ຫ້ອງຮຽນຂົງຈື ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ  ແລະສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດຈັດກອງປະຊຸມສະຫຼຸບການເຄື່ອນໄຫວ ແລະແລກປ່ຽນບົດຮຽນປະຈໍາປີ 2022 ແລະທິດທາງແຜນການປະຈໍາປີ 2023.

ໃນວັນທີ 13 ມັງກອນ 2023, ເວລາ 8:30 – 16:30 ໂມງ, ແລະສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວ ແລະແລກປ່ຽນບົດຮຽນປະຈໍາປີ 2022 ແລະທິດທາງແຜນການປະຈໍາປີ 2023 ຂອງສະພາຜູ້ບໍລິຫານຫ້ອງຮຽນຂົງຈື ຂື້ນທີ່ຫ້ອງປະຊຸມຫ້ອງຮຽນຂົງຈື ຂອງ ມສ ສາມັນກິນນອນຊົນເຜົ່າ ເມືອງວັງວຽງ ແຂວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມໂດຍ: ທ່ານ ຄໍາຮຸ່ງ ຈັນທະວົງ ຜູ້ອໍານວຍການສະຖາບັນຂົງຈືຝ່າຍລາວ, ທ່ານ ຫຼົວໝິງ ຜູ້ອໍານວຍການສະຖາບັນຂົງຈື ຝ່າຍ ຈີນ ແລະທ່ານ ສົນທະຍາ ເທບນຸຮັກ ຮອງຫົວໜ້າຫ້ອງການ ສມປຊ, ຫົວໜ້າຫ້ອງຮຽນຂົງຈື ສມປຊ ພ້ອມດ້ວຍຮອງອໍານວຍການ, ຄະນະພະແນກການຕ່າງໆ, ຊ່ຽວຊານຈີນ ແລະຜູ້ຕາງໜ້າເຂົ້າຮ່ວມຈາກ 5 ຫ້ອງຮຽນຂົງຈື ລວມທັງໝົດ 25 ທ່ານ.   

ກອງປະຊຸມໄດ້ ມີມະຕິເຫັນດີເປັນເອກະພາບກັນໃນຂໍ້ກໍານົດວ່າດ້ວຍການຄຸ້ມຄອງບໍລິຫານ ແລະຂັ້ນຕອນການຈັດຕັ້ງປະຕິບັດວຽກງານຕ່າງໆ ຂອງຫ້ອງຮຽນຂົງຈື ເຊັ່ນ: ການບໍລິຫານຄຸ້ມຄອງໂຄງການ, ການຂຶ້ນແຜນວຽກງານ, ການຂື້ນແຜນງົບປະມານ ແລະການສະຫຼຸບງົບປະມານຕ່າງໆໃຫ້ມີຄວາມໂປ່ງໃສ, ຖືກຕ້ອງຕາມລະບຽບຫຼັກການ, ແທດ ເໝາະກັບສະພາບຕົວຈິງ ແລະມີຄວາມເປັນເອກະພາບກັນ, ນອກນັ້ນ ຫ້ອງຮຽນຂົງຈືແຕ່ລະແຫ່ງກໍໄດ້ຜ່ານສະຫຼຸບວຽກງານປະຈໍາປີ 2022 ທີ່ຜ່ານມາ ແລະແຜນປະຈໍາປີ 2023, ລາຍງາຍຂໍ້ສະດວກ, ຂໍ້ຫຍຸ້ງຍາກຕ່າງໆ ໃນການຈັດຕັ້ງປະຕິ ບັດວຽກງານ, ພ້ອມທັງໄດ້ປຶກສາຫາລືວຽກງານຕ່າງໆທີ່ປິ່ນອ້ອມການຮຽນ-ການສອນ ແລະມີມະຕິແກ້ໄຂຮ່ວມກັນດ້ວຍຄວາມເປັນເອກະພາບ. 

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ພະແນກພົວພັນຕ່າງປະເທດ ສມປຊ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ