ໂຮງຮຽນການເມືອງ ແລະ ການປົກຄອງແຂວງຈຳປາສັກ ໄດ້ຈັດພິທີປິດຊຸດຮຽນ ແລະມອບໃບປະກາສະນີຍະບັດໃຫ້ນັກສຶກສາທິດສະດີການເມືອງ ແລະການປົກຄອງ ລະບົບຊັ້ນຕົ້ນ ຮຸ່ນທີ V ແລະລະບົບຊັ້ນກາງ ຮຸ່ນທີ XII ໃນຕອນເຊົ້າຂອງວັນທີ 16 ມີນາ 2023, ໃຫ້ກຽດເປັນປະທານໂດຍ: ທ່ານ ປທ ນ. ຄໍາຫຼ້າ ແກ້ວອຸ່ນຄໍາ ຄະນະບໍລິຫານງານພັກ, ຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຄະນະອຳນວຍການໂຮງຮຽນການເມືອງ ແລະ ການປົກຄອງແຂວງຈຳປາສັກ, ພະນັກງານ, ຄູ-ອາຈານ ແລະຕາງໜ້າພະແນກການຕ່າງໆພາຍໃນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

         ໃນພິທີ ທ່ານ ປທ ສີປະທຸມມາ ຈັນພອນເພັດ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຈໍາປາສັກໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນທັງ 2 ລະບົບຄື:

         1. ລະບົບຊັ້ນຕົ້ນ 3 ເດືອນ ຂອງສະຫະພັນແມ່ຍິງແຂວງ ຈຳປາສັກ ຮຸ່ນທີ V ມີນັກສຶກສາທັງໝົດ 72 ທ່ານ, ຍິງ 53 ທ່ານ ໄດ້ຜ່ານການຈັດຕັ້ງການຮຽນ-ການສອນເລີ່ມຕົ້ນແຕ່ວັນທີ 12 ສິງຫາ 2022 ເຖິງວັນທີ 27 ມັງກອນ 2023 ໃຊ້ເວລາ ທັງໝົດ 24 ອາທິດ ( ອາທິດໜຶ່ງຮຽນ 2 ວັນຄື: ວັນສຸກ-ວັນເສົາ) ໃຊ້ເວລາຮຽນ 268 ຊົ່ວໂມງ, ຜ່ານການຄົ້ນຄວ້າຮ່ຳຮຽນສາມາດຕີລາປະເມີນຜົນຈັດປະເພດນັກສຶກສາຄື: ຄະແນນເກຼດ A= 53 ທ່ານ, ຍິງ 38 ທ່ານ, ເທົ່າກັບ 73,61 %, ໄດ້ຄະແນນເກຼດ B+= 19 ທ່ານ, ຍິງ 15 ທ່ານ, ເທົ່າກັບ 26,36%.

         2. ລະບົບ ຊັ້ນກາງ ຮຸ່ນທີ XII ມີນັກສຶກສາ ທັງໝົດ 54 ທ່ານ, ຍິງ 10 ທ່ານ ຜ່ານການຈັດຕັ້ງປະຕິບັດການຮຽນ-ການສອນໂຄງການຫຼັກສູດ ທີ່ ສມປຊ ວາງອອກ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດການຮຽນ-ການສອນມາແຕ່ວັນທີ 03/ 09 /2021 ຫາ ວັນທີ 16 ກຸມພາ 2023 ແມ່ນສຳເລັດການປ້ອງກັນບົດຈົບຊັ້ນ, ໃນລະບົບຊັ້ນກາງປະກອບມີ 3 ພາກຮຽນ, ພາກຮຽນລະ 5 ເດືອນ. ມີ 28 ວິຊາຫຼັກ, ໃນນັ້ນຂຶ້ນຫ້ອງຮຽນບັນຍາຍທັງໝົດ 760 ຊົ່ວໂມງ, ສຳມະນາ 114 ຊົ່ວໂມງ, ແກ້ຂໍ້ຂ້ອງໃຈ 150 ຊົ່ວໂມງ, ສອບເສັງຂຽນ 120 ຊົ່ວໂມງ, ເສັງປາກເປົ່າລະດັບ (ສມປຊ) ເທົ່າກັບ 42 ຊົ່ວໂມງ, ໄປທັດສະນະສຶກສາ 24 ຊົ່ວໂມງ, ປ້ອງກັນບົດຈົບຊັ້ນ 14 ຊົ່ວໂມງ. ຜ່ານການຄົ້ນຄວ້າຮ່ຳຮຽນສາມາດຕີລາປະເມີນຜົນຈັດປະເພດນັກສຶກສາຄື: ຮຽນເກັ່ງ ມີວິໄນ: ມີ 44 ທ່ານ, ຍິງ: 10 ທ່ານ, ຮຽນດີ ມີວິໄນ: ມີ 10 ທ່ານ, ຄະແນນເກຼດ A ມີ 48 ທ່ານ, ຍິງ: 9 ທ່ານ ກວມ: 88,88%, ໄດ້ຄະແນນເກຼດ B+ ມີ: 6 ທ່ານ, ຍິງ: 1 ທ່ານ ກວມ: 11,11 %.

         ເພື່ອເປັນການຢັັ້ງຢືນຜົນສຳເລັດໃນການສຶກສາຮ່ຳຮຽນທິດສະດີການເມືອງ ແລະ ການປົກຄອງ  ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ໄດ້ມອບໃບປະກາສະນີຍະບັດຕໍ່ກັບນັກສຶກສາຮຸ່ນດັ່ງກ່າວ ພ້ອມທັງສືບຕໍ່ ກ່າວເປີດຊຸດຮຽນໃໝ່ຄື: ຊຸດຮຽນທິດສະດີການເມືອງຂັ້ນຕົົ້ນ ຮຸ່ນທີ I ຈຳນວນ 60  ທ່ານ , ຍິງ 14 ທ່ານ ແລະຂັ້ນກາງ ຮຸ່ນທີ I ຈຳນວນ 58, ຍິງ 11 ທ່ານ ຊຶ່ງຊຸດຮຽນໃໝ່ນີ້ຈະໄດ້ສຶກສາ, ຄົ້ນຄວ້າ ແລະຮັບຮູ້ເຂົ້າໃຈຢ່າງເປັນເອກະພາບ ກ່ຽວກັບທິດສະດີການເມືອງໃຫ້ແກ່ສະມາຊິກພັກ-ພະນັກງານຫຼັກແຫຼ່ງພາຍໃນແຂວງຈຳປາສັກ ໃຫ້ມີຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ມີທັດສະນະຫຼັກໝັ້ນການເມືອງ, ຖືເອົາທິດສະດີການເມືອງເປັນພື້ນຖານໃນການເສີມຂະຫຍາຍທັດສະນະປະຕິວັດໃຫ້ໜັກແໜ້ນຂຶ້ນຕື່ມ, ຍົກສູງຄວາມສາມາດໃນການວິເຄາະບັນຫາຢ່າງມີວິທະຍາສາດ ແລະມີຄວາມສາມາດໃນການນໍາໃຊ້ວິທີວິທະຍາໃນການນໍາພາ-ຄຸ້ມຄອງ, ວິທີການເຝິກຝົນຫຼໍ່ຫຼອມບຸກຄະລິກ ຂອງພະນັກງານນຳພາ-ຄຸ້ມຄອງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງປະເທດຊາດໃນໄລຍະໃໝ່ ໃນການຫັນເປັນອຸດສາຫະກໍາ, ທັນສະໄໝ, ການເຊື່ອມໂຍງ, ການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ກ້າວໜ້າຢ່າງບໍ່ຢຸດຢັ້ງ.

         ໃນໂອກາດສຳຄັນຂອງພິທີດັ່ງກ່າວ, ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ໃນນາມຕາງໜ້າຄະນະອຳນວຍການສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກ, ຄະນະອຳນວຍການ, ພະນັກງານ, ຄູ-ອາຈານ ພາຍໃນໂຮງຮຽນການເມືອງ ແລະ ການປົກຄອງແຂວງຈໍາປາສັກ ທີ່ໄດ້ສຳເລັດໃນການກໍ່ສ້າງ, ບຳລຸງຍົກລະດັບ ແລະສ້າງແບບແຜນວິທີນຳພາ-ຊີ້ນຳ ວຽກງານການເມືອງໄດ້ດີ, ສະນັ້ນ, ເພື່ອເປັນທິດຊີ້ນຳ ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ໄດ້ເນັ້ນໜັກວ່າ: ສຳລັບນັກສຶກສາທີ່ຈົບໄປແລ້ວ ຕ້ອງໄດ້ຍົກສູງຄວາມຮູ້, ຄວາມສາມາດ, ກຳແໜ້ນແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ບວກໃສ່ກັບບັນດາບົດຮຽນຕ່າງໆ ທີ່ໄດ້ຄົ້ນຄວ້າຮ່ຳຮຽນ ມາໝູນໃຊ້ເຂົ້າໃນພຶດຕິກໍາຂອງວຽກງານທີ່ຕົນຮັບຜິດຊອບໃຫ້ສອດຄ່ອງ, ເປັນເຈົ້າການສຶກສາອົບຮົມການເມືອງ-ແນວຄິດ ໃນການປຸກລະດົມຂົນຂວາຍມະຫາຊົນສ້າງທັດສະນະຫຼັກໝັ້ນການເມືອງ, ມີຄຸນສົມບັດ, ສິນທຳປະຕິວັດ, ຈັນຍາບັນ, ຈັນຍາທຳຂອງພະນັກງານຢ່າງຖືກຕ້ອງ ແລະສໍາລັບນັກສຶກສາ ທິດສະດີການເມືອງຂັ້ນຕົ້ນ, ຂັ້ນກາງ ຈົ່ງພ້ອມກັນສຸມສະຕິປັນຍາ, ຍົກສູງຄວາມຮັບຜິດຊອບຂອງຕົນໃນການຮັບເອົາຄວາມຮູ້ນຳບັນດາຄູ-ອາຈານ, ມີການສົນທະນາຄົ້ນຄວ້າຢ່າງເລິກເຊິ່ງ ເພື່ອໃຫ້ເຂົ້າໃຈບັນດາເນື້ອໃນທີ່ມີໃນຫຼັກສູດຂັ້ນຕົ້ນ ແລະຂັ້ນກາງ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ໂຮງຮຽນການເມືອງ ແລະ ການປົກຄອງແຂວງຈຳປາສັກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ