ໃນກາງເດືອນ ກຸມພາ 2023 ນີ້ ທີ່ຫ້ອງປະຊຸມ ຕຶກຫ້ອງການ ແລະຫ້ອງປະຊຸມ ຕຶກສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ, ຄະນະບໍລິຫານງານພັກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຕັ້ງທາບທາມເອົາຄະນະໜ່ວຍພັກຮາກຖານໃໜ່ 2 ຄະນະປະກອບມີ: ຄະນະໜ່ວຍພັກຮາກຖານຫ້ອງການ; ຄະນະໜ່ວຍພັກຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ແລະສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ເຊິ່ງທາງຄະນະບໍລິຫານງານພັກ ສມປຊ ໄດ້ເປີດກອງປະຊຸມທາບທາມ ຊຶ່ງຜ່ານການທາບທາມໃນຄະນະໜ່ວຍພັກດັ່ງກ່າວ ແລະຜ່ານການຕົກລົງເຫັນດີໃນຄະນະບໍລິຫານງານພັກ ສມປຊ ຕົກລົງເຫັນດີດັ່ງລຸ່ມນີ້:

ໜ່ວຍພັກຮາກຖານຫ້ອງການ
  1. ຄະນະໜ່ວຍພັກຮາກຖານຫ້ອງການ ປະກອບມີ 3  ສະຫາຍ:
  2. ສະຫາຍ ປທ ຄົມວິກິດ ສິມມະລີວົງ ເປັນເລຂາໜ່ວຍພັກ.
  3. ສະຫາຍ ປທ ບຸນໜາ ສີຫາລາດ ເປັນຮອງເລຂາໜ່ວຍພັກ, ທັງເຮັດວຽກກວດກາ.
  4. ສະຫາຍ ປທ ສົນທະຍາ ເທບນຸຮັກ ເປັນກໍາມະການພັກ.
  5. ຄະນະໜ່ວຍພັກຮາກຖານສູນຂໍ້ມູນຂ່າສານການເມືອງ ແລະ ການປົກຄອງ ແລະ ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ປະກອບມີ 3 ສະຫາຍ:
  6. ສະຫາຍ ປອ ນາງ ລໍາພູນ ດວນສຸວັນ ເປັນເລຂາໜ່ວຍພັກ.
  7. ສະຫາຍ ປທ ນາງ ວະໄລລັກ ອະໄພ ເປັນຮອງເລຂາໜ່ວຍພັກ, ທັງເຮັດວຽກກວດກາ.
  8. ສະຫາຍ ປອ ເດັງຢ່າງ ກົງຈີ ເປັນກໍາມະການພັກ.
ໜ່ວຍພັກຮາກຖານສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ແລະສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ