ກອງປະຊຸມສຳ​ມະນາ ວິທະຍາສາດ ເປັນການຮ່ວມມືຂອງສອງປະເທດ ສປປ. ລາວ ແລະ ສສ.ຫວຽດນາມ ຊຶ່ງມີ 4 ຝ່າຍຄື ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສະຖາບັນວິທະຍາສາດເສດຖະກິດສັງຄົມແຫ່ງຊາດ, ​ສະ​ຖາ​ບັນການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈີ​ມິນ ແລະສະຖາບັນດິດວິທະຍາສາດສັງຄົມແຫ່ງຊາດ ຊຶ່ງທັງ 4 ຝ່າຍໄດ້ຮ່ວມກັນຄົ້ນຄວ້າວິທະຍາສາດພາຍ​ໃຕ້​ຫົວ​ຂໍ້: “ການປຸກລະດົມ, ນຳໃຊ້ທຶນ ແລະ ເຕັກໂນໂລຊີ ຢ່າງມີປະສິດທິຜົນ ຮັບປະກັນການພັດທະນາຢູ່ ລາວ-ຫວຽດນາມ” ໃນຄັ້ງວັນ​ທີ 29 ມິຖຸນາ​ນີ້, ຢູ່​ແຂວງ​ລາວ​ກາຍ  ສສ.ຫວຽດນາມ.

         ກອງປະຊຸມດັ່ງກ່າວມີຄວາມໝາຍສຳຄັນສຳລັບສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ. ເປັນ​ໄລ​ຍະທີ່ ພັກກອມມູນິດຫວຽດນາມ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງຕົນ ແລະ ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ພວມຈັດຕັ້ງການສະຫຼຸບຜົນງານການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ໄລຍະກາງສະໄໝ.

         ກອງປະຊຸມ ມີຄະນະປະທານຮ່ວມ ທ່ານ ຮສ ພູວົງ ອຸ່ນຄຳແສນ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ທ່ານ ປອ. ສອນ​ທະ​ນູ ທຳ​ມະ​ວົງ, ກໍາ​ມະ​ການ​ສູນ​ກາງ​ພັກ, ຫົວໜ້າສະຖາບັນວິທະຍາສາດເສດຖະກິດສັງຄົມແຫ່ງຊາດ, ທ່ານ ສຈ. ປອ. ເລວັນເລີ້ຍ, ຮອງຫົວໜ້າ​ສະ​ຖາ​ບັນການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈີ​ມິນ, ທ່ານ ປອ. ຟານ ຈິ ຫຽວ, ຫົວໜ້າສະຖາບັນດິດວິທະຍາສາດສັງຄົມແຫ່ງຊາດ ຫວຽດນາມ ແລະ ບັນດາທ່ານນັກວິທະຍາສາດລາວ-ຫວຽດນາມ.

         ກອງ​ປະ​ຊຸມ, ໄດ້ຜ່ານບົດນຳສະເໜີ ທັງໝົດ 40 ຫົວຂໍ້ ແລະໄດ້ແບ່ງເປັນ 3 ວາລະຄື: ວາລະທີ 1: ທຶນສຳລັບການພັດທະນາຢູ່ລາວ ແລະ ຫວຽດນາມ, ວາລະທີ 2: ເຕັກໂນໂລຊີຕໍ່ກັບການພັດທະນາຢູ່ລາວ-ຫວຽດນາມ ແລະ ວາລະທີ 3 ສົນທະນາໂຕະມົນ ບົດຮຽນຂອງສາກົນ ແລະ ວິທີການແກ້ໄຂຊຸກຍູ້ການລະດົມ, ນຳໃຊ້ທຶນ ແລະ ເຕັກໂນໂລຊີໃນການພັດທະນາ, ໂດຍພື້ນຖານທັງ 3 ວາລະບັນດານັກວິທະຍາສາດ 4 ຝ່າຍ ໄດ້ລາຍງານບົດ, ປຶກສາຫາລື, ວິເຄາະ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບການລະດົມ, ນຳໃຊ້ທຶນ ແລະ ນຳໃຊ້ເຕັກໂນໂລຊີເຂົ້າໃນການພັດທະນາປະເທດຊາດ ແມ່ນຄວາມຮຽກຮ້ອງຕ້ອງການແຫ່ງການພັດທະນາໃນຍຸກສະໄໝໃໝ່ເວົ້າລວມ, ຢູ່ ສປປ ລາວ ເວົ້າສະເພາະ. ພັກປະຊາຊົນປະຕິວັດລາວ ໄດ້ເນັ້ນໜັກວ່າ: “ສ້າງການຫັນປ່ຽນອັນເປັນພື້ນຖານ ແລະແຂງແຮງໃນການດຶງດູດການລົງທຶນພາຍໃນ ແລະຕ່າງປະເທດ”; ດ້ວຍການປັບປຸງໂຄງປະກອບການລົງທຶນ, ສຸມໃສ່ບັນດາໂຄງການພັດທະນາດ້ານພື້ນຖານໂຄງລ່າງ ທີ່ມີປະສິດທິຜົນອັນແທ້ຈິງຕາມບໍລິເວນເຂດແຄວ້ນ ໂດຍສະເພາະໂຄງການທີ່ຈຳເປັນ, ເປັນໄມ້ງັດໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ລວມທັງການລົງທຶນພັດທະນາພື້ນຖານໂຄງລ່າງ-ວັດຖຸເຕັກນິກ ອັນຈຳເປັນໃນເຂດຈຸດສຸມຜະລິດສິນຄ້າ. ລັດໄດ້ມີນະໂຍບາຍສົ່ງເສີມໃຫ້ທຸກພາກສ່ວນເສດຖະກິດ ແລະ ຜູ້ປະກອບການຈາກພາຍໃນ ແລະຕ່າງປະເທດ ຂະຫຍາຍບັນດາກິດຈະການລົງທຶນໃນທຸກຂົງເຂດ ແລະ ທຸກລະດັບ.

ການນຳໃຊ້ທຶນເຂົ້າໃນການພັດທະນານັ້ນ, ພັກໄດ້ “ສົ່ງເສີມການຄົ້ນຄວ້າ ແລະນຳໃຊ້ຜົນສຳເລັດການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ, ເຕັກນິກວິຊາການ, ນະວັດຕະກຳໃໝ່ ແລະ ພູມປັນຍາ ເຂົ້າໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ”. ດ້ວຍການຮັບຮູ້ແຈ້ງວ່າ: ເຕັກໂນໂລຊີ ແມ່ນຂະບວນການຫັນປ່ຽນຊັບພະຍາກອນໃຫ້ກາຍເປັນຜະລິດຕະພັນ ເພື່ອຮັບໃຊ້ສັງຄົມ ດ້ວຍການນຳໃຊ້ລະບົບເຄື່ອງມື, ພະລັງງານ, ພາຫະນະ, ວິທີການ ແລະ ກຳມະວິທີການຜະລິດສະເພາະ. ປະເທດໃດບໍ່ສາມາດປັບໂຕທັນ ແລະນຳໃຊ້ເຕັກໂນໂລຊີເຂົ້າໃນການພັດທະນາຢ່າງມີປະສິດທິຜົນ ແມ່ນບໍ່ສາມາດຕາມທັນຍຸກສະໄໝໄດ້.

ບົນຈິດໃຈດັ່ງກ່າວ, ການລະດົມ, ນຳໃຊ້ທຶນ ແລະນຳໃຊ້ເຕັກໂນໂລຊີ ເຂົ້າໃນການພັດທະນາ ສປປ.ລາວ ແມ່ນໄດ້ຮັບການຈັດຕັ້ງຜັນຂະຫຍາຍມີຜົນສຳເລັດໃນຫຼາຍດ້ານ, ການລະດົມ ແລະ ນຳໃຊ້ທຶນຈາກການລົງທຶນຂອງລັດ, ການລົງທຶນຂອງເອກະຊົນ ແລະທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA)

         ກອງປະຊຸມໄດ້ຍົກໃຫ້ເຫັນວ່າ: ການຮ່ວມມືດ້ານການລົງທຶນລະຫວ່າງລາວ ແລະ ຫວຽດນາມ ແມ່ນໄດ້ຮັບການເສີມຂະຫຍາຍ ແລະໄດ້ຮັບໝາກຜົນພົ້ນເດັ່ນແບບກ້າວກະໂດດ, ນັບແຕ່ປີ 1989 ເຖິງປີ 2021 ສອງປະເທດໄດ້ມີການ ລົງທຶນຮ່ວມກັນທັງໝົດ 410 ໂຄງການ, ມູນຄ່າການລົງທຶນ 4,1 ຕື້ໂດລາສະຫະລັດ ຊຶ່ງຈັດຢູ່ໃນ ອັນດັບທີ 3  ໃນຈຳນວນ 54 ປະເທດ ແລະເຂດແຄວ້ນທີ່ມີການລົງທຶນຢູ່ ສປປ ລາວ.

ໃນຕອນທ້າຍກອງປະຊຸມ ທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ກ່າວສະຫຼຸບກອງປະຊຸມວ່າ: ເນື້ອ​ໃນ​ບົດ​ປະ​ກອບ​ຄຳ​ເຫັນ​ ທີ່ນັກວິທະຍາ​ສາດ ນຳສະເໜີຕໍ່​ກອງ​ປະຊຸມ ມີຄວາມອຸດົມສົມບູນ, ສ້າງຄວາມກະຈ່າງແຈ້ງໄດ້ໃນຫຼາຍບັນຫາ. ການວິເຄາະ, ວິໄຈແຕ່ລະບັນຫາ ມີວິທີວິທະຍາທີ່ຊັດເຈນ. ຂ້າພະເຈົ້າຂໍຢັ້ງຢືນວ່າ ຜົນການຄົ້ນຄວ້າວິທະຍາສາດມີຄຸນຄ່າດ້ານທິດສະດີ ແລະພຶດຕິກຳດັ່ງນີ້:

– ດ້ານທິດສະດີ: ໄດ້ສ້າງຄວາມກະຈ່າງແຈ້ງທິດສະດີລວມກ່ຽວກັບການລະດົມ ແລະນຳໃຊ້ ທຶນ ແລະນຳໃຊ້ເຕັກໂນໂລຊີເຂົ້າໃນການພັດທະນາສອງຊາດລາວ-ຫວຽດນາມ; ຍົກໃຫ້ບົດບາດ, ຄວາມສຳຄັນ, ຫຼັກມູນ, ຫຼັກການ, ກົດເກນ, ວິທີວິທະຍາໃນການຄົ້ນຄວ້າວິທະຍາສາດ ທີ່ມີພື້ນຖານບ່ອນອີງ ຮັບປະກັນໄດ້ລັກສະນະພັກ, ລັກສະນະວິທະຍາສາດ, ລັກສະນະກົມກຽວລະຫວ່າງ ທິດສະດີ ແລະພຶດຕິກຳ ແລະລັກສະນະທັນກັບຍຸກສະໄໝ ມີເນື້ອໃນອຸດົມສົມບູນ ຊີ້ໃຫ້ເຫັນທາງອອກ ແລະ ວິທີການໃນການລະດົມທຶນ, ນຳໃຊ້ທຶນ ແລະນຳໃຊ້ເຕັກໂນໂລຊີ ເຂົ້າໃນການພັດທະນາ ໃຫ້ສອດຄ່ອງກັບເງື່ອນໄຂຂອງສອງປະເທດລາວ-ຫວຽດນາມ.

– ດ້ານພຶດຕິກຳ: ບົດຄົ້ນຄວ້າຂອງສອງປະເທດ ແລະ 4 ຝ່າຍ ໄດ້ສະໜອງຂໍ້ມູນດ້ານພຶດຕິກຳທີ່ອຸດົມສົມບູນ; ໄດ້ມີຕົວເລກສະຖິຕິ, ມີຂໍ້ມູນສົມທຽບ ແລະມີການຄາດຄະເນລ່ວງໜ້າໃນການລະດົມທຶນ ແລະນຳໃຊ້ເຕັກໂນໂລຊີໃນຕໍ່ໜ້າ, ນັກວິທະຍາສາດໄດ້ມີການວິເຄາະ, ໄຈ້ແຍກຜົນສຳເລັດໃນພຶດຕິກຳ ແລະຊອກຫາວິທີທາງອອກທີ່ສອດຄ່ອງໃນການແກ້ໄຂບັນຫາຢູ່ລາວ ແລະຫວຽດນາມ. ນອກຈາກການແລກປ່ຽນບົດຮຽນພຶດຕິກຳຂອງລາວ ແລະຫວຽດນາມແລ້ວ, ກອງປະຊຸມຍັງໄດ້ແລກ ປ່ຽນບົດຮຽນພຶດຕິກຳ ຂອງບັນດາປະເທດຕ່າງໆ ຊຶ່ງມີຄຸນຄ່າໃຫ້ແກ່ການສຶກສາຄົ້ນຄວ້າ ແລະໝູນໃຊ້ຢ່າງປະດິດສ້າງ ໃນເງື່ອນໄຂ ແລະສະພາບແວດລ້ອມຂອງລາວ-ຫວຽດນາມ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ hcma.vn
ບັນນາທິການ: ປທ ບຸນປັນ ສຸມຸນທອງ