ຂ່າວຫຼ້າສຸດ

ຄະນະຄູ-ອາຈານ ແລະນັກສຶກສາໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄປທັດສະນະສຶກ ແລະແລກປ່ຽນບົດຮຽນ ຢູ່ທີ່ເມືອງໜອງແຮດ ພິທີມອບ-ຮັບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ  ໃຫ້ແກ່ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ໂຮງຮຽນພັກ ແຂວງຢຸນນານ ສປ ຈີນ ຮັດແໜ້ນສາຍພົວພັນຮ່ວມມື ຜ່ານກອງປະຊຸມແລກປ່ຽນວິຊາການ ວຽກງານກໍ່ສ້າງພະນັກງານ-ສະມາຊິກພັກ ພິທີສະເຫຼີມສະຫຼອງວັນສ້າງຕັ້ງຊາວໜຸ່ມ ປປ ລາວ ຄົບຮອບ 71 ປີ ແລະ ຍ້ອງຍໍຜົນງານຊາວໜຸ່ມປະຈຳສົກປີ 2024-2025 ພິທີປິດຊຸດຝຶກອົບຮົມການນຳໃຊ້ລະບົບ G-Chat, G-Share ແລະ AI ເຂົ້າໃນການບໍລິຫານວຽກງານ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດພິທີປະກາດການຈັດຕັ້ງ ແລະທາບທາມບຸກຄະລາກອນ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນກົມ ຫຼື ທຽບເທົ່າຂັ້ນກົມ, ຂັ້ນຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະການໂຍ້ກຍ້າຍບ່ອນປະຈຳການ ສະນັ້ນ, ໃນຕອນເຊົ້າຂອງວັນທີ 15 ກຸມພາ 2024 ຈຶ່ງໄດ້ຈັດພິທີປະກາດການຈັດຕັ້ງ ແລະທາບທາມບຸກຄະລາກອນຂື້ນ ພາຍໃຕ້ການເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ຫົວໜ້າ ສມປຊ, ຄະນະພັກ ແລະມີຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ ແລະ…

ກອງປະຊຸມໃຫຍ່ ຂອງໜ່ວຍພັກຮາກຖານ ຂອງນັກສຶກສາ ລະບົບປະລິນຍາໂທຮຸ່ນທີXIX

ກອງປະຊຸມໃຫຍ່ຂອງໜ່ວຍພັກນັກຄົ້ນຄ້ວາປະລິນຍາໂທຮຸ່ນທີ XIX ຫ້ອງຂໍ ໄດ້ໄຂຂຶ້ນຢ່າງເປັນທາງການຂອງວັນທີ 14 ກຸມພາ 2024 ທີ່ຫ້ອງປະຊຸມ 110, ຊັ້ນ 1 ຕຶກ 5 ຊັ້ນກົມຈັດຕັ້ງ-ພະນັກງານ ສມປຊ, ໂດຍການເປັນປະທານຮ່ວມໂດຍສະຫາຍ: ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານພັກຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີສະຫາຍ ອິດສະຫຼະ ພິມມະສອນ ເຂລາໜ່ວຍພັກ, ຫົວໜ້າຫ້ອງຮຽນນັກຄົ້ນຄວ້າປະລິນຍາໂທຮຸ່ນທີ XIX ຫ້ອງຂໍ…

ເປີດເຝິກອົບຮົມພາຍໃຕ້ ຫົວຂໍ້: “ຫັນທັກສະພື້ນຖານການເຮັດເຂົ້້າໜົມເຄັກກ້ວຍໃຫ້ກາຍເປັນລາຍໄດ້”

ຕອນແລງວັນທີ 14 ກຸມພາ 2024 ຮາກຖານກໍາມະບານສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ຈັດເຝິກອົບຮົມຂຶ້ນຢູ່ທີ່ຊັ້ນ 5 ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ພາຍໃຕ້ຫົວຂໍ້“ຫັນທັກສະພື້ນຖານການເຮັດຂະນົມເຄັກກ້ວຍໃຫ້ກາຍເປັນລາຍໄດ້” ພາຍໃຕ້ການເປັນປະທານໂດຍ: ທ່ານ ປທ ນາງ ວະໄລລັກ ອະໄພ ຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະມີຕາງໜ້າ 2 ທ່ານ ຂອງແຕ່ລະຮາກຖານ ທົ່ວ ສມປຊ ເຂົ້າຮ່ວມການເຝິກອົບຮົມໃນຄັ້ງນີ້. ຈຸດປະສົງຕົ້ນຕໍໃນການເຝິກອົບຮົມໃນຄັ້ງນີ້ແມ່ນເພື່ອສ້າງກິດຈະກໍາ…

ພິທີປະກາດ ພະນັກງານຮັບອຸດໜູນບຳນານ ແລະແຕ່ງຕັ້ງຮອງຂະແໜງການ ຂອງໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ

ໃນຕອນເຊົ້າຂອງວັນທີ 14 ກຸມພາ 2024 ຢູ່ທີ່ຫ້ອງປະຊຸມຂອງ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີປະກາດ ພະນັກງານຮັບອຸດໜູນບຳນານ ແລະແຕ່ງຕັ້ງຮອງຂະແໜງການ ຂອງໂຮງຮຽນ ພາຍໃຕ້ການເປັນປະທານໂດຍ: ທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ມີພະນັກງານ, ຄູ-ອາຈານ, ພະນັກງານບຳນານ ແລະຄະນະພັກ, ຄະນະຫ້ອງ ຂັ້ນກາງຮຸ່ນທີ I ເຂົ້າຮ່ວມນຳ. ໃນພິທີ…

ຂ່າວອື່ນໆ