ນັກສຶກສາ ທິດສະດີການເມືອງ ລະບົບຂັ້ນກາງ ຮຸ່ນທີ I ມີນັກຮຽນທັງໝົດ 62 ທ່ານ, ຍິງ 16 ທ່ານ, ໃນນັ້ນມາຈາກຂົງເຂດການເມືອງ 05 ທ່ານ, ຂົງເຂດເສດຖະກິດ 9 ທ່ານ, ມາຈາກຂົງເຂດວັດທະນະທໍາ-ສັງຄົມ 4 ທ່ານ, ມາຈາກຂົງເຂດຕຸລາການ 2 ທ່ານ, ມາຈາກກໍາລັງ ປກຊ-ປກສ 17 ທ່ານ, ມາຈາກອົງການຈັດຕັ້ງມະຫາຊົນ 1 ທ່ານ ແລະມາຈາກບັນດາເມືອງພາຍໃນແຂວງ 23 ທ່ານ, ແຕ່ລະທ່ານລ້ວນແລ້ວແຕ່ແມ່ນສະມາຊິກພັກສົມບູນ. ຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ລະບົບຂັ້ນກາງ 6 ເດືອນ ຮຸ່ນທີ I ຊຶ່ງໄດ້ເລິີ່ມເປີດຮຽນແຕ່ ວັນທີ 05 ມັງກອນ 2023 ມາເຖິງປັດຈຸບັນໄດ້ສຳເລັດຕາມໂຄງການຫຼັກສູດການຮຽນ-ການສອນແບບໃໝ່ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດວາງອອກ.

         ສະນັ້ນ, ມາໃນຕອນເຊົ້າວັນທີ 28 ກໍລະກົດ 2023 ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ບໍລິຄໍາໄຊ ຈຶ່ງໄດ້ສະຫຼຸບປິດຊຸດຮຽນຮຸ່ນດັ່ງກ່າວ ແລະສືບຕໍ່ເປີດຊຸດຮຽນ ທິດສະດີການເມືອງ ຂັ້ນກາງ 6 ເດືອນ ຮຸ່ນທີ II. ໃຫ້ກຽດເປັນປະທານໂດຍ: ທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ, ມີ ທ່ານ ປທ ວັນໄຊ ເງຍຈັນທະສອນ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງບໍລິຄຳໄຊ, ຕາງໜ້າຂະແໜງການຕ່າງໆ ທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

         ໃນພິທີ ທ່ານ ປທ ວັນໄຊ ເງຍຈັນທະສອນໄດ້ສະຫຼຸບລາຍງານວ່າ:  ຊຸດຮຽນທິດສະດີການເມືອງ ຂັ້ນກາງ 6 ເດືອນ ຮຸ່ນທີ Iໄດ້ມີບັນດາ ຄູ-ອາຈານ ທີ່ຂຶ້ນຫ້ອງສອນມີຄູພາຍໃນຂຶ້ນຫ້ອງສອນ 10 ທ່ານ, ຍິງ 3 ທ່ານ; ອາຈານຮັບເຊີນຈາກພາຍນອກ  27 ທ່ານ, ຍິງ 2 ທ່ານ; ມີ 8 ກຸ່ມວິຊາຮຽນຄື: 1). ກຸ່ມວິຊາປັດຊະຍາມາກ-ເລນິນ ແລະວັດທະນະທໍາ, 2). ກຸ່ມວິຊາເສດຖະສາດການເມືອງ ມາກ-ເລນິນ, 3). ກຸ່ມວິຊາລັດທິສັງຄົມນິຍົມວິທະຍາ, ພົວພັນສາກົນ, ສັງຄົມສາດ, ປ້ອງກັນຊາດປ້ອງກັນຄວາມສະຫງົບ, 4). ກຸ່ມວິຊາແນວຄິດ ໄກສອນ ພົມວິຫານ (ການເມືອງ, ເສດຖະກິດ, ສັງຄົມ ແລະວັດທະນະທໍາ), 5). ກຸ່ມວິຊາພື້ນຖານການຄຸ້ມຄອງບໍລິຫານລັດ, ທິດສະດີລັດ ແລະກົດໝາຍ, ເຕັກນິກບໍລິຫານ, 6). ກຸ່ມວິຊາປະຫວັດສາດພັກ ແລະກໍ່ສ້າງພັກ, 7). ກຸມວິຊາບັງຄັບ ແລະຫົວຂໍ້ລາຍງານເພີ່່ມລວມ 28 ຊົ່ວໂມງ, 8). ຂຽນບົດຈົບຂັັ້ນ 61 ຊົ່ວໂມງ, ລວມທັງໝົດ ມີ 720 ຊົ່ວໂມງ. ໃນທ້າຍພາກຮຽນກໍໄດ້ຈັດຕັ້ງປະກອບເອກະສານປະເມີນທາບທາມ 5 ມາດຖານ ຂອງນັກສຶກສາດ້ວຍກັນ ແລະປະເມີນ ຄູ-ອາຈານທີ່ຂຶ້ນຫ້ອງສິດສອນ ທັງອາຈານພາຍໃນ ແລະອາຈານຮັບເຊີນ ເພື່ອໃຫ້ນັກສຶກສາມີສ່ວນຮ່ວມໃນການຍົກສູງຄຸນນະພາບການສິດສອນຂອງຄູ ແລະການຈັດຕັ້ງຂອງການປະຕິບັດລະບຽບວິໃນ ຂອງນັກສຶກສາດ້ວຍກັນ.

         ນອກນັ້ນ, ທ່ານຍັງໄດ້ໃຫ້ຮູ້ວ່າ: ການຈັດເກຼດຮຽນ ຂອງນັກສຶກສາທິດສະດີການເມືອງ ຂັ້ນກາງ 6 ເດືອນ​​ຮຸ່ນ​ທີ  I  ຜົນການຮຽນຄື: ຄະແນນເກຼດ A= 26 ຄົນ ແລະຄະແນນເກຼດ B+= 36 ຄົນ

ຈາກການຮຽນ-ການສອນ, ການເຄື່ອນໄຫວວຽກງານຕ່າງໆທີ່ ກ່າວມາຂ້າງເທິງນັ້ນທາງໂຮງຮຽນສາມາດຄັດເລືອກນັກສຶກສາດີເດັ່ນປະເພດຕ່າງໆ ຄື: ນັກສຶກສາຮຽນດີ-ຮຽນເກັ່ງມີ 09 ທ່ານ, ຍິງ 05 ທ່ານ, ນັກສຶກສາເຄື່ອນໄຫວດີເດັ່ນຮອບດ້ານ ມີ 50 ທ່ານ, ຍິງ 11 ທ່ານ.

ເພື່ອເປັນການຢັ້ງຢືນຜົນສຳເລັດຂອງການຮຽນທິດສະດີ ປະທານກອງປະຊຸມໄດ້ມອບໃບຢັ້ງຢືນຈົບຫຼັກສູດດັ່ງກ່າວ ເພື່ອເປັນສິ່ງຊີ້ໃຫ້ເຫັນເຖິງຜົນສຳເລັດ ແລະຢັ້ງຢືນຜົນການຮຽນທິດສະດີການເມືອງ ຂັ້ນກາງ 6 ເດືອນ. ພ້ອມກັນນັ້ນ, ໃນພິທີດັ່ງກ່າວໄດ້ເອົາວາລະໂອກາດດັ່ງກ່າວສືບຕໍ່ລະບົບຮຽນທິດສະດີການເມືອງ ຂັ້ນກາງ 6 ເດືອນ ຮຸ່ນທີ II ຈຳນວນ 60 ທ່ານ, ຍິງ 17ທ່ານ.

  ໃນຕອນທ້າຍ ທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ ໄດ້ໂອ້ລົມ ແລະຊີ້ທິດເຍືອງທາງຕໍ່ກັບນັກສຶກສາວ່າ:

         1). ເປັນເຈົ້າການຄົ້ນຄວ້າກຳແໜ້ນ ແລະຈັດຕັ້ງຜັນຂະຫຍາຍ, ຖ່າຍທອດບັນດາບົດຮຽນ, ຄວາມຮູ້ທີ່ໄດ້ຮຽນມາເຂົ້າສູ່ພຶດຕິກຳຕົວຈິງ ໃຫ້ເກີດມີການຫັນປ່ຽນທີ່ຕັ້ງໜ້າ ແລະມີການປັບປຸງການປະຕິບັດໜ້າທີ່ວຽກງານໃຫ້ທີ່ດີຂຶ້ນເລື້ອຍໆ;

         2). ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄວາມຮູ້, ຄວາມສາມາດ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະແບບແຜນວິທີເຮັດວຽກເພື່ອກຽມພ້ອມເປັນພະນັກງານນຳພາຫຼັກແຫຼ່ງທີ່ດີ ຄົບຖ້ວນສົມບູນທາງດ້ານມາດຖານເງື່ອນໄຂ;

         3). ຕັ້ງໜ້າພັດທະນາ ແລະຍົກລະດັບ ຂອງຕົນເອງທາງດ້ານວິຊາສະເພາະ ຄຽງຄູ່ກັບການຮຽນຮູ້ເອົາວິທະຍາສາດແລະວິຊາການອັນກ້າວໜ້າໃໝ່ໆ ໃຫ້ທັນກັບສະພາບການປ່ຽນແປງໃນເງື່ອນໄຂປັດຈຸບັນ;

         4). ຕັ້ງໜ້າຍົກລະດັບຄວາມຮູ້ ຂອງຕົນໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ ໝາຍວ່ານຳເອົາຄວາມຮູ້ທີ່ໄດ້ຮຽນມາໄປໝູນໃຊ້ໃນພຶດຕິກຳ, ກວດສອບ ແລະປັບປຸງມັນໃຫ້ບໍລິບູນ. ໃນນີ້ໃຫ້ພວກທ່ານຕ້ອງເອົາໃຈໃສ່ວ່າ ພວກເຮົານຳເອົາທິດສະດີ ແນວທາງເປັນທິດຊີ້ນຳ, ແຕ່ຕ້ອງໝູນໃຊ້ຢ່າງປະດິດສ້າງມີໄຫວພິກ, ບໍ່ແຂງກະດ້າງ ເຮັດໄດ້ແນວນັ້ນຈຶ່ງຈະຫຼີກລ່ຽງໄດ້ຄວາມຜິດພາດ, ວຽກງານຈຶ່ງຈະປະສົບຜົນສໍາເລັດ;

5. ສຳລັບບັນດາທ່ານຜູ້ທີ່ເຂົ້າຮຽນທິດສະດີການເມືອງຂັ້ນກາງຮຸ່ນທີ II ນີ້ກໍໃຫ້ຖືວ່າ ຕົນເອງໄດ້ຮັບຄວາມເຊື່ອໝັ້ນ ແລະໄວ້ວາງໃຈຈາກກົມກອງ ແລະຂັ້ນເທິງ ເພື່ອກໍ່ສ້າງບັນດາທ່ານ.  ສະນັ້ນ; ໃນໄລຍະທີ່ບັນດາທ່ານເປັນນັກສຶກສານີ້ ຕ້ອງໄດ້ເອົາໃຈໃສ່ເຝິກຝົນຕົນເອງຢ່າງຕັ້ງໜ້າແທ້ໆ ອົດທົນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ, ເກັບກ່ຽວເອົາຄວາມຮູ້ ແລະບົດຮຽນ ຈາກຄູ-ອາຈານ, ພ້ອມກັນນັ້ນ; ກໍເອົາຄວາມຮູ້ທາງດ້ານທິດສະດີ ສົມທຽບກັບພຶດຕິກຳ ຂອງຕົນເອງ ທີ່ໄດ້ປະຕິບັດຜ່ານມາມີອັນໃດຖືກ, ອັນໃດຜິດ ເພື່ອຈະນຳເອົາທິດສະດີດັ່ງກ່າວໄປປັບປຸງ ແລະປ່ຽນແປງແບບວິທີການເຮັດວຽກຂອງຕົນເອງໃນອານາຄົດໃຫ້ມີປະສິດທິຜົນກວ່າເກົ່າ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ບໍລິຄໍາໄຊ
ບັນນາທິການ: ປທ ບຸນປັນ ສຸມຸນທອງ