ໃນໄລຍະປັດຈຸບັນນີ້, ນັກສຶກສາທິດສະດີການເມືອງ ແລະ ການປົກຄອງ ປະລິນຍາໂທ ມີຈຳນວນເພີ່ມຂຶ້ນໃນແຕ່ລະປິ, ການປ້ອງກັນບົດໃນຂັ້ນຕ່າງໆກໍ່ມີຫຼາຍສາຂາທີ່ນຳໃຊ້ຫ້ອງປ້ອງກັນ ເມື່ອເປັນແນວນັ້ນ ສມປຊ ໄດ້ເພີ່ມຈຳນວນຫ້ອງປ້ອງກັນ.

         ສະນັ້ນ, ໃນວັນທີ 6 ມີນາ 2023 ນັກສຶກສາ ປະລິນຍາໂທ ຮຸ່ນທີ XVII ສາຂາ ເສດຖະສາດການເມືອງ ແລະສາຂາຄຸ້ມຄອງເສດຖະກິດ ຈຶ່ງໄດ້ຖືໂອກາດດັ່ງກ່າວ ປະກອບສ່ວນອຸປະຖຳວັດຖຸອຸປະກອນ ທີ່ເອື້ອອຳນວຍຄວາມສະດວກໃນການນຳໃຊ້ເປັນຕົ້ນ: ປ້າຍ, ຜ້າແພປູໂຕະຄະນະກຳມະການປ້ອງກັນ-ຜ້າແພປູໂຕະຜູ້ເຂົ້າຮ່ວມ, ສາຍຕໍ່ພ່ວງອຸປະກອນຄອມພີວເຕີ, ກະຕິກນ້ຳຮ້ອນ, ໂມງ, ຊຸດຈອກ, ດອກໄມ້ຢາງປະດັບ ແລະອື່ນໆ…ອີກຫຼາຍລາຍການ…ຄິດເປັນມູນຄ່າທັງໝົດ 7.000.000 ກີບ ໂດຍການກ່າວມອບຂອງ ທ່ານ ພອນສະຫວັດ ໄຊຍະສານ ຫົວໜ້າສາຂາ ເສດຖະສາດການເມືອງ ນັກສຶກສາ ປະລິນຍາໂທ ຮຸ່ນທີ XVII ແລະກ່າວຮັບພ້ອມທັງມີຄຳເຫັນຂອງ ທ່ານ ປອ ອິນທະວົງ ໂຄດປັນຍາ ຫົວໜ້າຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ ວ່າ: ກ່ອນອື່ນສະແດງຄວາມຂອບໃຈຕໍ່ກັບນັກສຶກສາປະລິນຍາໂທ ຮຸ່ນທີ XVII ສາຂາ ເສດຖະສາດການເມືອງ ແລະສາຂາຄຸ້ມຄອງເສດຖະກິດ ທີ່ໃຫ້ການຊ່ວຍເຫຼືອດ້ານວັດຖຸອຸປະກອນ ທີ່ຮັບໃຊ້ສະເພາະໃນການປ້ອງກັນວິທະຍານິພົນ ປະລິນຍາໂທ ແລະຈະນຳໃຊ້ ພ້ອມທັງຄຸ້ມຄອງໃຫ້ໄດ້ຍາວນານຈົນສຳເລັດການປ້ອງກັນຂອງນັກສຶກສາ ປະລິນຍາໂທ ຮຸ່ນທີ XVII ແລະຮຸ່ນອື່ນໆ ເພື່ອໃຫ້ເປັນປະໂຫຍດຕໍ່ກັບວຽກງານຂອງຄະນະຕະຫຼອດຮອດວຽກລວມຂອງ ສມປຊ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ