮຽນທິດສະດີການເມືອງ ຂັ້ນສູງ ລະບົບ 9 ເດືອນ ຮຸ່ນທີ VII ແລະເປີດສົກຮຽນໃໝ່ 2025-2026 ແລະສະເຫຼີມສະຫຼອງວັນຄູແຫ່ງຊາດ

         ໃນຕອນເຊົ້າ ວັນທີ 3 ຕຸລາ 2025 ຢູ່ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ປິດຊຸດຮຽນທິດສະດີການເມືອງ  ຂັ້ນສູງ ລະບົບ 9 ເດືອນ ຮຸ່ນທີ VII ແລະເປີດສົກຮຽນໃໝ່ 2025-2026 ແລະສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ (7.10.1994-7.10.2025) ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮສ ພູວົງ ອຸ່ນຄໍາແສນ…

ພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນ VI ຢູ່ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງຫຼວງນ້ຳທາ

ໃນຕອນເຊົ້າ ຂອງວັນ​ທີ 30 ກັນຍາ 2025 ຢູ່ທີ່ຫ້ອງປະຊຸມໂຮງຮຽນການເມືອງ-ການປົກຄອງ ແຂວງຫຼວງນ້ຳທາ ໄດ້ຈັດພິທີມອບໃບປະກາດ ແລະພ້ອມທັງປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ VI, ໂດຍການເປັນປະທານ ຂອງທ່ານ ປທ ຄຳສີ ດັງສະໄຫວ ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງ, ໃຫ້ກຽດເຂົ້າຮ່ວມໃນພິທີ ເປັນກຽດເຂົ້າຮ່ວມ ຂອງທ່ານ ອ່ອນຈັນ ທຳມະວົງ ຮອງເລຂາພັກແຂວງ ຮັບຜິດຊອບຊີ້ນຳຂົງເຂດວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ມີແຂກຖືກເຊີນ, ຕະຫຼອດຮອດພະນັກງານຄູ-ອາຈານ…