ໂດຍປະຕິບັດຕາມມະຕິຂອງຄະນະປະຈຳພັກແຂວງ ເລກທີ 19/ຄປພຂ, ລົງວັນທີ 23 ມັງກອນ 2024 ວ່າດ້ວຍການແຕ່ງຕັ້ງປະທານ ແລະຄະນະກຳມະການປ້ອງກັນບົດຈົບຂັ້ນກາງ ທິດສະດີການເມືອງຮຸ່ນທີ I ຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ.

           ໃນຕອນເຊົ້າຂອງ ວັນທີ 24 ມັງກອນ 2024 ຢູ່ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີປ້ອງກັນຈົບຂັ້ນກາງ ທິດສະດີການເມືອງຮຸ່ນທີ I ຂຶ້ນ. ໃຫ້ກຽດເປັນປະທານໂດຍ:  ທ່ານ ໜໍບີຫາ ຕົ່ງປາວ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ ແລະທິດສະດີຂັ້ນແຂວງ, ມີ ທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ມີບັນດາ ຄູ-ອາຈານ, ຄະນະກຳມະການ, ອະນຸກຳມະການປ້ອງກັນບົດ ແລະນັກສຶກສາເຂົ້າຮ່ວມພິທີປ້ອງກັນບົດຄັ້ງນີ້ມີທັງໝົດ 60 ສະຫາຍ; ຍິງ 14 ສະຫາຍ. ໃນພິທີດັ່ງກ່າວຄະນະຮັບຜິດຊອບກໍໄດ້ຜ່ານມະຕິຂອງຄະນະປະຈຳພັກແຂວງ ວ່າດ້ວຍການແຕ່ງຕັ້ງປະທານ; ຄະນະກຳມະການປ້ອງກັນບົດຈົບຂັ້ນກາງທິດສະດີການເມືອງ ຮຸ່ນທີ I ຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ເພື່ອຊີ້ນຳການປ້ອງກັນບົດຂອງແຕ່ລະຂົງເຂດ ເຊິ່ງໄດ້ແບ່ງການປ້ອງກັນຈົບຂັ້ນກາງໃນຄັ້ງນີ້ອອກເປັນ 3 ກຸ່ມຄື: 1, ກຸ່ມຂົງເຂດວຽກງານການເມືອງ. 2, ກຸ່ມຂົງເຂດເສດຖະສາດການເມືອງ ແລະຄຸ້ມຄອງເສດຖະກິດ. 3, ກຸ່ມຂົງເຂດວຽກງານການປົກຄອງ.

ໃນຕອນທ້າຍພິທີ ທ່ານ ໜໍບີຫາ ຕົ່ງປາວ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງແນວຄິດ-ທິດສະດີຂັ້ນແຂວງ ກໍໄດ້ມີຄຳເຫັນໂອ້ລົມຕໍ່ຄະນະກຳມະການ ແລະໄດ້ເນັ້ນໜັກຕໍ່ນັກສຶກສາປ້ອງກັນບົດໃນຄັ້ງນີ້ວ່າ: ພວກສະຫາຍຈົ່ງຕັ້ງໃຈສຶກສາຄົ້ນຄ້ວາຊອກຮູ້ຮໍ່າຮຽນ ເພື່ອປ້ອງກັນບົດໃຫ້ໄດ້ຄະແນນດີ, ນຳເອົາບົດຮຽນທີ່ໄດ້ຮຽນມາໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານ ແລະການດຳລົງຊີວິດຕົວຈິງ ພ້ອມທັງກ່າວເປີດພິທີປ້ອງກັນບົດຢ່າງເປັນທາງການ. ການປ້ອງກັນຈົບຂັ້ນກາງຄັ້ງນີ້ ແມ່ນດຳເນີນເປັນເວລາ 2 ວັນຈຶ່ງຈະສຳເລັດ.

   ພາບ-ຂ່າວ ໂດຍ: ໄຊສົມແພງ ສີສົມບັດ 
ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ.