ຫຼັງຈາກເປີດພິທີບັ້ນລົງກໍ່ສ້າງຮາກຖານການເມືອງຂອງນັກຄົ້ນຄວ້າປະລິນຍາໂທຮຸ່ນທີ XVIII ໃນວັນທີ 1 ກຸມພາ 2023 ນັກຄົ້ນຄວ້າຮຸ່ນດັ່ງກ່າວໄດ້ເຄື່ອນໄຫວວຽກງານລົງກໍ່ສ້າງຮາກຖານໃນ 14 ກຸ່ມບ້ານໃນໄລຍະເວລາທັງໝົດ 20 ວັນ (1 ກຸມພາ 2023-20 ກຸມພາ 2023), ຊຶ່ງຫາກໍ່ໄດ້ 10 ວັນ ເຫັນວ່ານັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XVIII ໄດ້ວາງແຜນການເຄື່ອນໄຫວປະສານສົມທົບກັບຄະນະບ້ານລົງສູ່ບ້ານຮາກຖານທີ່ຕົນຮັບຜິດຊອບ, ປະສານສົມທົບກັບຄະນະບ້ານເພື່ອສ້າງແຜນການເຄື່ອນໄຫວປະຈໍາອາທິດຕາມ 4 ເນື້ອໃນ 4 ຄາດໝາຍ ກໍ່ຄື 4 ກຸ່ມວຽກໃຫຍ່ຄື: ວຽກງານການເມືອງ, ວຽກງານ ປກສ-ປກຊ, ວຽກງານເສດຖະກິດ, ວຽກງານວັດທະນະທຳ-ສັງຄົມ ແລະແຜນລວມຂອງສະຖາບັນ, ຈາກນັ້ນກໍ່ໄດ້ຫັນເປັນແຜນວຽກລະອຽດ ໃນການຈັດຕັ້ງປະຕິບັດເປັນລາຍວັນ ແລະເປັນລາຍອາທິດຊຶ່ງມີດັ່ງນີ້: ໄດ້ຜ່ານການປະຊຸມຮ່ວມກັບຄະນະ, ອຳນາດການປົກຄອງຂອງບ້ານ ແຈ້ງຈຸດປະສົງໃຫ້ການຈັດຕັ້ງຂອງບ້ານໄດ້ຮັບຊາບ ແລະຮັບຟັງການລາຍງານສະພາບການລວມຂອງບ້ານໃນການຈັດຕັ້ງ ແລະການເຄື່ອນໄຫວບັນດາໜ້າວຽກໃນໄລຍະທີ່ຜ່ານມາ ແລະໄດ້ປຶກສາຫາລືຮ່ວມກັບນັກສຶກສາທີ່ລົງກໍ່ສ້າງຮາກຖານ ໃນການເຮັດວຽກຮ່ວມກັບຄະນະບ້ານ ໃນຮ່າງສະຖິຕິໃຫ້ບັນດາໜ່ວຍງານຂອງບ້ານເພື່ອເກັບກຳສັງລວມສະຖິຕິໃນແຕ່ລະກຸ່ມວຽກ ພ້ອມທັງໄດ້ມີການໂຄສະນາເຜີຍແຜ່ເຊື່ອມຊືມນິຕິກຳຕ່າງໆ ຂອງຂັ້ນເທິງ, ປຸກ ລະດົມຊຸກຍູ້ໃຫ້ປະຊາຊົນພັດທະນາຄອບຄົວໃຫ້ຮັ່ງມີເຂັ້ມແຂງ, ໃຫ້ມີສ່ວນຮ່ວມໃນການປະກອບພັນທະຕໍ່ພັກ-ລັດ ແລະສ້າງຂະບວນການອອກແຮງງານອານາໄມລວມຢ່າງເປັນປົກກະຕິ.

         ສະຫຼຸບລວມແລ້ວ ຜ່ານໄລຍະເວລາ 10 ວັນ ເຫັນໄດ້ວ່າ: ນັກຄົ້ນຄວ້າ ປະລິຍາໂທ ຮຸ່ນທີ XVIII ໄດ້ມີຜົນສຳເລັດຫຼາຍດ້ານໃນການລົງກໍ່ສ້າງຮາກຖານການເມືອງໆ ສັງທອງ ນະຄອນຫຼວງວຽງຈັນ, ສາມາດຕອບສະໜອງວຽກງານການເມືອງໃຫ້ຄະນະບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະສອດຄ່ອງກັບ 4 ເນື້ອໃນ 4 ຄາດໝາຍ ຂອງພັກວາງອອກຢ່າງເຂັ້ມງວດເຮັດໃຫ້ປະຊາຊົນມີຄວາມຕື່ນຕົວເຂົ້າຮ່ວມປະຕິ ບັດແນວທາງຂອງພັກ-ລັດ, ແນວທາງການນຳພາຂອງຄະນະພັກບ້ານ, ເປັນເຈົ້າການທໍາການຜະລິດພັດທະນາເສດຖະກິດຄອບຄົວຕົນເອງຕາມທ່າແຮງຄວາມສາມາດແຕ່ລະຄອບຄົວ. ຊຶ່ງຜົນສຳເລັດໃນ 10 ວັນດັ່ງກ່າວ, ຍ້ອນໄດ້ຮັບການຕິດຕາມ, ກວດກາ ແລະຊຸກຍູ້ຂອງ ຄະນະອຳນວຍການ ສມປຊ ຕະຫຼອດຮອດພາກສ່ວນຕ່າງໆທີ່ກ່ຽວຂ້ອງ.

ປະມວນຮູບພາບການເຄື່ອນໄຫວຂອງ ນັກຄົ້ນຄວ້າ ປະລິນຍາໂທ ຮຸ່ນທີ XVIII

ບ້ານ ຫີນລັບ

ບ້ານ ອ່າງນ້ອຍ

ບ້ານ ສະນອດ

ບ້ານ ຄົກເພີງ

ບ້ານ ນາຫອຍ

ບ້ານ ສຳພັນນາ

ບ້ານ ປາກຕອນ

ບ້ານ ເພຍລາດ

ບ້ານ ທ່ານາຂາມ

ບ້ານ ໂຄກແຫ້

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນັກຄົ້ນຄວ້າ ປະລິນຍາໂທ ຮຸ່ນທີ XVIII
ບັນນາທິການ: ປທ ບຸນປັນ ສຸມຸນທອງ