ໃນຕອນເຊົ້າມືດ ຂອງວັນທີ 24 ພະຈິກ 2023 ທີ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ໄດ້ເຕົ້າໂຮມກັນຂອງພະນັກງານ, ຄູ-ອາຈານ ແລະນັກສຶກສາທຸກລະບົບ ທົ່ວ ສມປຊ ເພື່ອຈັດພິທີຍ່າງເພື່ອສຸຂະພາບສະເຫຼີມສະຫຼອງວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ ທີ 25 ພະຈິກ, ພາຍໃຕ້ການນໍາພາຂອງ ສະຫາຍ ປອ ສາຍຄໍາ ມູນມະນີວົງ ກໍາມະການຄະນະພັກ, ຫົວໜ້າຄະນະປັດຊະຍາ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ, ຮອງຫົວໜ້າ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ມີຄະນະພັກ, ຄະນະອໍານວຍການ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ ຢ່າງພ້ອມພຽງ.

          ເພື່ອສ້າງຈິດສໍານຶກ ແລະຮັບຮູ້ໄພຂົ່ມຂູ່ຕໍ່ແມ່ຍິງແລະເດັກນ້ອຍ ສະຫາຍ ປອ ສາຍຄໍາ ມູນມະນີວົງ ໄດ້ຂຶ້ນເລົ່າເຖິງຄວາມຮຸນແຮງທີ່ແມ່ຍິງ ແລະເດັກນ້ອຍໃນໂລກບັນກຳລັງປະເຊີນຢູ່, ເຊິ່ງມີຫຼາຍຮູບແບບ ທີ່ກະທົບໃສ່ທັງທາງດ້ານຮ່າງກາຍ ແລະຈິດໃຈ ເປັນຕົ້ນແມ່ນ: ເພດກົງກັນຂ້າມ ແລະຜູ້ມີກຳລັງເໜືອກວ່າ ໃຊ້ກຳລັງທຳຮ້າຍຮ່າງກາຍ, ຈິດໃຈ ລວມໄປເຖິງຂາດໂອກາດໃນການພັດທະນາຕົນເອງ. ນອກນັ້ນ, ເດັກນ້ອຍທີ່ຍັງບໍ່ບັນລຸນິຕິພາວະ ໄຮ້ດຽງສາ ໄດ້ຕົກເປັນເຫຍື່ອຂອງສື່ສັງຄົມອອນລາຍ ຕົວະຕົ້ມຫຼອກລວງ ແລະຕົກເປັນທາດສິ່ງມືນເມົາ. ອັນນີ້, ແມ່ນໄພຂົ່ມຂູ່ທີ່ຮ້າຍແຮງທີ່ແມ່ຍິງ ແລະເດັກນ້ອຍທີ່ເປັນລູກຫຼານ ແລະອະນາຄົດຂອງຊາດກໍາລັງປະເຊີນຢູ່. ເພື່ອໃຫ້ໄພຂົ່ມຂູ່ເຫຼົ່ານີ້ຖືກຕີຖອຍ ຮຽກຮ້ອງມາຍັງທົ່ວສັງຄົມຈົ່ງຕ້ານພຶດຕິກໍາທີ່ຮຸ່ນແຮງ ແລະສ້າງຄວາມຮັກ, ຄວາມເມດຕາ ກະລຸນາ ຕໍ່ກັນ. ນອກນັ້ນ, ສະຫາຍຍັງໄດ້ນໍາເອົາສານຂອງທ່ານ ນາຍົກລັດຖະມົນຕີສອນໄຊ ສີພັນດອນ ມາອ່ານໃຫ້ຜູ້ເຂົ້າຮ່ວມໄດ້ຮັບຟັງອີກດ້ວຍ.

 ຂ່າວ-ພາບ: ຄອນສະຫວັນ ແສນຍານຸພາບ
      ບັນນາທິການ: ປທ ບຸນປັນ ສຸມຸນທອງ