ໃນຕອນເຊົ້າວັນທີ 8 ມີນາ 2024 ທີ່ສະໂມສອນໃຫຍ່ ຫ້ອງວ່າການເມືອງທ່າພະບາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດບັ້ນດໍາເນີນການລົງກໍ່ສ້າງຮາກຖານການເມືອງ ຢູ່ກຸ່ມບ້ານ ເມືອງ ທ່າພະບາດ ແຂວງບໍລິຄໍາໄຊ ຂອງນັກສຶກສາລະບົບປະລິນຍາໂທ ຮຸ່ນທີ XIX ຫ້ອງ ກ ແລະ ຫ້ອງ ຂ ໃຫ້ກຽດເປັນປະທານຮ່ວມໂດຍ:  ທ່ານ ສົມສົດ ແສງອາພອນ, ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ທ່າພະບາດ ແລະທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ ຮອງຫົວໜ້າ ສມປຊ; ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງຫົວໜ້າຫ້ອງການ, ພະນັກງານກໍ່ສ້າງຮາກຖານການເມືອງຂັ້ນແຂວງ, ຂັ້ນເມືອງ, ອົງການປົກຄອງບ້ານ ຕະຫຼອດຮອດ ຄູ-ອາຈານຈາກສະຖາບັນ ແລະນັກສຶກສາເຂົ້າຮ່ວມ.

            ທ່ານ ປທ ສີຈັນ ສູນດາລາ ຮອງຫົວໜ້າຄະນະປັດຊະຍາ ໄດ້ຜ່ານບົດສະຫຼຸບຂອງການຈັດຕັ້ງປະຕິບັດລົງກໍ່ສ້າງຮາກຖານຕະຫຼອດໄລຍະ 20 ວັນວ່າ: ການລົງກໍ່ສ້າງຮາກຖານການເມືອງຂອງນັກສຶກສາໃນຄັ້ງນີ້ ລວມມີ 152 ຄົນ, ຍິງ 45 ຄົນ ໄດ້ແບ່ງອອກເປັນ 12 ໜ່ວຍ, ລົງປະຈຳຢູ່ 12 ບ້ານ ເພື່ອຖອດຖອນແລກປ່ຽນບົດຮຽນ ເຊິ່ງໄດ້ເລີ່ມແຕ່ວັນທີ 19 ກຸມພາ 2024 ຫາວັນທີ 08 ມີນາ 2024 ຈຶ່ງສໍາເລັດຕາມແຜນການ, ຜ່ານການຈັດຕັ້ງລົງເຝິກງານກໍ່ສ້າງຮາກຖານຂອງນັກສຶກສາໄດ້ປະກອບສ່ວນອັນສໍາຄັນໃນຫຼາຍດ້ານ, ເຊິ່ງບົດຮຽນທີ່ຖອດຖອນໄດ້ໃນຄັ້ງນີ້ແມ່ນຄະນະຮັບຜິດຊອບລວມ ຄວນເອົາໃຈໃສ່ຕໍ່ການນໍາພາ-ຊີ້ນຳ, ການຕິດຕາມ-ກວດກາວຽກງານລົງກໍ່ສ້າງຮາກຖານຢູ່ແຕ່ລະບ້ານໃຫ້ທົ່ວເຖິງ ແລະໃກ້ຊິດຕິດແທດ. ການລົງກໍ່ສ້າງຮາກຖານການເມືອງກ່ອນອື່ນໝົດຕ້ອງໄດ້ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ກໍ່ຄືມະຕິຕ່າງໆ ຂອງຂັ້ນເທິງວາງອອກໃຫ້ເລິກເຊິ່ງ ແລະທົ່ວເທິງ. ບົດຮຽນໃນການເຮັດວຽກຮ່ວມກັນເປັນທີມງານ ແລະອຳນາດການປົກຄອງບ້ານ, ໄດ້ເຮັດໃຫ້ຮູ້ຈັກການປັບຕົວໃຫ້ເຂົ້າກັບສະພາບການ, ມີຄວາມສາມັກຄີເປັນເອກະພາບ, ຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງ ທີມງານລົງກໍ່ສ້າງຮາກຖານກັບອຳນາດການປົກຄອງຂັ້ນເມືອງ, ຂັ້ນບ້ານ ແລະພໍ່ແມ່ປະຊາຊົນ ພາຍໃນບ້ານເປັນຢ່າງດີ.

      ໃນໂອກາດດັ່ງກ່າວ ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ ຮອງຫົວໜ້າ ສມປຊ ໄດ້ເປັນກຽດມອບໃບຊົມເຊີຍ, ໃບຍ້ອງຍໍ, ມອບປື້ມແບບຮຽນໃຫ້ກັບບັນດາອຳນາດການປົກຄອງເມືອງ, ບ້ານ ແລະ  ບ້ານ ອົງການປົກຄອງເມືອງໄດ້ມອບໃບຍ້ອງຍໍໃຫ້ກັບທາງຄະນະຄູ-ອາຈານ ແລະນັກສຶກສາໃນຄັ້ງນີ້ຕື່ມອີກ ແລະທ່ານ ວິໄລສິດ ພິມພັກດີ ເລຂາໜ່ວຍພັກຮາກຖານນັກສຶກສາປະລິນຍາໂທ ຮຸ່ນທີ XIX ຫົວໜ້າຫ້ອງ ກ ກໍໄດ້ຕາງໜ້ານັກສຶກສາ ສະແດງຄໍາຂອບໃຈ ມາຍັງ ສມປຊ ແລະອົງການປົກຄອງບ້ານ.

  ໃນຕອນທ້າຍພິທີທ່ານປະທານໄດ້ເນັ້ນບາງຈຸດດັ່ງນີ້:

1). ຄະນະຮັບຜິດຊອບລວມ ຈົ່ງສືບຕໍ່ສະຫຼຸບສັງລວມ ຕີລາຄາຄືນຜົນສໍາເລັດຂອງການລົງ ຮາກຖານໃນຄັ້ງນີ້ ໃຫ້ເລິກເຊິ່ງເພື່ອຖອດໃຫ້ໄດ້ບົດຮຽນແທດຕົວຈິງ ເພື່ອນໍາໄປປັບປຸງໃນຄັ້ງຕໍ່ໄປໃຫ້ ມີປະສິດທິຜົນໃຫ້ສູງຂຶ້ນເພື່ອຖອດຖອນຊີ້ນຳຄັ້ງຕໍ່ໄປໃຫ້ມີປະສິດທິຜົນສູງທີ່ສຸດ.

2). ຕໍໍ່ກັບອໍານາດການປົກຄອງຂອງເມືອງ, ບ້ານທີ່ນັກສຶກສາ ລົງໄປເຄື່ອນໄຫວນັ້ນ ກໍຢາກໃຫ້ບັນດາສະຫາຍ ສານຕໍ່ໜ້າວຽກຕ່າງໆ ທີ່ບັນດາສະຫາຍໄດ້ເຮັດຮ່ວມກັບນັກສຶກສາ ເພື່ອເປັນການຕໍ່ຍອດ, ເຮັດໃຫ້ມີຄວາມຍືນຍົງ, ເພື່ອປັບປຸງວຽກງານຂັ້ນບ້ານໃຫ້ເຂັ້ມແຂງ.

3). ຕໍ່ກັບນັກສຶກສາສືບຕໍ່ນໍາເອົາພຶດຕິກໍາຕົວຈິງ ທີ່ເຄື່ອນໄຫວ ກໍ່ສ້າງຮາກຖາຄັ້ງນີ້ເພື່ອນໍາໄປສຶກສາຄົ້ນຄວ້າ, ສົມທຽບລະຫວ່າງພຶດຕິກໍາກັບທິດສະດີທີ່ໄດ້ຄົ້ນຄວ້ າແລະສຶກສາຮໍ່າຮຽນມາເພື່ອຖອດຖອນເປັນບົດຮຽນໃນພາຍພາກ

ຂ່າວ: ນາງ ທິດດາວອນ ດວງປະເສີດ
ພາບ: ນັກຂ່າວປົກຄອງເມືອງທ່າພະບາດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ