ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ສົມທົບກັບ ສູນກາງສະຫະພັນກຳມະບານລາວ ຈັດກອງປະຊຸມສຳມະນາວິທະຍາສາດຂຶ້ນ ໃນຕອນເຊົ້າ ຂອງວັນທີ 15 ມີນາ 2023, ທີ່ສູນກາງສະຫະພັນກຳມະບານລາວ, ພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານກໍາມະບານ”. ໃຫ້ກຽດເປັນປະທານຊີ້ນຳກອງປະຊຸມ ໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະໃຫ້ກຽດເປັນຄະນະປະທານຮ່ວມມີ ທ່ານ ຮສ ພູວົງ ອຸ່ນຄຳແສນ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າຄະນະ, ຜູ້ປະຈຳການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະ ທ່ານ ນາງ ອາລີ ວົງໜໍ່ບຸນທຳ, ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ. ນອກຈາກນີ້ຍັງມີບັນດາສະຫາຍຮອງປະທານຄະນະບໍລິຫານງານສູນກາງກໍາມະບານລາວ, ນັກວິທະຍາສາດ, ນັກຄົ້ນຄວ້າ, ຄະນະສະຫະພັນກຳມະບານ ຕາງໜ້າຈາກກະຊວງ, ອົງການ, ນະຄອນຫຼວງ, ພະນັກງານຂອງສູນກາງກໍາມະບານລາວ, ພະນັກງານ, ຄູ-ອາຈານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ກໍແມ່ນເພື່ອຮັບຟັງການລາຍງານຜົນການຄົ້ນຄວ້າຈາກນັກວິທະຍາສາດ ແລະ ລະດົມຄວາມຄິດຂອງບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມປະກອບໃສ່ບົດວິທະຍາສາດ ໃຫ້ຮັບປະກັນລັກສະນະວິທະຍາສາດ.

ໃນຄຳເຫັນກ່າວເປີດກອງປະຊຸມສຳມະນາ, ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ເນັ້ນໜັກວ່າ: ກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານກໍາມະບານ” ໃນເທື່ອນີ້ ແມ່ນເປັນກອງປະຊຸມທີ່ມີຄວາມໝາຍສຳຄັນ ທັງໃນດ້ານທິດສະດີ ແລະພຶດຕິກຳ ແລະ ເປັນປະໂຫຍດໃຫຍ່ຫຼວງໃຫ້ແກ່ການຈັດຕັ້ງປະຕິບັດນະໂຍບາຍຂອງພັກ-ລັດເຮົາ ກ່ຽວກັບວຽກງານກຳມະບານ ໃຫ້ປະກົດຜົນເປັນຈິງ ເຊິ່ງເພິ່ນໄດ້ຮຽກຮ້ອງມາຍັງບັນດານັກວິທະຍາສາດ, ບັນດາແຂກ ແລະ ຄະນະສະຫະພັນກຳມະບານທີ່ຕາງໜ້າຈາກກະຊວງ, ອົງການ, ນະຄອນຫຼວງທີ່ເຂົ້າຮ່ວມກອງປະຊຸມ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ, ຄົ້ນຄວ້າໃຫ້ເລິກ, ຂຸດໃຫ້ເຖິງ ເພື່ອຊອກໃຫ້ເຫັນໄດ້ເຖິງເນື້ອໃນແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານກໍາມະບານ ເພື່ອໃຫ້ກາຍເປັນຄັງສາງທິດສະດີ  ແລະ ນຳເອົາເນື້ອໃນຈິດໃຈດັ່ງກ່າວ ໄປຄົ້ນຄວ້າ ແລະ ໝູນໃຊ້ເຂົ້າໃນການສຶກສາອົບຮົມ, ປຸກລະດົມສະມາຊິກກຳມະບານ ໃນຄວາມຮັບຜິດຊອບຂອງຕົນຢ່າງມີປະສິດທິຜົນ.

ເນື້ອໃນບົດນຳກອງປະຊຸມສຳມະນາ ສະເໜີໂດຍ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ໄດ້ຍົກໃຫ້ເຫັນເນື້ອໃນພື້ນຖານຂອງແນວຄິດໄກສອນ ພົມວິຫານ ກ່ຽວກັບບົດບາດຂອງກຳມະກອນ ແລະ ອົງການກຳມະບານ ເປັນຕົ້ນ: “ອົງການກໍາມະບານ ແມ່ນກໍາລັງທັບ, ພັກກອມມູນິດເປັນກອງເສນາທິການໃຫ້ແກ່ກອງກໍາລັງດັ່ງກ່າວ”; ມີພາລະບົດບາດໃນການສຶກສາອົບຮົມ, ປຸກລະດົມຂົນຂວາຍກໍາມະກອນ ແລະຊາວຜູ້ອອກແຮງງານ; ພ້ອມທັງຍົກໃຫ້ເຫັນແຈ້ງວ່າ: “ການປົດປ່ອຍຊົນຊັ້ນກໍາມະກອນ ແມ່ນພາລະກິດຂອງກະໂຕຊົນຊັ້ນກໍາມະກອນເອງ”. ສະນັ້ນ: “ຊົນຊັ້ນກຳມະກອນ ຕ້ອງຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ໃນພາລະກິດແຫ່ງການດັດສ້າງ ແລະ ກໍ່ສ້າງສັງຄົມນິຍົມນັ້ນເອງ ເຊັ່ນ: ຫຼັກໝັ້ນ, ທັດສະນະ, ລະດັບວັດທະນະທຳ, ວິຊາສະ ເພາະ, ລະບຽບອອກແຮງງານ… ທັງນີ້ກໍເພື່ອໃຫ້ສົມເປັນຊົນຊັ້ນປະຕິວັດກວ່າໝູ່, ກ້າວໜ້າກວ່າໝູ່, ເປັນກຳລັງຫຼັກແຫຼ່ງ ທີ່ດຳລົງບົດບາດນຳພາສັງຄົມ”. ນອກຈາກນີ້, ຍັງຍົກໃຫ້ເຫັນຕື່ມວ່າ ປະທານ ໄກສອນ ພົມວິຫານ ໄດ້ນໍາພາ-ຊີ້ນໍາກຳມະກອນ ແລະ ຊາວຜູ້ອອກແຮງງານລາວຢ່າງໃກ້ຊິດ ແລະ ໄດ້ສ້າງຕັ້ງອົງການກໍາມະບານລາວຂຶ້ນ ໃນວັນທີ 1 ກຸມພາ 1956 ເພື່ອເປັນຕົວແທນປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງກຳມະກອນ ແລະ ຊາວຜູ້ອອກແຮງງານລາວ.

ກອງປະຊຸມໄດ້ຮັບຟັງການນຳສະເໜີ 05 ຫົວຂໍ້ຍ່ອຍ ເຊັ່ນ: ແນວຄິດໄກສອນ ພົມວິຫານ ກ່ຽວກັບອົງການຈັດຕັ້ງກໍາມະບານລາວ, ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານສຶກສາອົບຮົມກໍາມະກອນ ແລະຊາວຜູ້ອອກແຮງງານລາວບັນດາເຜົ່າ, ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານຂະບວນການຂອງກໍາມະກອນ ແລະ ຜູ້ອອກແຮງງານລາວ, ແນວຄິດໄກສອນ ພົມວິຫານ ກ່ຽວກັບການປົກປ້ອງສິດ ແລະ ຜົນປະ ໂຫຍດອັນຊອບທຳ ຂອງກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ, ແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງກຳມະບານຮາກຖານ.

ໃນຕອນທ້າຍ ຂອງກອງປະຊຸມສຳມະນາ ພວກເຮົາໄດ້ຮັບຟັງການສະຫຼຸບລາຍງານຜົນ ຂອງກອງປະຊຸມໂດຍ ທ່ານ ຮສ ພູວົງ ອຸ່ນຄຳແສນ, ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າຄະນະ, ຜູ້ປະຈຳການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ເຊິ່ງໄດ້ຕີລາຜົນໄດ້ຮັບໃນເບື້ອງຕົ້ນ ທີ່ນັກວິທະຍາສາດ ໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ຈະແຈ້ງ ກ່ຽວກັບ “ແນວຄິດໄກສອນ ພົມວິຫານ ກັບວຽກງານກໍາມະບານ” ແລະ ໄດ້ເນັ້ນໜັກວ່າ: ການສ້າງຄວາມເຂັ້ມແຂງດ້ານການຈັດຕັ້ງກຳມະບານ ແມ່ນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບກົງຈັກການຈັດຕັ້ງ ແລະບຸກຄະລາກອນ (ສະມາຊິກກຳມະບານ), ໝາຍວ່າ ແມ່ນການປັບປຸງກົງຈັກການຈັດຕັ້ງກຳມະບານຢ່າງເປັນລະບົບ ນັບແຕ່ສູນກາງລົງຮອດຮາກຖານ, ທັງເປັນການເສີມຂະຫຍາຍບົດບາດ ຂອງອົງການຈັດຕັ້ງກຳມະບານຂັ້ນຕ່າງໆເຂົ້າໃນຂະບວນການປ່ຽນແປງໃໝ່. ຄຽງຄູ່ກັນນັ້ນ, ເພື່ອເສີມຂະຫຍາຍບົດບາດນຳໜ້າ ຂອງຊົນຊັ້ນກຳມະກອນໃນທຸກຂົງເຂດວຽກງານ, ພວກເຮົາຕ້ອງຖືສຳຄັນເປັນພິເສດກ່ຽວກັບ “ການຍົກລະດັບການສຶກສາ, ວັດທະນະທຳ ແລະວິຊາຊີບ ຂອງກຳມະກອນ ແລະ ຊາວຜູ້ອອກແຮງງານໃຫ້ສູງຂຶ້ນເລື້ອຍໆ, ປຸກລະດົມ ແລະ ສ້າງເງື່ອນໄຂໃຫ້ຊາວຜູ້ອອກແຮງງານ ໂດຍສະເພາະ ແມ່ນປັນຍາຊົນ ໄດ້ເຂົ້າຮ່ວມຂະບວນການແຂ່ງຂັນຮ່ຳຮຽນ, ນຳໃຊ້ຜົນສຳເລັດທາງດ້ານເຕັກນິກເຂົ້າໃນວຽກງານ, ສືບຕໍ່ເສີມຂະຫຍາຍແນວຄິດຊີ້ນຳຂອງປະທານເຂົ້າໃນວຽກງານກຳມະບານໃຫ້ມີການຫັນປ່ຽນໃນພຶດຕິກຳໃນ​ຕໍ່​ໜ້າ.

 ຂ່າວ/ພາບ: ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ.
ບັນນາທິການ: ປທ ບຸນປັນ ສຸມຸນທອງ