ໃນຕອນແລງວັນທີ 28 ພະຈິກ 2025 ຢູ່ທີ່ຫ້ອງປະຊຸມໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2025 ແລະແຜນທິດທາງແຜນການ ປີ 2026ຢູ່ໜ່ວຍພັກໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ພາຍໃຕ້ການເປັນປະທານ ຂອງສະຫາຍ ສີວອນ ບຸດດາຈັນ ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການການປົກຄອງແຂວງ, ສະຫາຍ ຄຳໄຊ ບຸນເພັດ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະ, ມີຄະນະພັກ, ຫົວໜ້າຂະແໜງ, ຮອງຂະແໜງ, ພ້ອມດ້ວຍສະມາຊິກພັກ ພາຍໃນໜ່ວຍພັກໂຮງຮຽນການເມືອງ ແລະ ການປົກຄອງແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ໜ່ວຍພັກໂຮງຮຽນການເມືອງ ແລະ ການປົກຄອງແຂວງ ເປັນໜ່ວຍພັກໜື່ງ ທີ່ຂື້ນກັບອົງຄະນະພັກແຂວງ, ພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງ, ຮອບດ້ານຈາກຄະນະບໍລິຫານງານພັກແຂວງ, ໜ່ວຍພັກໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ເຄື່ອນໄຫວວຽກງານການນໍາພາການເມືອງ-ແນວຄິດ, ຕິດພັນກັບວຽກງານວິຊາສະເພາະຕາມ 4 ຂະແໜງການ ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງຄື: ຂະແໜງບໍລິຫານ-ຈັດຕັ້ງພະນັກງານ, ຂະແໜງວິຊາການ, ຂະແໜງຄຸ້ມຄອງການຮຽນ-ການສອນ ແລະຂະແໜງຂໍ້ມູນ-ຂ່າວສານ. ໜ່ວຍພັກໂຮງຮຽນການເມືອງ ແລະ ການປົກຄອງແຂວງ ປະກອບມີຄະນະພັກ 3 ສະຫາຍ, ຍິງ 0 ສະຫາຍ, ມີສະມາຊິກພັກສົມບູນທັງໝົດ 21 ສະຫາຍ, ຍິງ 11 ສະຫາຍ, ມີພະນັກງານລັດຖະກອນທັງໝົດ 25 ສະຫາຍ, ຍິງ 13 ສະຫາຍ.


ໃນໂອກາດນີ້ ສະຫາຍ ບຸນຊູ ອິດທິພົນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ຂື້ນຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກ, ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະທິດທາງແຜນການ ປີ 2026 ຂອງໜ່ວຍພັກໂຮງຮຽນການເມືອງ ແລະ ການປົກຄອງແຂວງ,ໃນໄລຍະຜ່ານມາຄະນະພັກໄດ້ສະຫຼຸບສັງລວມສະພາບການເຄື່ອນໄຫວ ແລະການຊີ້ນໍາ-ນຳພາລວມ ຂອງໜ່ວຍພັກ ໂດຍຫຍໍ້ເປັນຕົ້ນແມ່ນຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ ເພື່ອເປັນຂໍ້ມູນໃຫ້ແກ່ການວາງແຜນການ, ຄາດໝາຍສູ້ຊົນຂອງໜ່ວຍພັກ, ພາຍຫຼັງໜ່ວຍພັກໄດ້ຮັບຮອງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ ແລ້ວນໍາເອົາແຜນການດັ່ງກ່າວໄປເຜີຍແຜ່ໃຫ້ສະມາຊິກພັກ-ພັກນັກງານ. ຄະນະໜ່ວຍພັກໄດ້ເປັນເຈົ້າການໃນການສ້າງແຜນການ, ມີການແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ຄະນະໜ່ວຍພັກ ແລະສະມາຊິກພັກພາຍໃນໜ່ວຍພັກຢ່າງລະອຽດ ເພື່ອນໍາພາຈັດຕັ້ງປະຕິບັດ ແລະໄດ້ຖືເອົາມື້ຮ່ວມຊີວິດຂອງໜ່ວຍພັກໃນແຕ່ລະເດືອນ ເພື່ອເປັນການສໍາຫຼວດກວດກາ, ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ຂອງສະມາຊິກພັກແຕ່ລະສະຫາຍ ພ້ອມທັງກຳນົດທິດທາງໃນເດືອນຕໍ່ໄປ.ໃນຫຼາຍປີຜ່ານມາໜ່ວຍພັກໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ຮັບຮອງເປັນນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໄດ້ໃນທຸກໆປີ, ສໍາລັບປີ 2025 ໜ່ວຍພັກໂຮງຮຽນການເມືອງ ແລະ ການປົກຄອແຂວງ, ຕີລາຄາການກໍ່ສ້າງໜ່ວຍພັກຕາມ 5 ເນື້ອໃນ, ເຊິ່ງຜ່ານການປະເມີນຜົນແມ່ນມີສະມາຊິກພັກແຂງກວມເອົາ 100%. ນອກຈາກນັ້ນ, ຍັງໄດ້ຜ່ານທິດທາງແຜນການໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ຂອງໜ່ວຍພັກໂຮງຮຽນການເມືອງ ແລະ ການປົກຄອງແຂວງ. ຫຼັງຈາກນັ້ນ, ຄະນະປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂັ້ນແຂວງ ແລະ ສະມາຊິກພັກທຸກສະຫາຍໄດ້ປະກອບຄຳເຫັນໃສ່ບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ຂອງໜ່ວຍພັກໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໃຫ້ມີເນື້ອໃນສົມບູນຄົບຖ້ວນ ແລະ ຖືກຕ້ອງການຕາມລະບຽບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.
ພາບ-ຂ່າວ: ນາງ ຄໍາເພັດ ບຸນນະຈັນ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
