ພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ຊັ້ນກາງ ຮຸ່ນທີ XI ແລະເປີດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ I ຢູ່ ແຂວງບໍ່ແກ້ວ ໃນວັນທີ 11 ມັງກອນ 2023  ທີ່ຫໍວັດທະນະທຳແຂວງ, ໂດຍການເປັນປະທານຮ່ວມມອບໃບປະກາສະນິຍະບັດໂດຍມີສະຫາຍ: ປອ ບົວຄົງ ນາມມະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍ່ແກ້ວ ແລະສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະບໍລິຫານງານພັກ ສມປຊ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາຄະນະນຳແຂວງ, ເມືອງ, ຄະນະພະແນກ, ກົມກອງ, ອົງການ ແລະນັກສຶກສາເຂົ້າຮ່ວມ.

         ສະຫາຍ ປທ  ຄຳແສງ ສຸລິຍະວົງ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງບໍ່ແກ້ວໄດ້ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດໂຄງການຫຼັກສຸດ ຊັ້ນກາງ ຮຸ່ນທີ XI ຂອງແຂວງບໍ່ແກ້ວ ເລີ່ມແຕ່ກາງເດືອນຕຸລາ 2021 ມີນັກສຶກສາເຂົ້າຮຽນທັງໝົດ 66 ສະຫາຍ, ຍິງ 16 ສະຫາຍ, ມາຈາກບັນດາເມືອງ 28 ສະຫາຍ, ຍິງ 3 ສະຫາຍ ມາຈາກຂະແໜງການອ້ອມຂ້າງແຂວງ 38 ສະຫາຍ, ຍິງ 13 ສະຫາຍ, ມາຈາກຂົງເຂດ ປກຊ – ປກສ 16 ສະຫາຍ, ຍິງ 3 ສະຫາຍ. ລວມມີ 28 ວິຊາ: ມີ 78 ໜ່ວຍກິດ, ໂດຍແບ່ງເປັນ 3 ໝວດ, ໝວດວິຊາຄວາມຮູ້ທົ່ວໄປມີ 15 ວິຊາ, ໝວດວິຊາເຕັກນິກທົ່ວໄປມີ 7 ວິຊາ, ໝວດວິຊາສະເພາະມີ 6 ວິຊາ, ໃນນັ້ນມີ 6 ວິຊາຫຼັກ ໄດ້ຈັດຕັ້ງການປະເມີນຜົນສອບເສັງທົ່ວໄປ 1 ຄັ້ງ ແລະສອບເສັງລະດັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສອບເສັງປາກເປົ່າ) 1 ຄັ້ງ, ຜ່ານການຄົ້ນຄວ້າ ຮ່ຳຮຽນຢ່າງເປັນລະບົບ ຜົນຄະແນນສະເລ່ຍການຮຽນຂອງນັກສືກໃນຕະຫຼອດຊຸດຮຽນມີດັ່ງນີ້: ເກຼດ A 8 ສະຫາຍ, B+ 44 ສະຫາຍ, B 14 ສະຫາຍ, ຄະແນນຂຽນບົດທົບທວນປ້ອງກັນຈົບຊັ້ນໄດ້ເກຼດ A 46 ສະຫາຍ, B+ 18 ສະຫາຍ, B 1 ສະຫາຍ.

         ໃນພິທີໄດ້ມອບໃບປະກາສະນີຍະບັດ, ໃບຍ້ອງຍໍຂອງທ່ານເຈົ້າແຂວງໃຫ້ແກ່ນັກສຶກສາທີ່ໄດ້ປະກອບຊ່ວຍເຫຼືອໃນການບູລະນະໂຮງຮຽນ, ມອບໃບຍ້ອງຍໍຂອງໂຮງຮຽນໃຫ້ແກ່ ນັກສືກສາຮຽນດີມີວິໄນ ປະເພດ I ມີ 43 ສະຫາຍ, ປະເພດ II 23 ສະຫາຍ.

         ໂອກາດນີ້ ສະຫາຍ ປອ ບົວຄົງ ນາມມະວົງ ໄດ້ມີຄຳເຫັນວ່າ: ການຮຽນທິດສະດີການເມືອງ ແລະ ການປົກຄອງ ມີຄວາມສຳຄັນຫຼາຍເປັນມາດຖານ, ເງື່ອນໄຂຂອງພະນັກງານນຳພາ – ສືບທອດຕ້ອງໄດ້ຮູ້, ໄດ້ຫຼັກມູນທິດສະດີ, ແນວຄິດ ປະທານ ໄກສອນ ພົມວິຫານ ເພື່ອເປັນຈຸດຢືນທີ່ຖືກຕ້ອງໃນການວິເຄາະບັນຫາຕ່າງໆ, ນໍາເອົາທິດສະດີໄປແກ້ໄຂບັນຫາທີ່ເກີດຂື້ນໃຫ້ທັນການ, ໃຫ້ຂະແໜງການທີ່ກ່ຽວຂ້ອງຕ້ອງມີການປະສານສົມທົບຄັດເລືອກເອົາຜູ້ທີ່ຈະມາສືກສາຮໍ່າຮຽນໃຫ້ຖືກຕ້ອງຕາມແຜນການກໍານົດ, ມີການລາຍງານໃຫ້ຄະນະປະຈຳພັກແຂວງຢ່າງເປັນປົກກະຕິໃຫ້ໂຮງຮຽນ, ສືບຕໍ່ເອົາໃຈໃສ່ໃນການພັດທະນາປັບປຸງຫຼັກສູດທີ່ແທດເໝາະກັບສະພາບຕົວຈິງຖືກຕ້ອງຕາມເວລານັກສືກສາທີ່ຮຽນຈົບໄປແລ້ວຕ້ອງໄດ້ຊອກຮູ້ຮໍ່າຮຽນດ້ວຍຕົນເອງຕື່ມ, ນຳເອົາບົດຮຽນທີ່ໄດ້ສຶກສາຮໍ່າຮຽນໄປມູນໃຊ້ໃຫ້ເກີດຜົນປະໂຫຍດ, ນັກສຶກສາທີ່ມາຮຽນທິດສະດີຂັ້ນກາງຕ້ອງໄດ້ຝຶກຝົນຫຼໍ່ຫຼອມ, ຕັ້ງໃຈໃນການສຶກສາຮ່ຳຮຽນຍາດແຍ່ງເອົາບົດຮຽນ, ຄວາມຮູ້ຄວາມສາມາດ ແລະປະຕິບັດລະບຽບຂອງໂຮງຮຽນໃຫ້ເຂັ້ມງວດເພື່ອພ້ອມກັນກ້າວໜ້າ.

         ຫຼັງຈາກສຳເລັດພິທີມອບ-ຮັບໃບປະກາສະນີຍະບັດ ຊັ້ນກາງ ຮຸ່ນທີ XI ໃນພິທີອັນທີ່ມີຄວາມໝາຍຄວາມສຳຄັນໃນການກໍ່ສ້າງສະມາຊິກພັກ  ໄດ້ຖືໂອກາດດັ່ງກ່າວ, ເປີດຊຸດຮຽນທິດສະດີການເມືອງຂັ້ນກາງ 6 ເດືອນ ຮຸ່ນທີ I ຂຶ້ນຢ່າງເປັນທາງການ, ຊຶ່ງມີນັກສຶກສາເຂົ້າຮຽນທັງໝົດ ຈຳນວນ 60 ສະຫາຍ, ຍິງ 9 ສະຫາຍຖືກຄັດເລືອກເຂົ້າຮຽນທິດສະດີການເມືອງຂັ້ນກາງຮຸ່ນທີ I ຂອງແຂວງບໍ່ແກ້ວ.

ພາບ-ຂ່າວ ຄຳພັນ ແກ້ວມະນີ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ