ຂ່າວຫຼ້າສຸດ

ກະຊວງຍຸຕິທຳ ມອບປຶ້ມກົດໝາຍໃຫ້ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ເຂົ້າພະແນກຫໍສະໝຸດ ເພື່ອເພີ່ມທະວີການສ້າງລັດແຫ່ງກົດໝາຍ ແລະຍົກສູງສະຕິເຄົາລົບລະບຽບກົດໝາຍ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງຈັດພິທີປ້ອງກັນບົດຈົບຂັ້ນ ໃຫ້ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ສະ​ຫາຍ ຫງວຽນ ມິງ ​ເຕິມ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ເຕັມແຫ່ງ ​ສ​ສ​ ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະເດີນ​ທາງ​ມາ​ຢ້ຽມຢາມ​ ແລະ​ເຮັດ​ວຽກ​ຢູ່ໂຮງ​ຮຽນ​ການ​ເມືອງ ແລະ ​ການ​ປົກ​ຄອງ ​ແຂວງ​ໄຊ​ຍະ​​ບູ​ລີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນໂຮງຮຽນພັກ ແຂວງກຸ້ຍໂຈ ສປ ຈີນ ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລືແຜນການຮ່ວມມື ດ້ານການກໍ່ສ້າງພະນັກງານ-ສະມາຊິກພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ວິທະຍຸໂທລະພາບສູນກາງຈີນ CMG ປະຈຳລາວຮ່ວມຍົກລະດັບການຮຽນຮູ້ຜ່ານທັດສະນະ “ໂລກທັງໃບຄືຄອບຄົວດຽວ” ຜ່ານຮູບເງົາສາລະຄະດີ 8K “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ”

ໂຮງຮຽນ 307 ເຕັກນິກກົດລັບ ແລກປ່ຽນບົດຮຽນຫໍສະໝຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

      ວັນທີ 9 ມິຖຸນາ 2022 ທີ່ຫໍສະໜຸດ ຊັ້ນ 2 ຕຶກສູນຂໍ້ມູນຂ່າວສານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທ່ານ ພັທ ສາຍເພັດ ແກ້ວມຸງຄຸນ ຫົວໜ້າພາກວິຊາຄູການເມືອງ ຕາງໜ້າໂຮງຮຽນ 307 ເຕັກນິກກົດລັບ ພ້ອມດ້ວຍຄະນະ ໄດ້ເຂົ້າມາຢ້ຽມຢາມ ຫໍສະໝຸດ ສມປຊ ແລະແລກ ພົວພັນເອກະສານ ກ່ຽວກັບຕໍາລາຮຽນຊັ້ນສູງ ເພື່ອຍົກລະດັບໂຮງຮຽນຈາກເຕັກນິກກົດລັບຊັ້ນກາງຂຶ້ນເປັນວິທະຍາໄລເຕັກນິກກົດລັບ ເຊິ່ງໃຫ້ກຽດຕອນຮັບໂດຍ ທ່ານ…

ພິທີເປີດຊຸດຝຶກອົບຮົມທິດສະດີການເມືອງການປົກຄອງ ຫຼັກສູດໄລຍະສັ້ນ, ສຳລັບເລຂາພັກບ້ານ, ນາຍບ້ານໃຫ້ເມືອງສີໂຄດຕະບອງ, ຊຸດທີ III

ໂດຍສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກຕາມທິດສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະຮອບດ້ານໃນການບໍາລຸງສ້າງພະນັກງານ-ສະມາຊິກພັກ, ຍົກສູງຄຸນນະພາບ ແລ ະປະສິດທິຜົນການຄົ້ນຄວ້າຮໍ່າຮຽນທິດສະດີການເມືອງ-ການປົກຄອງ, ມະຕິ, ດໍາເນີນໂຄງການຍົກລະດັບ ແລະສະໜອງຄວາມຮູ້ໃໝ່ໃຫ້ຄະນະພັກ-ອົງການປົກຄອງບ້ານຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ, ມະຕິກອງປະຊຸມໃຫຍ່, ຄັ້ງທີ VII ຂອງອົງຄະນະພັກເມືອງສີໂຄດຕະບອງ ແລະມະຕິກອງປະຊຸມໃຫ່ຍຄັ້ງທີ III ຂອງຄະນະພັກຮາກຖານໂຮງຮຽນ. ໃນຕອນບ່າຍຂອງວັນທີ 06 ມິຖຸນາ 2022 ໂຮງຮຽນການເມືອງ ແລະການປົກຄອງນະຄອນຫຼວງວຽງຈັນຮ່ວມກັບອົງການປົກຄອງເມືອງສີໂຄດຕະບອງ ໄດ້ຈັດຕັ້ງຝຶກອົບຮົມທິດສະດີການເມືອງ ແລະການປົກຄອງຫຼັກສູດໄລຍະສັ້ນໃຫ້ຄະນະພັກ-ອົງການປົກຄອງບ້ານ,…

ພິທີເປີດການແຂ່ງຂັນກີລາຊີງຂັນຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຄັ້ງທີ X

ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ເປີດການແຂ່ງຂັນກີລາຊີງຂັນຫົວໜ້າ ສມປຊ ຄັ້ງທີ X ໃນວັນທີ 02 ມິຖຸນາ 2022 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ທ່ານ  ປທ ນ. ຄໍາຫຼ້າ ແກ້ວອຸ່ນຄໍາ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານ ແລະສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ນັກສຶກສາ ລະບົບເລັ່ງລັດ 5 ເດືອນ…

ພິທີ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະວັນປູກຕົ້ນໄມ້ແຫ່ງຊາດ ຂອງທີມງານກໍ່ສ້າງຮາກຖານການເມືອງ ນັກສຶກສາປະລິນຍາຕີ ຮຸ່ນທີ XXV ຫ້ອງ ກ (ໃນຄັ້ງວັນທີ 01 ມີຖຸນາ 2022) ທີ່ບ້ານແຈ້ງ, ເມືອງທຸລະຄົມ, ແຂວງ ວຽງຈັນ.

ໃນຕອນເຊົ້າວັນພຸດ ວັນທີ 01 ມີຖຸນາ 2022 ທິມງານນັກສຶກສາ ຮ່ວມກັບອົງການປົກຄອງບ້ານ ພ້ອມດ້ວຍຄູ-ອາຈານ ແລະນ້ອງນ້ອຍນັກຮຽນຈຳນວນໜຶ່ງໄດ້ຈັດຕັ້ງກິດຈະກຳຂຶ້ນເພື່ອເປັນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ ແລະຈັດກິດຈະກຳປ່ອຍປາ. ເຊິ່ງພິທີດັ່ງກ່າວໄດ້ໄຂຂຶ້ນໃນເວລາ 8 ໂມງ 15 ນາທີ ພາຍໃຕ້ການເປັນປະທານຂອງ ທ່ານ ບົວລຽນ ວົງວິໄລ ເລຂາພັກບ້ານ, ນາຍບ້ານ ບ້ານແຈ້ງ ແລະ ທ່ານ ອໍາໄພ ອັກຄະລາດ ຮອງຫົວໜ້າກົມກວດກາ ສມປຊ, ອາຈານຊີ້ນຳ…

ຂ່າວອື່ນໆ