ຂ່າວຫຼ້າສຸດ

ກະຊວງຍຸຕິທຳ ມອບປຶ້ມກົດໝາຍໃຫ້ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ເຂົ້າພະແນກຫໍສະໝຸດ ເພື່ອເພີ່ມທະວີການສ້າງລັດແຫ່ງກົດໝາຍ ແລະຍົກສູງສະຕິເຄົາລົບລະບຽບກົດໝາຍ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີປ້ອງກັນບົດຈົບຂັ້ນ ໃຫ້ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ສະ​ຫາຍ ຫງວຽນ ມິງ ​ເຕິມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ເຕັມແຫ່ງ ​ສ​ສ​ ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະເດີນ​ທາງ​ມາ​ຢ້ຽມຢາມ​ ແລະ​ເຮັດ​ວຽກ​ຢູ່ໂຮງ​ຮຽນ​ການ​ເມືອງ ແລະ ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນໂຮງຮຽນພັກ ແຂວງກຸ້ຍໂຈ ສປ ຈີນ ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລືແຜນການຮ່ວມມື ດ້ານການກໍ່ສ້າງພະນັກງານ-ສະມາຊິກພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ວິທະຍຸໂທລະພາບສູນກາງຈີນ CMG ປະຈຳລາວຮ່ວມຍົກລະດັບການຮຽນຮູ້ຜ່ານທັດສະນະ “ໂລກທັງໃບຄືຄອບຄົວດຽວ” ຜ່ານຮູບເງົາສາລະຄະດີ 8K “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ”

ການເຄື່ອນໄຫວລົງກໍ່ສ້າງຮາກຖານການເມືອງຂອງນັກສຶກສາ ປະລິນຍາຕີ ຮຸ່ນທີ XXV ຫ້ອງ ຂ ທີ່ເມືອງທຸລະຄົມ, ແຂວງວຽງຈັນ

         ຜ່ານການຈັດຕັ້ງປະຕິບັດການລົງເຄື່ອນໄຫວວຽກງານຕົວຈິງໃນອາທິດທີ 1 ເດືອນ ພຶດສະພາ 2022 ແຕ່ລະໜ່ວຍສາມາດສັງລວມໂດຍຫຍໍ້ໄດ້ດັ່ງນີ້: 1. ແຕ່ລະໜ່ວຍແມ່ນ ແນະນໍາຕົນເອງຕໍ່ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ນອກນີ້ໄດ້ຮັບຟັງການລາຍງານສະພາບລວມ, ຈຸດພິເສດ ແລະການເຄື່ອນໄຫວແຕ່ລະວຽກຂອງບ້ານໃນໄລຍະຜ່ານມາ. 2. ຄູ-ອາຈານ ແລະນັກສຶກສາສົມທົບກັບອົງການປົກຄອງບ້ານ ສ້າງແຜນການເຄື່ອນ ໄຫວແຕ່ລະວຽກ ແລະ ຍັງໄດ້ແບ່ງຄະນະຮັບຜິດຊອບແຕ່ລະໜ້າວຽກພາຍໃນໜ່ວຍຕາມຄວາມເໝາະສົມ, ເພື່ອຄວາມສະດວກໃນການເຄື່ອນໄຫວວຽກງານຕົວຈິງ 3. ແຕ່ລະໜ່ວຍແມ່ນກະກຽມບົດລາຍງານປະຈໍາອາທິດທີ 1. ຕາງໜ້າແຕ່ລະໜ່ວຍ ແລະຕາງໜ້າອົງ ການປົກຄອງບ້ານເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານປະຈຳອາທິດທີ 1…

ສະຫະພັນກຳມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄປທັດສະນະສຶກສາ ຢູ່ 2 ເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ

ວັນທີ 26/05/2022 ສະຫະພັນກຳມະບານ ສມປຊ ໄດ້ໄປທັດສະນະສຶກສາ ຢູ່ 2 ເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ພາຍໃຕ້ການນຳພາ ຂອງທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ກໍາມະການສູນກາງ ສະຫະພັນກຳມະບານລາວ, ປະທານສະຫະພັນກຳມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງຫົວໜ້າ ຄະນະບໍລິຫານສາດ, ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ປອ ຄຳໃບ ມາລາສິງ ຄະນະພັກ ສມປຊ, ຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ,…

ຊົມເຊີຍຜົນສຳເລັດການເຂົ້າຮ່ວມຝຶກອົບຮົມຫົວຂໍ້: “ການນຳພາທີ່ມີປະສິດທິຜົນ”

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ນຳສົ່ງພະນັກງານ, ຄູ-ອາຈານ ຈຳນວນ 6 ທ່ານ, ຍິງ 2. ທ່ານເຂົ້າຮ່ວມຝຶກອົບຮົມຫົວຂໍ້: “ການນຳພາທີ່ມີປະສິດທິຜົນ”ຊຶ່ງໄດ້ຈັດຂຶ້ນທີ່ເມືອງວັງວຽງ ແຂວງວຽງຈັນ, ເປັນຊຸດຝຶກອົບຮົມທີ່ຈັດຂຶ້ນໂດຍ ສະຖາບັນລາວ-ອົດສຕາລີ ເພື່ອໄປແລກປ່ຽນບົດຮຽນດ້ານທິດສະດີ ແລະພຶດຕິກໍາ ເພື່ອນໍາມາເປັນບົດຮຽນເຂົ້າໃນການຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງ ຢູ່ສມປຊ. ຊຸດຝຶກອົບຮົມດັ່ງກ່າວ, ໄດ້ແບ່ງເປັນ 2 ຊຸດໃນການຝຶກອົບຮົມຄື: ຊຸດທີ 1 ເລີ່ມວັນທີ 23-24 ພຶດສະພາ ມີສຳມະນາກອນ ຈາກຄະນະພົວພັນຕ່າງປະເທດສູນກາງພັກ,…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 42 ປີ (1.6.1980-1.6.2022)

ໃນຕອນແລງວັນທີ 31 ພຶດສະພາ 2022, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປູກຕົ້ນໄມ້ເນື່ອງໃນໂອກາດສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັກນ້ອຍສາກົນ, ໂດຍເປັນເຂົ້າຮ່ວມມີ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ພ້ອມດ້ວຍຄະນະພັກ, ຄະນະນຳ ສມປຊ, ຜູ້ເຂົ້າຮ່ວມມີບັນດາ ພະນັກງານ, ຄູ-ອາຈານ ແລະນັກສຶກສາ. ພິເສດໃນປີນີ້ ສມປຊ ໄດ້ຕ້ອນຮັບຫຼານນ້ອຍ ໂຮງຮຽນປະຖົມ ພັນທະມິດ…

ຂ່າວອື່ນໆ