ຂ່າວຫຼ້າສຸດ

ພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການຢ້ຽມຢາມ ແລະ ຮັບຟັງການໂອ້ລົມຊີ້ນຳອັນສຳຄັນ ຈາກສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການຢ້ຽມຢາມ, ພົບປະ ແລະ ໂອ້ລົມຊີ້ນຳ ຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດພິທີປ້ອງກັນຫົວຂໍ້ບົດວິທະຍານິພົນ ປະລິນຍາເອກ ຮຸ່ນທີ I ສາຂາປັດຊະຍາ ກອງປະຊຸມປະເມີນຜົນງານ ແລະ ຮັບຮອງຕຳແໜ່ງວິຊາການຄູ ຂອງຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ

ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຢ້ຽມຊົມ ອະນຸສອນສະຖານ ຄຸກໂພນເຄັ່ງ

ວັນທີ 21 ມັງກອນ ເວລາ 14:00 ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເຂົ້າຢ້ຽມຊົມອະນຸສອນ ສະຖານຄຸກກັກຂັງຜູ້ນໍາແນວລາວຮັກຊາດ 16 ທ່ານ ຂອງລັດຖະບານຫຸ່ນວຽງຈັນ ທີ່ຄ້າຍໂພນເຄັງ, ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ (1/1/1949-1/1/2021) ນໍາພາໂດຍ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ກຳມະການຄະນະບໍລິຫານງານພັກ, ຫົວໜ້າສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ,…

ໜ່ວຍພັກ ໂຮງຮຽນການເມືອງ ແລະການປົກຄອງແຂວງ ຊຽງຂວາງ ຮັບມະຫາຊົນກ້າວໜ້າເຂົ້້າເປັນສະມາຊິກພັກສຳຮອງ.

ໂດຍປະຕິບັດຕາມ ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ X ມາໃນວັນທີ 22 ມັງກອນ 2021 ຢູ່ທີ່ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ, ໃຫ້ກຽດເຂົ້້າຮ່ວມເປັນປະທານພິທີຂອງສະຫາຍ ປທ ນ. ບົວສີ ນາຖາວົງ ຄະນະປະຈໍາພັກແຂວງ, ເລຂາໜ່ວຍພັກ ໂຮງຮຽນການ ເມືອງ ແລະການປົກຄອງ, ມີສະມາຊິກພັກສົມບູນທີ່ເປັນພະນັກງາຄູ-ອາຈານ ແລະນັກສຶກ ຮຸ່ນ ທີ 17 ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີຄັ້ງນີ້ຄະນະຈັດຕັ້ງພິທີໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດ…

ໜ່ວຍຊາວໜຸ່ມຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ- ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສຳເລັດການຝຶກອົບຮົມ ການພັດທະນາສິ່ງແວດລ້ອມຕາມທິດສີຂຽວ ແລະຢືນຍົງ

ວັນທີ 20 ມັງກອນ 2021 ໜ່ວຍຊາວໜຸ່ມຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ-ສູນຄົ້ນ ຄວ້າແນວຄິດໄກສອນ ພົມວິຫານ ໄດ້ຈັດຝຶກອົບຮົມວຽກງານສິ່ງແວດລ້ອມພາຍໃຕ້ຫົວຂໍ້: ການພັດທະນາສິ່ງແວດລ້ອມຕາມທິດສີຂຽວ ແລະຢືນຍົງ. ພາຍໃຕ້ການເປັນປະທານຂອງ ສະຫາຍ ປທ ສະນຸກສິນ ໂກສີພັນ ເລຂາຊາວໜຸ່ມຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ-ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ມີສະມາຊິກຊາວໜຸ່ມພາຍໃນໜ່ວຍຮາກຖານ ສຂມປ-ສນຫ ແລະຕາງໜ້າຮາກຖານອື່ນລວມທັງໝົດ 42 ສະຫາຍ. ໃນພິທີໄດ້ຮຽນເຊີນວິທະຍາກອນພາຍໃນ ສມປຊ ຊຶ່ງເປັນຄູອາຈານສິ່ງແວດລ້ອມ ທີ່ມີພື້ນຖານດ້ານຄວາມຮູ້, ຄວາມສາມາດດ້ານສິ່ງແວດລ້ອມ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມກອງປະຊຸມທາງໄກຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ

ໃນຕອນເຊົ້າຂອງວັນທີ 22 ທັນວາ 2020 ທ່ານ ຮສ ສະໝຸດທອງ ສົມພານິດ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມທາງໄກກ່ຽວກັບຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ທີ່ຈັດຂຶ້ນຢູ່ ກະຊວງແຜນການ ແລະການລົງທຶນ ເພື່ອສະຫຼຸບວຽກງານການເຄື່ອນໄຫວປະຈຳປີ 2020 ແລະວາງທິດທາງແຜນການປະຈໍາປີ 2021 ຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ, ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ,…

ຂ່າວອື່ນໆ