ວັນທີ 10 ມີນາ 2023 ທ່ານ ນ. ມະລິ ສຸພັນທະວົງ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ແລະນັກສຶກສາຈໍານວນ 72 ທ່ານ ທັດສະນະສຶກສາ ຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ  ເປັນກຽດຕ້ອນຮັບຂອງທ່ານ ປທ ສິງໄຊ ວັນຄໍາ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະ.

         ທັງສອງໂຮງຮຽນດັ່ງກ່າວ, ເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະນຳການປົກຄອງແຂວງ ໃນການກໍ່ສ້າງ-ບໍາລຸງຍົກລະດັບທິດສະດີການເມືອງ ແລະ ການປົກຄອງ ໃຫ້ຖັນແຖວພະນັກງານຫຼັກແຫຼ່ງຂອງແຂວງ, ຂອງເມືອງ ເປັນອົງການວິຊາການ ເຊິ່ງມີຖານະທຽບເທົ່າກັບພະແນກການ-ອົງການຂັ້ນແຂວງ, ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ຈັດຕັ້ງປະຕິບັດຕາມຂໍ້ກໍານົດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະຂໍ້ກໍານົດສະບັບປັບປຸງໃໝ່ ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວດ້ານວິຊາການ.

         ໃນລະຫວ່າງການພົບປະ ຄະນະອຳນວຍການທັງສອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ໄດ້ພັດປ່ຽນຂື້ນລາຍງານສະພາບທີ່ຕັ້ງ ແລະຈຸດພິເສດ ຂອງວຽກງານການຮຽນ-ການສອນ, ການເປີດ-ປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ, ຂັ້ນກາງ, ວຽກງານພື້ນຖານໂຄງລ່າງ ແລະລະບຽບຄຸ້ມຄອງຂອງນັກສຶກສາ ເພື່ອເປັນບົດຮຽນຖອດຖອນປະສົບການ ໃນການຈັດຕັ້ງປະຕິບັດ ແລະເປັນບ່ອນອີງໃນການນຳພາ-ຊີ້ນຳວຽກງານດັ່ງກ່າວ. ພ້ອມນັ້ນ, ທັງສອງຝ່າຍ ຍັງໄດ້ສະເໜີແຜນການແລກປ່ຽນ, ທັດສະນະເຊິ່ງກັນ ແລະກັນ, ກົນໄກການຮ່ວມມືວຽກງານຕ່າງໆ ເພື່ອການສົ່ງເສີມຄວາມກ້າວໜ້າຂອງວຽກງານຂອງສອງໂຮງຮຽນ

         ການພົບປະແລກປ່ຽນ ໃນໂອກາດທີ່ໄດ້ທັດສະນະສຶກສາຄັ້ງນີ້ຂອງສອງຝ່າຍ ໄດ້ຕີລາຄາສູງຕໍ່ການແລກປ່ຽນບົດຮຽນນໍາກັນ ໂດຍສະເພາະແນໃສ່ເພື່ອເປັນການຍົກສູງພາລະບົດບາດ, ຂອງການກໍ່ສ້າງ-ບຳລຸງຍົກລະດັບ ພະນັກງານ, ສະມາຊິກພັກ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ທັງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມສ້າງສາຍພົວພັນຂອງ ທັງສອງໂຮງຮຽນດ້ວຍກັນ ທີ່ເປັນມູນເຊື້ອ ແລະຄວາມສາມັກຄີ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

ຂ່າວ/ພາບ: ປທ ນ. ມະນີລາ ແກ້ວລະກຳ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາ
ບັນນາທິການ: ປທ ບຸນປັນ ສຸມຸນທອງ