ຂ່າວຫຼ້າສຸດ

ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດ ສາທາລະນະລັດ ກຸຍບາ ປະຈຳ ສປປ ລາວ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບນັກສຶກສາ ທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ 7 ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາຈັດກອງປະຊຸມສຳມະນາວິທະຍາສາດ ຜັນຂະຫຍາຍແນວຄິດໄກສອນ ພົມວິຫານ ເຂົ້າໃນວຽກງານສຶກສາ ກອງປະຊຸມສຳມະນາວິທະຍາສາດຊາວໜຸ່ມ 3 ຝ່າຍສຸມໃສ່ຫັນເປັນທັນສະໄໝ ສະຫະພັນກຳມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມກິດຈະກຳຍ່າງເພື່ອສຸຂະພາບສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 140 ປີ ຢ່າງຄຶກຄື້ນ

ກົມຈັດຕັ້ງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດຝຶກອົບຮົມເພື່ອຍົກສູງຂີດ ຄວາມສາມາດວຽກງານຈັດຕັ້ງໃນການສ້າງພັກ-ພະນັກງານ ໃຫ້ເຂັ້ມແຂງໃນໄລຍະໃໝ່

ວຽກງານ “ຈັດຕັ້ງ-ພະນັກງານ” ຖືເປັນກົນໄກທີ່ມີຄວາມສຳຄັນສູງສຸດ ໃນການກຳນົດຊະຕາກຳ ແລະຄວາມເຂັ້ມແຂງຂອງລະບົບການເມືອງ; ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.  ດັ່ງນັ້ນ, ກົມຈັດຕັ້ງ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຈຶ່ງໄດ້ຈັດຊຸດຝຶກອົບ ຮົມວຽກງານຈັດຕັ້ງ ປະຈຳປີ 2026 ຂຶ້ນຢ່າງເປັນທາງການ.        ຊຸດຝຶກອົບຮົມຄັ້ງນີ້ ໄດ້ດຳເນີນໄປເປັນເວລາ 4ວັນ (ແຕ່ວັນທີ 10-13 ກຸມພາ 2026) ທີ່ຣີສອດນາປ່າກວາງ, ເມືອງແກ້ວອຸດົມ, ແຂວງວຽງຈັນ. ໃຫ້ກຽດປັນປະທານ ແລະໃຫ້ທິດຊີ້ນຳຢ່າງໃກ້ຊິດ…

ຄະນະພັກ, ຄະນະນຳ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຊ້ສິດປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຢ່າງເປັນຂະບວນຄຶກຄື້ນ

ໃນວັນທີ 22 ກຸມພາ 2026 ເຊິ່ງຖືເປັນວັນທີ່ມີຄວາມໝາຍຄວາມສຳຄັນທາງປະຫວັດສາດການເມືອງຂອງຊາດລາວ, ທົ່ວປະເທດໄດ້ຈັດໃຫ້ມີການປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V. ສະພາບບັນຍາກາດໃນທົ່ວນະຄອນຫຼວງວຽງຈັນ ແມ່ນເຕັມໄປດ້ວຍຄວາມຟົດຟື້ນມ່ວນຊື່ນ ແລະ ເປັນຂະບວນການຢ່າງກວ້າງຂວາງ. ໃນນັ້ນ, ຄະນະພັກ, ຄະນະນຳ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ເຊິ່ງໄດ້ດຳເນີນໄປຢ່າງສົມກຽດ, ສະແດງໃຫ້ເຫັນເຖິງຄວາມເປັນນ້ຳໜຶ່ງໃຈດຽວກັນ ລະຫວ່າງການນຳຂັ້ນສູງ ແລະ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດພິທີປະກາດຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສົມບູນ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ຄະນະບໍລິຫານງານພັກ ສມປຊ ໄດ້ຈັດພິທີອັນສະຫງ່າລາສີ ເພື່ອປະກາດມະຕິດຕົກລົງຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຂອງພັກປະຊາຊົນ ປະຕິວັດລາວ. ພິທີດັ່ງກ່າວໄດ້ດຳເນີນໄປພາຍໃຕ້ບັນຍາກາດທີ່ເຕັມໄປດ້ວຍຄວາມພາກພູມໃຈ ແລະ ມີຄວາມໝາຍສຳຄັນທາງດ້ານການເມືອງຢ່າງເລິກເຊິ່ງ.          ໃນຕອນເຊົ້າຂອງວັນທີ 18 ກຸມພາ 2026 ໜ່ວຍພັກຮາກຖານ ກົມຄຸ້ມຄອງການຮຽນ-ການສອນ ແລະ ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ຈັດຕັ້ງພິທີຮັບເອົາມະຫາຊົນກ້າວໜ້າທີ່ມີຄວາມຕື່ນຕົວທາງດ້ານການເມືອງ, ມີຄຸນສົມບັດສິນທຳປະຕິວັດ ແລະ ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານ ເຂົ້າເປັນສະມາຊິກພັກສຳຮອງ, ໃນພິທີໃຫ້ກຽດເປັນປະທານຂອງ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຍົກລະດັບວຽກງານຄຸ້ມຄອງບໍລິຫານຫຼັກສູດ

ເພື່ອເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ເຂົ້າສູ່ວຽກງານກໍ່ສ້າງພະນັກງານນຳພາ-ຄຸ້ມຄອງ ໃຫ້ມີຄຸນນະພາບໃໝ່, ໃນລະຫວ່າງວັນທີ 17-20 ກຸມພາ 2026, ກົມຄຸ້ມຄອງການຮຽນ-ການສອນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດຕັ້ງຊຸດຝຶກອົບຮົມໃນຫົວຂໍ້: “ຄຸ້ມຄອງບໍລິຫານຫຼັກສູດ” ຂຶ້ນຢ່າງເປັນທາງການ ຢູ່ທີ່ເມືອງວັງວຽງ, ແຂວງວຽງຈັນ.          ການຝຶກອົບຮົມຄັ້ງນີ້ ແມ່ນບາດກ້າວອັນສຳຄັນທາງດ້ານການເມືອງ ແລະ ວິຊາສະເພາະ ເພື່ອແນໃສ່ຍົກສູງຄຸນນະພາບການສຶກສາທິດສະດີການເມືອງ ໃຫ້ສອດຄ່ອງກັບມາດຕະຖານການສຶກສາແຫ່ງຊາດ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.          ພິທີເປີດຊຸດຝຶກອົບຮົມ…

ຂ່າວອື່ນໆ