ໃນຕອນເຊົ້າຂອງວັນທີ 26 ເມສາ 2023 ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມີພິທີພົບປະສອງຝ່າຍ ລະຫວ່າງ ທ່ານ ຮສ ພູວົງ ອຸ່ນຄໍາແສນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ແລະທ່ານ ສຈ ປອ ຫຼິວຈິງ ເລຂາຄະນະພັກ, ອະທິການບໍດີສະຖາບັນການປົກຄອງ ແລະ ການສຶກສາພູມມີພາກ ພ້ອມດ້ວຍບັນດາຄະນະຜູ້ແທນສອງຝ່າຍ ລາວ-ຈີນ.

ໃນໂອກາດນີ້, ທ່ານ ຮສ ພູວົງ ອຸ່ນຄໍາແສນ ໄດ້ສະແດງຄວາມຍິນດີທີ່ໄດ້ມີໂອກາດ ໄດ້ຕ້ອນຮັບ ສຈ. ປອ. ຫຼິວຈິງ  ພ້ອມດຽວກັນນີ້, ທັງສອງຝ່າຍ ກໍ່ໄດ້ປຶກສາຫາລືແລກປ່ຽນຄວາມເຫັນຢ່າງກົງໄປກົງມາ ເຖິງທິດທາງແຜນການຮ່ວມມືໃນຕໍ່ໜ້າໂດຍໄດ້ເຫັນດີເປັນເອກະພາບກັນສືບຕໍ່ຊຸກຍູ້ການພົບປະແລກປ່ຽນ ລະຫວ່າງ ສອງໂຮງຮຽນ ຢ່າງເປັນປົກກະຕິ ເພື່ອປະກອບສ່ວນເຂົ້າໃນການເສີມສ້າງມິດຕະພາບກໍຄື: ການແລກປ່ຽນຜົນສໍາເລັດທາງດ້ານວຽກງານອົງການຈັດຕັ້ງພັກຂອງ ສມປຊ ໃນໄລຍະຜ່ານມາ, ແລກປ່ຽນວຽກງານວິຊາສະເພາະກໍຄື: ການຮຽນ-ການສອນ ແລະການເຝິກອົບຮົມພາຍໃນ ສມປຊ, ແລກປ່ຽນວຽກງານຄົ້ນຄວ້າວິທະຍາສາດ ແລະການແລກປ່ຽນນັກສຶກສາ ໃນອະນະຄົດ.

ການພົບປະຄັ້ງນີ້ ທ່ານ ຮສ ພູວົງ ອຸ່ນຄໍາແສນ ໄດ້ມີໂອກາດກ່າວເຖິງສະພາບລວມຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ເປັນຕົ້ນແມ່ນ: ປະຫວັດຄວາມເປັນມາ, ດ້ານກົງຈັກການຈັດຕັ້ງ, ດ້ານການຮຽນ-ການສອນ, ດ້ານການພົວພັນຮ່ວມມືກັບຝ່າຍເພື່ອນ ສປ ຈີນ ໃນໄລຍະຜ່ານມາ ໄດ້ພົວພັນຮ່ວມມືກັບຕ່າງປະເທດໂດຍສະເພາະກັບເພື່ອນ ສປ ຈີນ, ເຊິ່ງໄດ້ມີບົດບັນທຶກກັບ ໂຮງຮຽນພັກສູນກາງພັກກອມມູນິດຈີນ, ສະຖາບັນການປົກຄອງແຂວງກວາງຊີ ແລະ ໂຮງຮຽນພັກແຂວງຢຸນໜານ. ໃນການຮ່ວມມືກໍ່ປະກອບມີການແລກປ່ຽນໄປມາຫາສູ່ຄະນະຜູ້ແທນຕ່າງໆ, ການແລກປ່ຽນການຄົ້ນຄວ້າວິທະຍາສາດ, ການບຳລຸງ-ກໍ່ສ້າງພະນັກງານ, ຄູ-ອາຈານ ແລະ ການແລກປ່ຽນຂໍ້ມູນຂ່າວສານເປັນຕົ້ນກໍ່ແມ່ນບົດວາລະສານຕ່າງໆ.

ໃນໄລຍະແຕ່ 2019 ເປັນຕົ້ນມາ ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວີດ 19 ຈຶ່ງເຮັດໃຫ້ບໍ່ສາມາດໄປມາຫາສູ່ກັນໄດ້, ແຕ່ກໍ່ໄດ້ຈັດກອງປະຊຸມແລກປ່ຽນແບບອອນລາຍ ໂດຍສ່ວຍຫຼາຍແມ່ນແນ່ໃສ່ການຄົ້ນຄວ້າວິທະຍາສາດ.

ມາປີນີ້ ກໍ່ເຫັນວ່າເປັນໂອກາດອັນດີ ທີ່ທາງສະຖາບັນການປົກຄອງ ແລະ ການສຶກສາພູມມີພາກ ລະຫວ່າງປະເທດ, ມະຫາວິທະຍາໄລສ້າງຄູ ເສສວນ ທີ່ໄດ້ມາຢ້ຽມຢາມ ສມປຊ ເຊິ່ງເຫັນວ່າ ເປັນໂອກາດທີ່ມີຄວາມສຳຄັນ ໃຫ້ແກ່ທາງ ສມປຊ ທີ່ຈະໄດ້ຂະຫຍາຍການຮ່ວມມື ກັບເພື່ອນ ສປ ຈີນ ໃຫ້ກວ້າງຂວາງຍິ່ງຂຶ້ນ.

ນອກຈາກນັ້ນ ທ່ານ ຮສ ພູວົງ ອຸ່ນຄໍາແສນ ຕາງໜ້າຄະນະພັກ, ຄະນະນໍາ ສະເໜີແຜນການຮ່ວມມືໃນຕໍ່ໜ້າຄື: ຈັດຕັ້ງການແລກປ່ຽນຖອດຖອນບົດຮຽນ ແລະຮ່ວມກັນຄົ້ນຄວ້າວິທະຍາສາດໃນຫົວຂໍ້ໃດໜຶ່ງທີ່ມີຄວາມສົນໃຈຮ່ວມກັນ ແລະຜັດປ່ຽນກັນເປັນເຈົ້າພາບໃນແຕ່ລະປີ, ສະເໜີໃຫ້ມະຫາວິທະຍາໄລຊ່ວຍຄົ້ນຄວ້າທຶນການສຶກສາ ໃນການບຳລຸງ-ກໍ່ສ້າງພະນັກງານ ແລະຄູ-ອາຈານ ໃນການຍົກລະດັບວິຊາສະເພາະໂດຍສະເພາະແມ່ນ: ປະລິນຍາໂທ, ປະລິນຍາເອກ ແລະເຝິກອົບຮົມຫົວຂໍ້ວິຊາສະເພາະຕ່າງໆຕາມຄວາມເໝາະສົມ ແລະເພື່ອກະກຽມບຸກຄະລາກອນໃນການເປີດຫຼັກສູດປະລິນຍາເອກ 4 ສາຂາວິຊາ.

  ໃນຕອນທ້າຍ ທ່ານ ຮສ ພູວົງ ອຸ່ນຄໍາແສນ ຕາງໜ້າຄະນະພັກ-ຄະນະອຳນວຍການ, ສະແດງຄວາມຂອບ ໃຈຢ່າງສູງ ແລະອວຍພອນ ທ່ານ ສຈ ປອ ຫຼິວຈິງ ພ້ອມດ້ວຍຄະນະຜູ້ແທນຝ່າຍເພື່ອນ ສປ ຈີນ, ສາຍພົວພັນມິດຕະພາບອັນເປັນມູນເຊື້ອພິເສດ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະການເປັນຄູ່ຮ່ວມສະຕາກຳສັງຄົມນິຍົມ ລາວ-ຈີນ, ຈີນ-ລາວ ຈົ່ງໝັ້ນຄົງທະນົງແກ່ນ ແລະແຕກດອກອອກຜົນຍິ່ງໆຂື້ນ.

ຂ່າວ: ນ. ທິດດາວອນ ດວງປະເສີດ
ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ