ໃນຕອນເຊົ້າ ວັນທີ 29 ມັງກອນ 2024  ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ໄດ້ເປີດຮຽນທິດສະດີການເມືອງຂັ້ນກາງ ຮຸ່ນທີ I ປະຈໍາປີ 2024 ຢູ່ທີ່ຫ້ອງປະຊຸມໂຮງຮຽນການເມືອງ ແລະການປົກຄອງແຂວງ, ໂດຍການເປັນປະທານຂອງສະຫາຍ ຄຳພັນ ເຈຍອາ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ; ເປັນກຽດເຂົ້າຮ່ວມຂອງຮສພູວົງ ອຸ່ນຄຳແສນ ກຳມະການສູນກາງພັກຫົວໜ້າສະຖາບັນການເມືອງແລະການປົກຄອງແຫ່ງຊາດ, ເປັນກຽດເຂົ້າຮ່ວມ ຂອງສະຫາຍ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີ 3 ອົງການຈັດຕັ້ງພັກ,ແຂກຖືກເຊີນ, ພະ ນັກງານຄູ-ອາຈານພ້ອມດ້ວຍນັກສຶກສາທິດສະດີການເມືອງຂັ້ນກາງຮຸ່ນທີ 1 ເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ຄໍາຟອງ ລາດຊະພົນ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ຜ່ານແຜນການຮຽນທິດສະດີການເມືອງຂັ້ນກາງຮຸ່ນທີIປະຈໍາປີ 2024 ເຊິ່ງສະຫາຍໃຫ້ຮູ້ວ່າ: ການເປີດຮຽນທິດສະດີການເມືອງຂັ້ນກາງຮຸ່ນທີ Iໃນຄັ້ງນີ້ເພື່ອບຳລຸງທິດສະດີການເມືອງໃຫ້ພະນັກງານນຳພາ-ຄຸ້ມຄອງ, ນາຍທະຫານແລະນາຍຕຳຫຼວດທີ່ພວມດຳລົງຕຳແໜ່ງບໍລິຫານປະເພດ4ຫາປະເພດ5ຢູ່ອົງການຈັດຕັ້ງພັກ-ລັດແລະ ອົງການຈັດຕັ້ງມະຫາຊົນຢູ່ສູນກາງແລະທ້ອງຖິ່ນ, ຍົກລະດັບຄວາມຮູ້, ຄວາມສາມາດດ້ານທິດສະດີການເມືອງ,ແນວຄິດໄກສອນພົມວິຫານ, ແນວທາງຂອງພັກ, ນະໂຍບາຍການຄຸ້ມຄອງຂອງລັດ, ເຮັດໃຫ້ພະນັກງານມີແນວຄິດຫຼັກໝັ້ນຊົນຊັ້ນກຳມະກອນມີແນວຄິດເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຊື່ອໝັ້ນຕໍ່ອຸດົມການກໍຄືພາລະກິດປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ມີຄວາມຫ້າວຫັນເປັນແບບຢ່າງໃນທຸກວຽກງານ, ເຮັດໃຫ້ການປະຕິບັດໜ້າທີ່ວຽກງານນັບມື້ນັບມີຄຸນນະພາບສູງຂຶ້ນ,ສ້າງພະນັກງານນຳພາ-ຄຸ້ມຄອງຢູ່ສູນກາງແລະທ້ອງຖິ່ນມີຄຸນທາດການເມືອງຢ່າງໜັກແໜ້ນ, ມີລະດັບຄວາມສາມາດໃນການຄຸ້ມຄອງແລະຈັດຕັ້ງປະຕິບັດຕາມແນວທາງຂອງພັກນະໂຍບາຍຂອງລັດໃຫ້ປະກົດຜົນເປັນຈິງພ້ອມກັນນັ້ນ, ເຮັດໃຫ້ພະນັກງານນຳພາ-ຄຸ້ມຄອງມີຄວາມຮູ້ທາງດ້ານທິດສະດີແລະພຶດຕິກຳ,ນຳໃຊ້ຄວາມຮູ້ດັ່ງກ່າວເຂົ້າໃນວຽກງານຂອງຕົນຮັບຜິດຊອບໃຫ້ມີປະສິດທິພາບສູງຂຶ້ນ.

ນັກສຶກສາເຂົ້າຮຽນແມ່ນພະນັກງານຫຼັກແຫຼ່ງຂອງແຂວງຂອງເມືອງທີ່ພວມດຳລົງຕຳແໜ່ງຫຼືພະນັກງານສືບທອດທີ່ບໍ່ມີເງື່ອນໄຂໄປຮຽນຢູ່ສະຖາບັນການເມືອງແລະການປົກຄອງແຫ່ງຊາດແລະບັນດາໂຮງຮຽນການເມືອງແລະການປົກຄອງແຂວງ, ໃນນັ້ນເປົ້າໝາຍນັກສຶກສາເຂົ້າຮຽນຂັ້ນກາງຮຸ່ນທີI ຈຳນວນ 62 ຄົນ, ຍິງ 15 ຄົນ ແມ່ນພະນັກງານນຳພາ-ຄຸ້ມຄອງທີ່ມີຕຳແໜ່ງບໍລິຫານປະເພດ 5 ຂຶ້ນໄປຂອງພະນັກງານ-ອົງການອ້ອມຂ້າງແຂວງ; ບັນດາເມືອງ ແລະສອງກອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບແມ່ນຊັ້ນຮ້ອຍຕີຂຶ້ນໄປ ແລະ ຜູ້ທີ່ບໍ່ທັນມີໃບຢັ້ງຢືນທິດສະດີການເມືອງແລະການປົກຄອງຂັ້ນກາງ, ຂັ້ນສູງ.

ການຮຽນ-ການສອນມີ 13 ບົດ, 7 ກຸ່ມວິຊາຮຽນຄື: ກຸ່ມວິຊາປັດຊະຍາມາກ-ເລນິນ ແລະ ວັດທະ
ນະທຳ,ກຸ່ມວິຊາເສດຖະສາດການເມືອງມາກ-ເລນິນ,ກຸ່ມວິຊາລັດທິສັງຄົມນິຍົມວິທະຍາສາດ,ພົວພັນສາກົນ,ສັງຄົມສາດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກຸ່ມແນວຄິດໄກສອນ ພົມວິຫານ, ກຸ່ມວິຊາພື້ນຖານການຄຸ້ມຄອງບໍລິຫານລັດ,ທິດສະດີລັດ ແລະ ກົດໝາຍ,ເຕັກນິກບໍລິຫານ, ກຸ່ມວິຊາປະຫວັດສາດພັກ ແລະ ກໍ່ສ້າງພັກ, ກຸ່ມວິຊາບັງຄັບ ແລະຫົວຂໍ້ລາຍງານເພີ່ມໃຊ້ເວລາ 6 ເດືອນ ຫຼື 145 ວັນ, ເທົ່າກັບ 720ຊົ່ວໂມງພ້ອມກິດ ຈະກຳອື່ນໆ ເຊິ່ງການຮຽນແມ່ນເລີ່ມແຕ່ວັນທີ 23 ມັງກອນ 2024 ຈະສໍາເລັດໃນເດືອນມິຖຸນາ 2024 ນີ້.

ໂອກາດນິີ້ ສະຫາຍຮສພູວົງອຸ່ນຄຳແສນກຳມະການສູນກາງພັກຫົວໜ້າສະຖາບັນການເມືອງ ແລະ

ການປົກຄອງແຫ່ງຊາດ, ກໍ່ໄດ້ໃຫ້ກຽດໂອ້ລົມເຊິ່ງກ່ອນອື່ນສະຫາຍໄດ້ຍົກໃຫ້ເຫັນສະພາບການຜັນແປຂອງໂລກທີ່ມີການປ່ຽນແປງຫຼາຍຢ່າງທີ່ໄດ້ສ້າງຜົນກະທົບຕໍ່ການດໍາລົງຊິວິດ ແລະການພັດທະນາເສດຖະກິດ-ສັງຄົມໃນປັດຈຸບັນ ແລະ ສະຫາຍຍັງໄດ້ເໜັ້ນໜັກຫຼາຍບັນຫາຕໍ່ຄູ-ອາຈານພ້ອມດ້ວຍນັກສຶກສາທິດສະດີການເມືອງຂັ້ນກາງຮຸ່ນທີ 1 ວ່າ:  ຄູ-ອາຈານຈະຕ້ອງໄດ້ເອົາໃຈໃສ່ສິດສອນ ຊີ້ນໍາໆພາຢ່າງໃກ້ສິດ, ຕິດຕາມຊຸກຍູ້ບໍລິຫານເວລາຊົ່ວໂມງສອນໃຫ້ສໍາເລັດຕາມລະດັບຄາດໝາຍ, ພ້ອມກັນແຂ່ງຂັນຄູສອນດີສອນເກັ່ງ ແລະ ນັກສຶກສາຕ້ອງຕັດສິນໃຈສືກສາຄົ້ນຄ້ວາຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຕົນເອງ, ຮຽນຮູ້ພື້ນຖານທິດສະດີ-ແນວທາງຂອງພັກຢ່າງເລິກ ເຊິ່ງໃຫ້ກໍາໄດ້ຈຸດປະສົງຄາດໝາຍຂອງພັກ, ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ກາຍເປັນຜູ້ນໍາພາ, ຮູ້ຈັກເຮັດວຽກງານທີ່ຖືກຕ້ອງ, ຮູ້ເສຍສະຫຼະ,ມີຄວາມສາມັກຄີ, ມີແບບແຜນການດໍາລົງຊີວິດທີ່ດີ , ເປັນແບບຢ່າງໃຫ້ມະຫາຊົນ ແລະ ນໍາເອົາບົດຮຽນທີ່ໄດ້ສຶກສາມາໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບພຶດຕິກໍາຕົວຈິງໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.ເພື່ອເຮັດໃຫ້ຄໍາໂອວາດ ຂອງທ່ານມີຄວາມໝາຍສໍາຄັນນັ້ນຕ່າງໜ້ານັກສຶກສາກໍໄດ້ຮັບຄໍາໂອວາດ ແລະຈະພ້ອມກັນຈັກຕັ້ງປະຕິບັດໃຫ້ປະກົດຜົນເປັນຈິ່ງຕາມຄາດໝາຍທີ່ກໍານົດໄວ້.

ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວ-ພາບ: ປທ ນ. ມະນີລາ ແກ້ວລະກໍາ

 

ຂ່າວອື່ນໆ