ໃນຕອນບ່າຍ ຂອງວັນ​ທີ 26 ມີຖຸນາ 2023 ທີ່ຫ້ອງປະຊຸມຂອງເມືອງສິງແຂວງຫຼວງນໍ້າທາ ໄດ້​ຈັດ​ພິທີ​ປິດ​ການເຝິກອົບຮົມທິດ​ສະ​ດີກາ​ນເມືອງ-ການ​ປົກຄອງລະບົບ 10 ວັນຊຸດທີ IV ໃຫ້ເລຂາພັກບ້ານ, ນາຍບ້ານ, ການເຝິກອົບຮົມໃນຄັ້ງນີ້ມີນັກເຝິອົບຮົມ ຈໍານວນທັງໝົດ 30 ທ່ານ, ຍິງ 02 ທ່ານ; ມາຈາກ 23 ບ້ານ, ເທດສະບານເມືອງສິງແຂວງຫຼວງນໍ້າທາ ການເຝິກອົບຮົມແມ່ນ ເພື່ອເປັນການຈັດຕັ້ງ​ປະຕິບັດຕາມ​ເນື້ອ​ໃນ ຂອງກອງປະຊຸມໃຫຍ່ຂອງ​ພັກ​ໃນແຕ່ລະໄລຍະໃຫ້​ປະກົດ​ຜົນ​ເປັນ​ຈິງ​ເທື່ອ​ລະ​ກ້າວ. ໃຫ້ກຽດ​ເປັນ​ປະທານໂດຍ: ​ທ່ານ ປອ ຄຳພັນ ເຈຍອາ ເລຂາ​ໜ່ວຍ​ພັກ, ຫົວໜ້າ​ໂຮງຮຽນ​ການ​ເມືອງ ​ແລະ​ ການ​ປົກຄອງ​ແຂວງຫຼວງນໍ້າທາ. ໃຫ້​​ກຽດ​ເຂົ້າ​ຮ່ວມມີ: ​ທ່ານ ໜານມອນ ແກ້ວສິງໄຊ ຮອງເລຂາພັກເມືອງຮອງເຈົ້າເມືອງ ຜູ້ຊີ້ນໍາວຽກງານແນວຄິດ ແລະວຽກພັກ-ພະນັກງານເມືອງສິງ ແຂວງຫຼວງນໍ້າທາ; ພ້ອມດ້ວຍບັນດາທ່ານທີ່ເປັນຄະນະຮັບຜິດຊອບການເຝິກອົບຮົມ, ມີ​ຕົວ​​ແທນ​​ຈາກ ຫ້ອງ​ວ່າການ​ເມືອງ, ​ໂຄສະນາ​ອົບຮົມ​ເມືອງ, ຄະນະ​ຈັດ​ຕັ້ງ​ເມືອງ, ອົງການຈັດຕັ້ງມະຫາຊົນ ແລະມາຈາກ ປກສ-ປກຊ ອ້ອມຂ້າງພາຍ​ໃນເມືອງ, ​ຕະຫຼອດຮອດພະນັກງານ​, ຄູ​-ອາຈານ ແລະນັກ​ເຝິກ​ອົບຮົມເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

ຫຼັງ​ຈາກ​ນັ້ນ, ທ່ານ ປອ ບຸນຕຽງ ບຸນຫຼ້າແຝງ ຫົວໜ້າ​ຂະແໜງວິຊາ​ການ ​​ໄດ້​ຂຶ້ນ​ຜ່ານ​ບົດສະຫຼຸບການຈັດຕັ້ງປະຕິບັດການ​ຮຽນ-ການ​ສອນ. ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາໄດ້ເລີ່ມຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນໃຫ້ນັກເຝິກອົບຮົມທິດສະດີການເມືອງ-ການປົກຄອງ ໂຄງການຫຼັກສູດ 10 ວັນຊຸດທີ IV ​ຢູ່ເມືອງ​ສິງເລີ່ມແຕ່ວັນທີ 20-26​ມີຖຸນາ 2023; ສ່ວນ​ເນື້ອ​ໃນ​ບົດຮຽນລວມມີ 03  ພາກວິຊາຮຽນມີ 19  ບົດ, ມີ 75ຊົ່ວໂມງເທົ່າກັບ 4,68 ໜ່ວຍກິດ ພວກເຮົາໄດ້ຈັດຕັ້ງປະຕິບັດຕົວຈິງມີດັ່ງນີ້: ວິຊາ​ຮຽນທັງໝົດ ມີ 3 ພາກຄື: ພາກທີ 1: ທິດທາງລວມ ມີຈຳນວນທັງໝົດ 4 ບົດ ເທົ່າກັບ18 ຊົ່ວໂມງ; ພາກ​ທີ 2: ວຽກ​ງານ​ພັກ ມີຈຳນວນທັງໝົດ 7 ບົດ ເທົ່າກັບ 25 ຊົ່ວໂມງ; ພາກ​ທີ 3: ວຽກ​ງານ​ບໍລິຫານ ​ແລະ​ການ​ປົກຄອງ ມີຈຳນວນທັງໝົດ 8 ບົດ ເທົ່າກັບ 32 ຊົ່ວໂມງ; ລວມທັງໝົດໃນການຮຽນມີ 19 ບົດເທົ່າກັບ 75 ຊົ່ວໂມງ.

           – ໃນນີ້, ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ນຳໃຊ້ຄູ-ອາຈານພາຍໃນຂຶ້ນຫ້ອງສິດສອນ100%.

           – ຄູ-ອາຈານແຕ່ລະສະຫາຍກໍມີຄວາມພະຍາຍາມຄົ້ນຄວ້າ, ແຕ່ງບົດສອນ, ຂຶ້ນຫ້ອງສິດສອນ, ອະທິບາຍດ້ານທິດສະດີ ແລະສົມທຽບພຶດຕິກຳເຮັດໃຫ້ນັກເຝິກອົບຮົມໃຫ້ມີຄວາມເຂົ້າໃຈກະຈ່າງແຈ້ງ.

           – ບັນດານັກເຝິກອົບຮົມກໍ່ໄດ້ມີຄວາມພະຍາຍາມຕັ້ງໃຈຂຶ້ນຫ້ອງ, ຄົ້ນຄ້ວາຮ່ຳຮຽນ, ປະຕິບັດກົດລະບຽບຂອງການ​ຮຽນ ແລະໄດ້ປະກອບຄຳຄິດຄຳເຫັນແລກປ່ຽນສົນທະນາບົດຮຽນນໍາກັນຢ່າງມີບັນຍາກາດຟົດຟື້ນພໍສົມຄວນ.

           – ຈາກການຄົ້ນຄ້ວາຮ່ຳຮຽນດັ່ງກ່າວ, ພວກເຮົາກໍໄດ້ຈັດຕັ້ງການປະເມີນຄວາມຮັບຮູ້ ຂອງນັກເຝິກອົບຮົມເພື່ອປະເມີນຜົນການຮຽນ-ການສອນ ແລະເປັນການວັດແທກຄວາມຮັບຮູ້ຂອງນັກເຝິກອົບຮົມ ຊຶ່ງສະແດງອອກດັ່ງນີ້: ດີເລີດກວມ ເອົາ 85,25%, ດີຫຼາຍ 14,75% ລື່ນຄາດໝາຍ ຂອງແຜນການທີ່ວາງໄວ້ 5,25%.

ໃນຕອນທ້າຍ; ທ່ານ ໜານມອນ ແກ້ວສິງໄຊ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ຜູ້ຊີ້ນໍາວຽກງານແນວຄິດ ແລະ ວຽກພັກ-ພະນັກງານ ເມືອງສິງ ແຂວງຫຼວງນໍ້າທາ; ໄດ້​ໃຫ້​ກຽດ​ໂອ້​ລົມ​ຕໍ່​ພິທີປິດ​ຊຸດ​ຮຽນ​ ຊຶ່ງ​ທ່ານ​ໄດ້​​ຮຽກຮ້ອງໃຫ້ນັກເຝິກອົບຮົມຈົ່ງພ້ອມກັນສູ້ຊົນໃຫ້ສຳເລັດຕາມລະດັບຄາດໝາຍທີ່ທາງໂຮງຮຽນໄດ້ວາງໄວ້. ການ​ຄົ້ນຄວ້າ​ຮ່ຳຮຽນທິດສະດີການເມືອງ-ການປົກຄອງ​ໃນຄັ້ງບັນດານັກເຝິກອົບຮົມຕ້ອງຖືເປັນ​ສຳຄັນ ແລະໝູນໃສ່ເຂົ້າໃນ​ການນໍາພາ-ຊີ້ນໍາວຽກງານຕົວຈິງໃຫ້ແກ່ສະມາຊິກພາຍໃນບ້ານຂອງຕົນຢ່າງມີປະສິດທິຜົນດີຂຶ້ນກວ່າເກົ່າ.

ຂ່າວ/ປທ ນ. ມະນີລາ ແກ້ວລະກໍາ
ບັນນາທິການ: ທ່ານ ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ