ໄລຍະຜ່ານມາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກໍ່ໄດ້ຈັດເຝິກອົບຮົມໄລຍະສັ້ນໄລຍະ 3 ວັນ (1-3 ມີນາ 2023) ມາແລ້ວ, ເຊິ່ງເປັນໂຄງການໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ທີ່ເຮັດໃຫ້ພະນັກງານ, ຄູ-ອາຈານ  ສມປຊ ໄດ້ເປີດກວ້າງ, ຖອດຖອນເອົາບົດຮຽນຈາກປະເທດອົດສະຕາລີ ໂດຍສະເພາະແມ່ນພາວະຄວາມເປັນຜູ້ນໍາມາໝູນໃຊ້ເຂົ້າໃນວຽກງານຕົວຈິງຂອງແຕ່ລະທ່ານ ກໍຄືການນໍາພາ-ຊີ້ນໍາ ໃນແຕ່ລະພະແນກ ພາຍໃນ ສມປຊ

         ສະນັ້ນ, ໃນວັນທີ 9 ມີນາ 2023 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຮັບການສະໜັບສະໝູນຈາກສະຖານທູດອົດສະຕາລີປະຈໍາລາວ ແລະ ສະຖາບັນລາວອົດສະຕາລີ ເປີດກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້ ພາວະຄວາມເປັນຜູ້ນຳ ເຊິ່ງໃຫ້ກຽດເປັນປະທານໂດຍ: ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ ແລະ ທ່ານ ທ່ານ ນ. ອາລີດສະເບັດ ອາດເລີ ເລຂາທູດສອງ, ສະຖານທູດອົດສະຕາລີ ປະຈໍາລາວ, ທ່ານ ນ. ເອມມີລີ ຊາຣ່ອງ ຫົວໜ້າສະຖາບັນລາວອົດສະຕາລີ, ເຂົ້າຮ່ວມມີຕາງໜ້າຈາກກົມ, ຄະນະຕ່າງໆ, ສູນຕ່າງໆ.

         ກອງປະຊຸມສໍາມະນາພາວະຄວາມເປັນຜູ້ນໍາ ເປັນຫົວຂໍ້ໜຶ່ງທີ່ມີຄວາມສຳຄັນ ແລະຍັງເປັນການທົບທວນຄືນບາງເນື້ອໃນ ທີ່ໄດ້ຮັບການເຝິກອົບຮົມຜ່ານມານັ້ນ ເພື່ອໃຫ້ສໍາມະນາກອນ ມີຄວາມຮັບຮູ້ເຂົ້າໃຈເລິກເຊິ່ງຍິ່ງຂຶ້ນ ຄງງຄູ່ກັບການຍົກສູງຄວາມສາມາດໃນການນໍາພາ ຂອງພະນັກງານຂັ້ນພະແນກ ໃຫ້ມີປະສິດທິພາບ ແລະປະສິດທິຜົນສູງຂຶ້ນກວ່າເກົ່າ. ໃນການເຝິກອົບຮົມຄັ້ງນີ້ ສໍາມະນາກອນຈະໄດ້ທົບທວນຄືນບາງເນື້ອໃນ ຈາກອາຈານ ທ່ານ ດຣ ເນວສັນ ຊາລັງຊັງ ແລະທ່ານ ດຣ ນ. ດານີກາ ຮູບເປີຊ່ຽວຊານຈາກມະຫາວິທະຍາໄລເຕັກໂນໂລຊີກຣິນແລນ ຫຼື ເອີ້ນວ່າ QUT (Queens Land University of Technoloy).

         ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບການສະໜັບສະໜູນຂອງສະຖານທູດອົດສະຕາລີປະຈໍາລາວ ແລະ ສະຖາບັນລາວອົດສະຕາລີ ທີ່ເຮັດໃຫ້ກອງປະຊຸມສໍາມະນາພາວະຄວາມເປັນຜູ້ນໍາ ມີຜົນສຳເລັດອັນຈົບງາມ ແລະທ່ານໄດ້ເນັ້ນກ່າວຕື່ມວ່າ:

         – ໃຫ້ບັນດາທ່ານ ສືບຕໍ່ຈັດຕັ້ງຜັນຂະຫຍາຍ ບົດຮຽນຄວາມຮູ້ປະສົບການຕ່າງໆທີ່ໄດ້ຮຽນຮູ້ ໄປນໍາໃຊ້ໃນວຽກງານຕົວຈິງຂອງແຕ່ລະພະແນກ ເພື່ອເຮັດໃຫ້ແຕ່ລະພະແນກ ມີບາດກ້າວອັນໃໝ່, ມີການຫັນປ່ຽນອັນໃໝ່ເກີດຂຶ້ນ.

         – ໃຫ້ບັນດາທ່ານ ສືບຕໍ່ຍຶດຖືເອົາ 11 ຄວາມມຸ້ງໝັ້ນ ທີ່ບັນດາທ່ານໄດ້ຮ່ວມກັນໃຫ້ຄໍາໝັ້ນສັນຍານັ້ນໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນດີແທ້ໆ

         – ຄືບັນດາທ່ານຮັບຮູ້ພາວະຜູ້ນໍາ ບໍ່ໄດ້ກ່ຽວກັບຕໍາແໜ່ງ ແຕ່ມັນກ່ຽວກັບທັດສະນະຄະຕິ ຂອງທ່ານ ແລະ ປຽບເໝືອນການເດີນທາງທີ່ບໍ່ມີວັນສິ້ນສຸດ, ສະນັ້ນ ຂໍໃຫ້ແຕ່ລະທ່ານເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຄວາມເປັນຜູ້ນໍາຂອງຕົນໃຫ້ສະໝ່ຳສະເໝີ ແລະຖ່າຍທອດໄປສູ່ບັນດາສະມາຊິກໃນພະແນກຂອງທ່ານຕື່ມອີກ, ເຮັດແນວໃດ ເພື່ອໃຫ້ບົດຮຽນ ແລະປະສົບການຕ່າງໆທີ່ໄດ້ຮຽນຮູ້ໃນຄັ້ງນີ້ ໃຫ້ໄດ້ນໍາໃຊ້ຕົວຈິງ ແລະມີຄວາມຍືນຍົງຕໍ່ໆໄປ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ສີວັນໄຊ ດວງບຸດດີ, ສຸກສະຫວັດ ເພັດພູທອງ
ບັນນາທິການ: ປທ ບຸນປັນ ສຸມນທອງ