ໂຮງຮຽນການເມືອງແຂວງຫູໜານ ໄດ້ພົບປະ, ຢ້ຽມຢາມ ແລະແລກປ່ຽນບົດຮຽນ ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນຕອນເຊົ້າຂອງວັນທີ 6 ກັນຍາ 2023 ທີ່ຫ້ອງຮັບແຂກ ສມປຊ ໃຫ້ກຽດຕ້ອນຮັບໂດຍ ທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ, ຮອງຫົວໜ້າ ສມປຊ, ພ້ອມດ້ວຍຕາງໜ້າແຕ່ລະພາກສ່ວນພາຍໃນ ສມປຊ ແລະນຳພາຄະນະຜູ້ແທນການພົບປະ, ຢ້ຽມຢາມ ແລະແລກປ່ຽນບົດຮຽນຂອງ ທ່ານ ຊາວ ໄຄໝີງ ຮອງຫົວໜ້າໂຮງຮຽນການເມືອງ ແຂວງຫູໜານ ພ້ອມດ້ວຍຄະນະ 5 ທ່ານ.

         ການພົບປະໃນຄັ້ງນີ້, ທັງສອງຝ່າຍກໍໄດ້ຜັດປ່ຽນກັນຂຶ້ນມີຄໍາເຫັນ ແລະລາຍງານໂດຍຫຍໍ້ສະພາບທີ່ຕັ້ງພາລະບົດບາດ ແລະໜ້າທີ່ເພື່ອເປັນການຖອດຖອນບົດຮຽນ ໂດຍສະເພາະແມ່ນ 3 ວຽກງານ ຄື: 1. ວຽກງານສິດສອນ ແລະບໍາລຸງສ້າງໃນປັດຈຸບັນ, 2. ການກໍ່ສ້າງພະນັກງານທີ່ມີຄຸນນະພາບສູງ, ໝາກຜົນການຄົ້ນຄວ້າວິທະຍາສາດດີເດັ່ນ, ຄວາມສາມາດຂອງຜູ້ບໍລິຫານຂັ້ນສູງ, ການກໍ່ສ້າງພະນັກງານ ແລະ 3. ກົນໄກແຮງຈູງໃຈທີ່ມີຫົວຄິດປະດິດສ້າງເພື່ອແລກປ່ຽນປະສົບການ ແລະການສົນທະນາຢ່າງເລິກເຊິ່ງກ່ຽວກັບຄວາມຕັ້ງໃຈຄູ່ຮ່ວມມືຍຸດທະສາດ.

         ຜ່ານການແລກປ່ຽນທັງ 3 ວຽກງານ ທັງສອງຝ່າຍໄດ້ແລກປ່ຽນຄໍາຄິດເຫັນ ແລະຂໍ້ສະເໜີໃນການພົວພັນຮ່ວມ ມືຮອບດ້ານນຳກັນຢ່າງກົງໄປກົງມາ ແລະຕີລາຄາສູງຕໍ່ການພົວພັນມິດຕະພາບ ແລະແຜນການຮ່ວມມືອັນຍາວນານບົນພື້ນຖານການເປັນຄູ່ຮ່ວມອັນແໜ້ນແກ່ນ ລະຫວ່າງ ປະຊາຊົນທັງສອງຊາດ, ສອງພັກສອງລັດ ລາວ-ຈີນ, ເວົ້າສະເພາະກໍແມ່ນໂຮງຮຽນການເມືອງແຂວງຫູໜານ  ແລະສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ໄດ້ຮັບການພັດທະນາ ແລະຂະຫຍາຍຕົວຢ່າງຕໍ່ເນື່ອງ.

         ໃນຕອນທ້າຍ, ທ່ານ ປທ ນ. ບຸນມີ ຈຸນລະຈັກ ໄດ້ກ່າວສະແດງຄວາມຂອບໃຈໃນການພົບປະ, ຢ້ຽມຢາມ ແລະການແລກປ່ຽນບົດຮຽນໃນຄັ້ງນີ້ ໂດຍສະເພາະແຜນການຮ່ວມມື ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນດີງາມ ໃຫ້ໄດ້ຮັບໝາກຜົນດີຂຶ້ນເລື້ອຍໆ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ