ການຈັດຕັ້ງປະຕິບັດການເຄື່ອນໄຫວລົງກໍ່ສ້າງຮາກຖານການເມືອງ ຂອງນັກສຶກສາ ລະບົບປະລິນຍາໂທ ຮຸ່ນທີ XVIII ດໍາເນີນໄປໃນທ່າມກາງບັນຍາກາດທີ່ ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະທົ່ວປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນກັນປະຕິບັດຄາດໝາຍສູ້ຊົນໄລຍະກາງສະໄໝ ຂອງກອງປະຊຸມໃຫຍ່ ຄັ້ງທີ XIຂອງພັກປະຊາຊົນປະຕິວັດລາວ ແລະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX; ສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆ ຂອງຊາດ ຢ່າງເປັນຂະບວນຟົດຟື້ນ ເວົ້າລວມ, ເວົ້າສະເພາະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກໍ່ຢູ່ໃນໄລຍະການສະຫຼຸບຕີລາຄາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ Vຂອງອົງຄະນະພັກ ສມປຊ ກາງສະໄໝ.

         ສະນັ້ນ, ໃນວັນທີ 9 ມີນາ 2023 ເວລາ 13:00 ໂມງ ໄດ້ສະຫຼຸບການຈັດຕັ້ງປະຕິບັດການເຄື່ອນໄຫວລົງກໍ່ສ້າງຮາກຖານການເມືອງໆສັງທອງ ນະຄອນຫຼວງວຽງຈັນ ເພື່ອທີ່ຈະຍົກໃຫ້ເຫັນຜົນງານການເຄື່ອນໄຫວຂອງຄະນະນຳພາ-ຊີ້ນຳຕະຫຼອດຮອດພາາກສ່ວນທີ່ກ່ຽວຂ້ອງໃນການລົງກໍ່ສ້າງຮາກຖານການເມືອງ. ໃນພິທີໃຫ້ກຽດເປັນປະທານໂດຍ: ທ່ານ ປອດາວສະຫວັນ ເຄືອມີໄຊ ຄະນະບໍລິຫານງານພັກ, ຮອງຫົວໜ້າສມປຊ, ມີຕາງໜ້າຂອງເມືອງສັງທອງໂດຍແມ່ນ:  ທ່ານ ຄຳສວຍ ອຸ່ນດາລາ ຮອງເລຂາພັກເມືອງ, ປະທານກວດກາ, ຮອງເຈົ້າເມືຶອງໆສັງທອງພ້ອມດ້ວຍຄະນະບ້ານທັງ 14 ບ້ານ ແລະພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ.

         ທ່ານ ປທ ສີຈັນ ສູນດາລາ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນໄດ້ຜ່ານບົດສະຫຼຸບຂອງການຈັດຕັ້ງປະຕິບັດລົງກໍ່ສ້າງຮາກຖານຕະຫຼອດໄລຍະ 20 ວັນວ່າ: ແຕ່ລະຄະນະ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ ໂດຍສະເພາະ ແມ່ນປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ ຂອງຄໍາສັ່ງ ຂອງນາຍົກລັດຖະມົນຕີ, ສະບັບເລກທີ 34/ນຍ, ລົງວັນທີ 23/8/2016 ວ່າດ້ວຍທິດທາງ, ເປົ້າໝາຍ ແລະມາດຕະການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ໂດຍສຸມໃສ່ປະຕິບັດວຽກງານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ ແລະວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະວຽກງານທີ່ປິ່ນອ້ອມຢ່າງເປັນຂະບວນຟົດຟື້ນ ແລະຍາດໄດ້ຜົນສໍາເລັດທີ່ໜ້າເພິ່ງພໍໃຈເປັນຕົ້ນ:

         – ວຽກງານດ້ານການເມືອງ-ແນວຄິດ:  ໄດ້ເອົາການສຶກສາອົບຮົມການເມືອງ-ແນວຄິດ ເປັນກົກ ເພື່ອຮັບປະກັນຄວາມເປັນເອກະພາບ ແລະຄວາມສາມັກຄີເປັນປຶກແຜ່ນ, ປະຊາຊົນພາຍໃນບ້ານມີແນວຄິດອຸ່ນອ່ຽນທຸນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເຄົາລົບລະບຽບ, ກົດໝາຍຂອງລັດ ຢ່າງເຂັ້ມງວດ. ພ້ອມກັນນັ້ນ, ອົງການປົກຄອງບ້ານ ກໍ່ໄດ້ສົມທົບກັບຄະນະນັກສຶກສາ ແລະຄູ-ອາຈານ ໄດ້ຈັດຕັ້ງເຊື່ອມຊຶມການເຜີຍແຜ່ບັນດານິຕິກໍາ ແລະເອກະສານມູນເຊື້ອວັນສໍາຄັນຕ່າງໆ ເປັນຕົ້ນແມ່ນ: ເອກະສານສໍາຄັນ ຂອງພັກ-ລັດ, ລະບຽບ, ກົດໝາຍຂອງລັດ, ແຈ້ງການ ແລະຂໍ້ກຳນົດຕ່າງໆ ຂອງເມືອງ ແລະບ້ານ ດ້ວຍຮູບການປະກາດທາງໂທລະໂຄງ, ຈັດພິທີປາຖະກະຖາ ແລະຈັດຕັ້ງນຳພາຂະບວນການຕົວຈິງ ຢູ່ພາຍໃນບ້ານໄດ້ທັງໝົດ 104 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 3.598 ເທື່ອຄົນ, ຍິງ 1.754 ເທື່ອຄົນ.

         – ວຽກງານດ້ານການປົກຄອງ: ຄະນະທີມງານນັກສຶກສາ ໄດ້ຊອກວິທີແນະນໍາ ແລະລົງຊຸກຍູ້ຊ່ວຍປັບປຸງອົງການປົກຄອງບ້ານໃຫ້ເປັນລະບົບຄົບຊຸດ ເປັນຕົ້ນແມ່ນ ໂຄງຮ່າງການຈັດຕັ້ງ, ປັບປຸງ 5 ໜ່ວຍງານ ແລະແຕ່ລະໜ່ວຍ ຂອງບ້ານ ໄດ້ທັງໝົດ 14 ບ້ານ ນອກຈາກນີ້, ກໍ່ໄດ້ແນະນໍາແບບແຜນວິທີການເຮັດວຽກໃຫ້ແກ່ຄະນະພັກບ້ານ-ນາຍບ້ານ ແລະອົງການຈັດຕັ້ງ ຂອງບ້ານ ໃຫ້ຖືກຕ້ອງຕາມລະບຽບຫຼັກການຂອງພັກ ແລະກົດໝາຍຂອງລັດ.

         – ວຽກງານເສດຖະກິດ: ຄະນະນັກສຶກສາ ໄດ້ສົມທົບກັບອົງການປົກຄອງບ້ານ ລົງເຄື່ອນໄຫວເກັບກໍາສະພາບການດໍາລົງຊີວິດ ຂອງປະຊາຊົນພາຍໃນບ້ານ, ລົງເກັບກໍາແຮງງານ ຢູ່ພາຍໃນ ແລະໄປອອກແຮງງານ ຢູ່ຕ່າງປະເທດ, ເກັບກໍາຂໍ້ມູນບັນດາໂຮງຈັກ, ໂຮງງານ, ຟາມລ້ຽງສັດ, ຮ້ານອາຫານ, ຮ້ານບັນເທີງ, ພາຫະນະ, ການປະກອບອາຊີບ ຂອງປະຊາຊົນພາຍໃນບ້ານ ເຊັ່ນ: ອາຊີບປູກຟັງ-ລ້ຽງສັດ, ຄອບຄົວຫັດຖະກໍາ, ອາຊີບຄ້າຂາຍ, ການເກັບລາຍຮັບເຂົ້າບ້ານ ແລະກອງທຶນອື່ນໆ ໄດ້ທັງໝົດ 14 ບ້ານ, ມີຜູ້ເຂົ້າຮ່ວມ 220 ເທື່ອຄົນ ແລະໄດ້ຊ່ວຍເຫຼືອພໍ່ແມ່ປະຊາຊົນ ປຸ່ທາງເຂົ້າບ້ານ, ປຸກສ້າງ ແລະສ້ອມແປງເຮືອນ, ຄອກລ້ຽງສັດ, ເຮັດສວນ ແລະອື່ນໆ ໄດ້ທັງໝົດ 57 ຄັ້ງ, ມີຜູ້ເຂົ້າຮ່ວມ 507 ເທື່ອຄົນ, ຍິງ138 ເທື່ອຄົນ.

         – ວຽກງານວັດທະນະທຳ-ສັງຄົມ: ຄະນະທີມງານນັກສຶກສາ ໄດ້ສົມທົບກັບ ຄະນະພັກ, ອຳນາດການປົກຄອງບ້ານ, ແນວໂຮມ ແລະບັນດາອົງການຈັດຕັ້ງມະຫາຊົນ ນຳພາປຸກລະດົມຂະບວນການມະຫາຊົນ ປະຕິບັດວຽກງານດັ່ງກ່າວຢ່າງເປັນເຈົ້າການ, ເຄື່ອນໄຫວຊຸກຍູ້ຂະບວນການ ເຕົ້າໂຮມຄວາມສາມັກຄີບັນດາຊັ້ນຄົນ, ຊົນເຜົ່າ ແລະສາສະໜາ ຢູ່ພາຍໃນບ້ານ, ສ້າງຄວາມຮັບຮູ້ທີ່ເປັນເອກະພາບຕໍ່ແນວທາງນະໂຍບາຍ ຂອງພັກ ໃນແຕ່ລະໄລຍະ, ສ້າງກ້ອນກຳລັງແຫ່ງຄວາມສາມັກຄີພາຍໃນບ້ານຢ່າງເປັນປຶກແຜ່ນ. ໄດ້ສົມທົບເຫື່ອແຮງ ແລະວັດຖຸປັດໄຈຈໍານວນໜຶ່ງ ເພື່ອບູລະນະສ້າງວັດວາອາຣາມ ແລະຊ່ວຍວຽກທາງສາສະໜາ ເຊັ່ນ: ຊ່ວຍວຽກງານບຸນປະເພນີ ຂອງບ້ານ, ງານຊາປະນະກິດສົບເຮືອນປະຊາຊົນ, ປຸກສາລາ, ສ້ອມແປງວັດວາອາຣາມ, ທາສີພຣະທາດ, ປະຕູໂຂງ, ຮົ້ວກຳແພງ ແລະຊ່ວຍປັບພື້ນເປຕົງທາງເຂົ້າວັດ ແລະອື່ນໆ ໄດ້ທັງໝົດ 57 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 1.283 ເທື່ອຄົນ, ຍິງ 619 ເທື່ອຄົນ


         – ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ໄດ້ລົງເຄື່ອນໄຫວຊ່ວຍຕິດຕາມ-ກວດກາ ເວນຍາມ, ເກັບກໍາສະພາບປະກົດການຫຍໍ້ທໍ້ຕ່າງໆ ພາຍໃນບ້ານ, ເຂົ້າຮ່ວມປ້ອງກັນເວນຍາມ, ຕິດຕາມສະພາບຂີ້ລັກງັດແງະ, ເຂົ້າຮ່ວມຮັບຟັງການໄກ່ເກ່ຍປະກົດການຫຍໍ້ທໍ້ພາຍໃນບ້ານ, ສົມທົບກັບອົງການປົກຄອງບ້ານ ຊ່ວຍປຸກລະດົມພໍ່ແມ່ປະຊາຊົນ ປະກອບສ່ວນເສຍເງິນບໍາລຸງ ເຂົ້າໃນວຽກງານ ປກສ-ປກຊ ໄດ້ທັງໝົດ 63 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 1.559 ເທື່ອຄົນ, ຍິງ 496 ເທື່ອຄົນ.

         ນອກນັ້ນ, ທ່ານ ປທ ສີຈັນ ສູນດາລາ ຍັງໄດ້ໃຫ້ຮູ້ວ່າ: ຄະນະຮັບຜິດຊອບໄດ້ຜ່ານການຕິດຕາມ-ກວດກາໃນໄລຍະ 20 ວັນ ແລະປະເມີນຜົນການຈັດຕັ້ງປະຕິບັດການລົງກໍ່ສ້າງຮາກຖານການເມືອງ ຂອງນັກສຶກສາ ໂດຍລວມແລ້ວເຫັນໄດ້ວ່າດີຫຼາຍ ເຊິ່ງສະແດງອອກດັ່ງນີ້:

ລ/ດເນື້ອໃນການປະເມີນປະເພດຄະແນນ ສະເລ່ຍສູງສຸດ
1ການລົງນຳພາ-ຊີ້ນຳ, ຕິດຕາມ, ຊຸກຍູ້ ຂອງຄະນະຮັບຜິດຊອບ ສະຖາບັນ ການເມືອງ ແລະ ການປົກຄອງແຫ່ງຊາດ.ດີຫຼາຍ52,5%
2ການລົງນໍາພາ-ຊີ້ນໍາ, ຕິດຕາມ ຊຸກຍູ້ ຂອງຄະນະຮັບຜິດຊອບເມືອງດີ39%
3ກົນໄກປະສານງານ ລະຫວ່າງ ຄະນະຮັບຜິດຊອບ ເມືອງສັງທອງ ແລະສມປຊດີ47%
4ກົນໄກປະສານງານ ລະຫວ່າງ ຄະນະບ້ານ, ອາຈານຊີ້ນໍາ ແລະນັກສຶກສາດີຫຼາຍ55,6%
5ການເຄື່ອນໄຫວເຮັດວຽກງານຮ່ວມກັນ ລະຫວ່າງ ຄູ-ອາຈານ ແລະນັກສຶກສາດີຫຼາຍ55%
6ການເຄື່ອນໄຫວເຮັດວຽກງານຕ່າງໆ ຂອງນັກສຶກສາ.ດີຫຼາຍ67%
7ການເຄື່ອນໄຫວກິດຈະກໍາຕ່າງໆ ຂອງນັກສຶກສາດີຫຼາຍ65,7%
8ການລົງກໍ່ສ້າງຮາກຖານການເມືອງ ຂອງນັກສຶກສາຄັ້ງນີ້ ໄດ້ມີການພັດທະນາດີຫຼາຍ67%
9ອົງການປົກຄອງ ຂັ້ນບ້ານ ໄດ້ມີການພັດທະນາດີຫຼາຍ55%
10ປະຊາຊົນພາຍໃນບ້ານມີຄວາມຮັບຮູ້, ເຂົ້າໃຈແລະໃຫ້ຄວາມສໍາຄັນຕໍ່ການລົງເຄື່ອນໄຫວ ກໍ່ສ້າງຮາກຖານ ຂອງນັກສຶກສາ ໃນຄັ້ງນີ້ດີ49%
11ຜົນການໄດ້ຮັບໃນການເຄື່ອນໄຫວລົງກໍ່ສ້າງຮາກຖານການເມືອງໃນຄັ້ງນີ້ດີຫຼາຍ58%

         ຜົນສຳເລັດທີ່ຍາດມາໄດ້ນັ້ນ, ທ່ານ ປອ ດາວສະຫວັນ ເຄືອມີໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ພ້ອມທັງໄດ້ຕາງໜ້າ ໃຫ້ ສມປຊ ກ່າວມອບໃບຍ້ອງຍໍໃຫ້ຄະນະພັກເມືອງ, ໜ່ວຍງານຕ່າງໆຂອງເມືອງສັງທອງ ຕະຫຼອດຮອດຄະນະບ້ານ 14 ບ້ານ ທີ່ໃຫ້ການຊຸກຍູ້, ຊ່ວຍເຫຼືອໃນການລົງກໍ່ສ້າງຮາກຖານການເມືອງຄັ້ງນີ້ມີຜົນສຳເລັດອັນຈົບງາມ. ພ້ອມທັງກັນນັ້ນ, ປະທານກອງປະຊຸມໄດ້ໂອ້ລົມ ແລະໄດ້ເນັ້ນທິດທາງຕໍ່ໜ້າວ່າ:

         – ຕໍ່ກັບຄູ-ອາຈານທີ່ລົງໄປຕິດຕາມ, ດ້ານໜຶ່ງແມ່ນເວົ້າວ່າໄປນໍາພາ, ຕິດຕາມການລົງຮາກຖານຂອງນັກສຶກສາ, ແຕ່ດ້ານເລິກໆແມ່ນພວກເຮົາຢາກໃຫ້ພວກສະຫາຍລົງເບິ່ງພຶດຕິກໍາຕົວຈິງຂອງບ້ານ, ຂອງຮາກຖານ, ຂອງຊົນນະບົດປະເທດພວກເຮົາ. ເພື່ອຈະເປັນການເປີດກວ້າງຈິນຕະນາການຄິດຫງຳ, ຊອກຫາວິທີການຊ່ວຍພັກ-ລັດໃນການພັດທະນາຊົນນະບົດ, ສ້າງຊົນນະບົດໃໝ່; ເພື່ອໃຫ້ບັນດາສະຫາຍນຳເອົາບົດຮຽນທີ່ໄດ້ໃນຄັ້ງນີ້ເຂົ້າໃນການປັບປຸງເນື້ອໃນການສອນ, ໃຫ້ມີທັງທິດສະດີມີທັງພຶດຕິກໍາ…

         – ຕໍ່ກັບນັກສຶກສາ ພວກສະຫາຍຕ້ອງຄິດຫງໍາວ່າຜ່ານການລົງຮາກຖານຄັ້ງນີ້ພວກສະຫາຍໄດ້ຫຍັງ, ມີຜົນປະໂຫຍດແນວໃດ, ຮັບຮູ້ຮາກຖານຄືແນວໃດ? ມີອັນໃດທີ່ເປັນບົດຮຽນແກ່ພວກສະຫາຍ? ທີ່ຈະນໍາໄປໝູນໃຊ້ຢູ່ກົມກອງທ້ອງຖິ່ນຕົນ

         – ຕໍ່ກັບອໍານາດການປົກຄອງເມືອງໃຫ້ສືບຕໍ່ຄົ້ນຄວ້າ ແລະສືບຕໍ່ຊີ້ນໍາບ້ານ ເພື່ອສືບຕໍ່ຜັນຂະຫຍາຍວຽກທີ່ຕ້ອງໄດ້ຮ່ວມກັນວາງແຜນຜັນຂະຫຍາຍ.

         ຂ້າພະເຈົ້າ, ຕາງໜ້າໃຫ້ແກ່ຄະນະພັກ, ຄະນະອຳນວຍການຂໍສະແດງຄວາມຂອງອົກຂອບໃຈຢ່າງສູງມາຍັງຄະນະພັກ, ຄະນະປະຈຳພັກນະຄອນຫຼວງ, ຄະນະພັກ, ອໍານາດການປົກຄອງເມືອງສັງທອງ ຕະຫຼອດຮອດອຳນາດການປົກຄອງກຸ່ມບ້ານແລະບ້ານຈໍານວນ 14 ບ້ານທີ່ໄດ້ໃຫ້ການອູ້ມຊູຊ່ວຍເຫຼືອສ້າງເງື່ອນໄຂທຸກດ້ານຈົນເຮັດໃຫ້ບັ້ນລົງຮາກຖານໃນຄັ້ງນີ້ມີຜົນສໍາເລັດເປັນຢ່າງສູງ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ