ຕອນບ່າຍ ຂອງວັນທີ 28 ມິຖຸນາ 2023, ທີ່ຫ້ອງວ່າການປົກຄອງແຂວງລາວກາຍ. ຄະນະນໍາຜູ້ແທນກອງປະຊຸມສຳມະນາສາກົນ ຫົວຂໍ້: ການລະດົມ ແລະ ນໍາໃຊ້ທຶນ ແລະ ເຕັກໂນໂລຊີຢ່າງມີປະສິດທິຜົນ ຮັບປະກັນການພັດທະນາຢູ່ລາວ ແລະ ຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຫວູ ຊັວນ ເກືອງ ຮອງເລຂາພັກ, ຜູ້ປະຈໍາການຄະນະພັກແຂວງ, ປະທານສະພາປະຊາຊົນແຂວງລາວກາຍ ພ້ອມດ້ວຍຄະນະນໍາຂອງແຂວງລາວກາຍ ໃນໂອກາດເຄື່ອນໄຫວເຂົ້າຮ່ວມກອງປະຊຸມສຳມະນາສາກົນ ຢູ່ແຂວງລາວກາຍ, ສສ ຫວຽດນາມ.

ໂດຍການພົບປະດຳເນີນໄປດ້ວຍບັນຍາກາດທີ່ອົບອຸ່ນ ມີໄມຕີຈິດ ມິດຕະພາບ ທັງສອງຄະນະໄດ້ຍົກໃຫ້ເຫັນຄວາມສຳຄັນຂອງການຮ່ວມມື 4 ຝ່າຍ 4 ສະຖາບັນ ລາວ-ຫວຽດນາມ ຕໍ່ການຄົ້ນຄວ້າວິທະຍາສາດຂອງທັງສອງປະເທດ ໂດຍສະເພາະການຮ່ວມມືກັນຈັດກອງປະຊຸມສຳມະນາສາກົນ ທີ່ຈະຈັດຂຶ້ນວັນທີ 29 ມິຖຸນາ 2023 ຢູ່ແຂວງລາວກາຍ ແຫ່ງນີ້. ພ້ອມນີ້ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກໍ່ໄດ້ຕາງໜ້າໃຫ້ແກ່ຄະນະຜູ້ແທນກອງປະຊຸມ ສະແດງຄວາມຊົມເຊີຍຕໍ່ການພັດທະນາແຂວງລາວກາຍ ໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ຂອບໃຈການນຳແຂວງທີ່ໄດ້ສ້າງທຸກເງື່ອນໄຂໃຫ້ຄະນະໄດ້ມາຈັດກອງປະຊຸມສຳມະນາ 4 ຝ່າຍໃນຄັ້ງນີ້ ແລະ ທັງໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ໂອກາດນີ້, ທ່ານ ຫວູ ຊັວນ ເກືອງ ຮອງເລຂາພັກ, ຜູ້ປະຈໍາການຄະນະພັກແຂວງ, ປະທານສະພາປະຊາຊົນແຂວງລາວກາຍ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນທຸກພາກສ່ວນ ທີ່ມາເຄື່ອນໄຫວເຮັດວຽກຢູ່ແຂວງລາວກາຍຄັ້ງນີ້. ຂອບໃຈ ທີ່ຄະນະຜູ້ແທນໄດ້ເລືອກເອົາແຂວງລາວກາຍ ເປັນບ່ອນຈັດກອງປະຊຸມສຳມະນາເທື່ອນີ້. ນອກນີ້, ສະຫາຍຍັງໄດ້ລາຍງານກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງລາວກາຍ ໂດຍສະເພາະການລະດົມທຶນ ແລະ ໝູນໃຊ້ເຕັກໂນໂລຊີ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງລາວກາຍ, ສສ ຫວຽດນາມ.

ຂ່າວ: ຕຽງດາວັນ ແກ້ວບົວວັນ
ພາບ: ສີວັນໄຊ ດວງບຸດດີ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ