ໃນວັນທີ 29 ມິຖຸນາ 2020 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດການຝຶກອົບຮົມ ນຳໃຊ້ໂປແກຣມ ນັບຄະແນນສຽງເລືອກຕັ້ງ, ຊຶ່ງໃຫ້ກຽດເຂົ້າຮ່ວມເປັນປະທານເປີດພິທີຂອງ ທ່ານ ປທ ອຸບົນ ມະຫາໄຊ ຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ. ມີຜູ້ຕາງໜ້າຈາກຫ້ອງການ, ກົມ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານ ການເມືອງ-ການປົກຄອງ ແລະ ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະນັກສໍາມະນາກອນເຂົ້າຮ່ວມ.


ເພື່ອປະຕິບັດຕາມທິດທາງຂອງພັກ ທີ່ໃຫ້ຫັນເປັນທັນສະໄໝເທື່ອລະກ້າວນັ້ນ. ສະນັ້ນ, ຄະນະພັກ, ຄະນະນຳຂອງ ສມປຊ ຈຶ່ງໄດ້ເຫັນດີອະນຸມັດໃຫ້ເປີດການເຝິກອົບຮົມໃນຄັ້ງນີ້, ເຊິ່ງໄດ້ເຊີນວິທະຍາກອນຜູ້ມີຄວາມຊ່ຽວຊານຈາກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມາຝຶກອົບຮົມການນຳໃຊ້ ໂປຼແກຼັມ ນັບຄະແແນນສຽງ ໃນການເລືອກຕັ້ງຂັ້ນຕ່າງໆ ໃນ ສມປຊ ເພື່ອເຮັດໃຫ້ການນັບຄະນະແນນມີຄວາມສະດວກ, ວ່ອງໄວ, ໂປ່ງໃສທຸກຂັ້ນຕອນ. ການເຝິກອົບຮົມໃຊ້ເວລາ 2 ວັນ, ຊຶ່ງຕະຫຼອດຂອງການຝຶກອົບຮົມ  ສຳມະນາກອນໄດ້ຮຽນຮູ້ຂັ້ນຕອນຂອງລະບົບການນຳໃຊ້ໂປຼແກັມດັ່ງກ່າວດ້ວຍຄວາມຕັ້ງໃຈ ແລະ ທົດລອງການນໍາໃຊ້ຕົວຈິງ ພ້ອມທັງຮຽນຮູ້ຄວາມສາມາດຂອງໂປຼແກັມເປັນຕົ້ນ:
– ການຈັດການຂໍ້ມູນບັນທຶກ, ແກ້ໄຂ, ລົບ: ຂໍ້ມູນຜູ້ປ່ອນຂໍ້ມູນ, ຂໍ້ມູນຜູ້ລົງສະໝັກ, ຂໍ້ມູນຈຳນວນບັດເປັນ, ບັດຕາຍ, ຂໍ້ມູນຫົວຂໍ້ເລືອກຕັ້ງ.
– ສາມາດສຳຮອງຂໍ້ມູນ, ຮຽກຂໍ້ມູນ ແລະ ປ່ຽນລະຫັດຜ່ານ
– ຂໍ້ມູນເປັນແບບເອເລັກໂຕນິກບັນທຶກໃນຖານຂໍ້ມູນເຮັດໃຫ້ມີຄວາມປອດໄພ, ງ່າຍຕໍ່ການຄົ້ນຫາ
– ລາຍງານຜົນສະຫຼຸບຈັດອັນດັບທີ ການເລືອກຕັ້ງ, ສະແດງການນັບຄະແນນສຽງແບບທັນທີທັນໃດ
(Real time)
ໃນພິທີ ທ່ານ ປທ ອຸບົນ ມະຫາໄຊ ໄດ້ຕາງໜ້າຄະນະພັກ, ຄະນະນຳ ສມປຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນຂອງການເຝິກອົບຮົມໃນຄັ້ງນີ້ ເຊິ່ງຖືວ່າເປັນການຍົກລະດັບໃຫ້ພະນັກງານ, ຄູ-ອາຈານ ພາຍໃນ ສມປຊ ສາມາດນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝອີກຂັ້ນໜຶ່ງ. ຫຼັງຈາກນັ້ນກໍໄດ້ມອບໃບຢັ້ງຢືນນັກເຝິກອົບຮົມ ເພື່ອເປັນການຢັ້ງຢືນຜົນສຳເລັດການຝຶກອົບຮົມການນຳໃຊ້ ໂປຼແກຼັມ ນັບຄະແແນນສຽງ ຕະຫຼອດໄລຍະ 2 ວັນ.

ຂ່າວ: ຕາອັອດ ແສນທະວີສຸກ
ພາບ: ປທ ແກ້ວອຸດອນ ພັນດານຸວົງ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ