ໃນລະຫວ່າງວັນທີ 28 ຫາ 30 ພະຈິກ 2025, ຄະນະຜູ້ແທນວິຊາການ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍການນຳພາຂອງ ທ່ານ ປອ ນ. ດາວອນ ບຸດທະນຸວົງ, ຮອງຫົວໜ້າຄະນະລັດທິສັງຄົມນິຍົມວິທະຍາສາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະທັງ ໝົດ ຈຳນວນ 6 ທ່ານ ເດີນທາງໄປເຂົ້າຮ່ວມກອງປະຊຸມສັງຄົມນິຍົມສາມຝ່າຍ ຈີນ-ຫວຽດ ນາມ-ລາວ ປີ 2025 ຢູ່ ສປ ຈີນ, ພາຍໃຕ້ຫົວຂໍ້: “ທິດສະດີ ແລະ ພຶດຕິກຳ ໃນການສ້າງປະຊາຄົມແຫ່ງອະນາຄົດຮ່ວມກັນ ລະຫວ່າງ ຈີນ, ຫວຽດນາມ ແລະ ລາວ ໃນຍຸກໃໝ່”, ທີ່ເມືອງກຸ້ຍລິນ, ແຂວງກວາງຊີ, ສປ ຈີນ; ໃນກອງປະຊຸມສັງຄົມນິຍົມສາມປະເທດໃນຄັ້ງນີ້ ໄດ້ມີຄະນະຜູ້ແທນທີ່ມາຈາກ 3 ປະເທດ ສປ ຈີນ, ຫວຽດນາມ, ລາວ, ມີຜູ້ເຂົ້າທັງໝົດ 102 ທ່ານ.

ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 29 ພະຈິກ 2025 ໃຊ້ເວລາ 1 ວັນເຕັມ, ປະກອບດ້ວຍ 6 ວາລະທີ່ີສຳຄັນ ຄື: ວາລະການເປີດພິທີການສະແດງຄວາມເຫັນຂອງຜູ້ຕາງໜ້າຈາກ 3 ປະເທດ ເຊັນ: ສະຫາຍ ສຈ ໂມເຄີ, ຮອງເລຂາຄະນະພັກ, ມະຫາວິທະຍາໄລຄູກວາງຊີ ຕາງໜ້າ ສປ ຈີນ ໃນນາມເຈົ້າພາບ; ສະຫາຍ ເຈິນຕວນຟອງ, ຮອງຜູ້ອຳນວຍການສະຖາບັນປັດຊະຍາ, ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ຕາງໜ້າ ສສ ຫວຽດນາມ ແລະ ສະຫາຍ ບຸນຊູ ພຸດທະວົງ, ຫົວໜ້າສະຖາບັນປັດຊະຍາ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ຕາງໜ້າ ສປປ ລາວ.
ສຳລັບວາລະປະກອບຄໍາເຫັນຕາມຫົວຂໍ້ ຈຳນວນ 33 ຫົວຂໍ້. ໃນນັ້ນ, ຄະນະຜູ້ແທນວິຊາການ ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມີໂອກາດຂຶ້ນປະກອບຄຳເຫັນ ຈຳນວນ 4 ຫົວຂໍ້ຄື: (1) ທິດສະດີຊາຍແດນ ແລະ ທ່າອ່ຽງການພັດທະນາສັງຄົມ, ສະເໜີໂດຍ: ທ່ານ ປອ ນ. ດາວອນ ບຸດທະນຸວົງ; (2) ການສ້າງປະຊາຄົມໃນອະນາຄົດຮ່ວມກັນ ລະຫວ່າງຈີນ, ຫວຽດນາມ ແລະ ລາວ ໃນຍຸກໃໝ່, ສະເໜີໂດຍ: ທ່ານ ພະສະຫວັດ ເທບສຸວັນ; (3) ຄວາມສໍາຄັນຂອງໂລກ ການພັດທະນາແບບຈີນຍຸກໃໝ່, ສະເໜີໂດຍ: ທ່ານ ອຸທິດ ເຜືອງສະຫວັນ; (4) ຄົ້ນຫາປະສົບການ ແລະ ສິ່ງປະທັບໃຈ ຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ໃນການປະຕິຮູບສັງຄົມນິຍົມ ພາຍໃຕ້ການນໍາພາຂອງສອງພັກ, ສະເໜີໂດຍ: ທ່ານ ນ. ເພັດສະດີ ຄັນທະວົງ.




ກອງປະຊຸມສັງຄົມນິຍົມສາມປະເທດ ປີ 2025 ຈັດຂຶ້ນທີ່ເມືອງ ກຸ້ຍລິນ, ແຂວງກວາງຊີ ສປ ຈີນ ໃນຄັ້ງນີ້ ແມ່ນສ່ວນໜຶ່ງ ຂອງນະໂຍບາຍການທູດ ລະຫວ່າງ ສສ ຫວຽດນາມ, ສປປ ລາວ ກັບ ສປ ຈີນ ທີ່ເນັ້ນ “ໃກ້ຊິດ, ຈິງໃຈ, ເກື້ອກູນ ແລະ ເປີດກວ້າງ” ໂດຍມີເປົ້າໝາຍເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ ເພື່ອນຳໄປສູ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ ຄື:
1). ການເຊື່ອມຕໍ່ໂຄງສ້າງພື້ນຖານດ້ານໂລຈິດສະຕິກ: ຈະຊ່ວຍຫຼຸກຜ່ອນຕົ້ນທຶນ ແລະ ເວລາຂົນສົ່ງສິນຄ້າຈາກ ສປ ຈີນ ໄປຍັງຫວຽດນາມ ແລະ ລາວ ໃນທາງກັບກັນຈະຍົກລະດັບສະຖານະ ຂອງລາວ ໃຫ້ກາຍເປັນປະເທດທີ່ເຊື່ອມໂຍງທາງບົກຢ່າງແທ້ຈິງ.
2). ການສ້າງການຮ່ວມມືດ້ານນະວັດຕະກໍາ ແລະ ເສດຖະກິດດິຈິຕອນ: ພັດທະນາອຸດສາຫະກໍາເຕັກໂນໂຊຊີຂັ້ນສູງ ໃນຫວຽດນາມ ແລະ ລາວ ເຊັ່ນ: ລົດຍົນພະລັງງານໄຟຟ້າ, ພະລັງງານສະອາດ ແລະ ເຕັກໂນໂລຊີດິຈິຕອນ, ສົ່ງເສີມການແລກປ່ຽນຜູ້ຊ່ຽວຊານ ແລະ ສ້າງບຸກຄະລະກອນທີ່ມີທັກສະດ້ານນະວັດຕະກຳ.
3). ການແລກປ່ຽນວັດທະນະທໍາ ແລະ ການທູດ ລະຫວ່າງປະຊາຊົນ: ຈະຊ່ວຍປັບຄວາມເຂົ້າໃຈທາງດ້ານວັດທະນະທຳ ແລະ ພາສາ, ສົ່ງເສີມມິດຕະພາບ ລະຫວ່າງ ຫວຽດນາມ, ຈີນ ແລະ ລາວ ໃນຍຸກ ໃໝ່, ສ້າງການເຕີບໂຕທາງດ້ານເສດຖະກິດ ຜ່ານການທ່ອງທ່ຽວທີ່ມີຄຸນນະພາບສູງ ແລະ ຍືນຍົງ.
ຂ່າວ: ສຸກສະຫວັດ ເພັດພູທອນ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
