ພິທີເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ 3 ເດືອນ ຮຸ່ນທີ I ແລະ ຊຸດຮຽນທິດສະດີການເມືອງຂັ້ນກາງ 6 ເດືອນຮຸ່ນທີ Iຂອງໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 10 ກຸມພາ 2023 ໃຫ້ກຽດເປັນປະທານໂດຍ: ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄໍາ ຄະນະບໍລິຫານງານພັກ ສມປຊ, ຮອງຫົວໜ້າ ສມປຊ, ມີ ທ່ານ ພູເຂົາ ສີຫາວົງ ເລຂາຄະນະພັກຮາກຖານ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງສະຫວັນນະເຂດ, ມີຕາງໜ້າພະແນກການພາຍໃນແຂວງ, ພະນັກງານ, ຄູ-ອາຈານ ເຂົ້າຮ່ວມຢ່າງພ້ອມພຽງ.

         ທ່ານ ພູເຂົາ ສີຫາວົງ ໄດ້ຜ່ານແຜນການຮຽນ-ການສອນວ່າ: ຊຸດຮຽນທິດສະດີການເມືອງຂັ້ນຕົ້ນ  3 ເດືອນ ຮຸ່ນທີ Iມີຜູ້ເຂົ້າຮຽນຈຳນວນ 52 ທ່ານ, ຍິງ 14 ທ່ານ ປະກອບມີ 7 ກຸ່ມວິຊາຮຽນ ແລະ ມີ 1 ບົດລາຍງານຈົບຂັ້ນ ມີບົດສອນ 55 ບົດ ລວມ 420 ຊົ່ວໂມງ, ເທົ່າກັບ 13 ໜ່ວຍກິດ ໃນນັ້ນ ມີວິຊາຮຽນຄື: ກຸ່ມວິຊາປັດຊະຍາມາກ-ເລນິນ 7 ບົດ, ລວມ 62 ຊົ່ວໂມງ, ວິຊາເສດຖະສາດການເມືອງມາກ-ເລນິນ 9 ບົດ ລວມ 87 ຊົ່ວໂມງ, ວິຊາລັດທິສັງຄົມນິຍົມວິທະຍາສາດ 12 ບົດ, ລວມ 74 ຊົ່ວໂມງ, ແນວຄິດໄກສອນ ພົມວິຫານ 5 ບົດ, ລວມ 32 ຊົ່ວໂມງ, ກຸ່ມວິຊາພື້ນຖານການຄຸ້ມຄອງບໍລິຫານລັດ 7 ບົດ, ລວມ 63 ຊົ່ວໂມງ, ກຸ່ມວິຊາປະຫວັດສາດພັກ ແລະກໍ່ສ້າງພັກ 10 ບົດລວມ 70 ຊົ່ວໂມງ, ກຸ່ມວິຊາຫົວຂໍ້ລາຍງານເພີ່ມ 5 ບົດ ລວມ 20 ຊົ່ວໂມງ, ຂຽນບົດປະເມີນຄວາມຮັບຮູ້ຈົບຂັ້ນ (ຜູ້ລະ10-15 ໜ້າ) ຜ່ານບົດຈົບຂັ້ນລວມ 32 ຊົ່ວໂມງ ແລະຊຸດຮຽນທິດສະດີການເມືອງຂັ້ນກາງ 6 ເດືອນ ຮຸ່ນທີ I ມີຜູ້ເຂົ້າຮຽນຈຳນວນ 47 ທ່ານ, ຍິງ 9 ທ່ານ. ມີ 7 ກຸ່ມວິຊາຮຽນ ແລະມີ1 ບົດປ້ອງກັບຈົບຂັ້ນ ມີບົດສອນທັງໝົດ 94 ບົດລວມ 720 ຊົ່ວໂມງ ເທົ່າກັບ 22 ໜ່ວຍກິດ, ໃນນັ້ນ ປະກອບມີຟັງລາຍງານເພີ່ມ, ຄົ້ນຄວ້າສຳມະນາ, ແກ້ຂໍ້ຂ້ອງໃຈ, ຂຽນລາຍງານແຕ່ລະວິຊາ ແລະຂຽນບົດທົບທວນຈົບຂັ້ນແບ່ງອອກເປັນແຕ່ລະກຸ່ມວິຊາ ຄື: ກຸ່ມວິຊາປັດຊະຍາມາກ-ເລນິນ ແລະວິຊາວັດທະນະທໍາ ມີ 11 ບົດ, ລວມ 97 ຊົ່ວໂມງ, ກຸ່ມວິຊາເສດຖະສາດການເມືອງມາກ-ເລນິນ 16 ບົດ ລວມ 126 ຊົ່ວໂມງ, ກຸ່ມວິຊາລັດທິສັງຄົມນິຍົມວິທະຍາສາດ, ພົວພັນສາກົນ, ສັງຄົມສາດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 24 ບົດ ລວມ 141 ຊົ່ວໂມງ, ແນວຄິດໄກສອນ ພົມວິຫານ 8 ບົດ ລວມ 72 ຊົ່ວໂມງ, ວິຊາພື້ນຖານການຄຸ້ມຄອງບໍລິຫານລັດ, ທິດສະດີລັດ ແລະກົດໝາຍ, ເຕັກນິກບໍລິຫານ 13 ບົດ ລວມ 98 ຊົ່ວໂມງ, ວິຊາປະຫວັດສາດ ແລະກໍ່ສ້າງພັກ 15 ບົດ ລວມ 97 ຊົ່ວໂມງ, ກຸ່ມວິຊາບັງຄັບ ແລະຫົວຂໍ້ລາຍງານເພີ່ມ 7 ບົດ ລວມ 28 ຊົ່ວໂມງ, ຂຽນບົດທົບທວນຈົບຂັ້ນ (ຜູ້ລະ 30-35 ໜ້າ) ແລະຜ່ານບົດ 61 ຊົ່ວໂມງ.

         ຊຶ່ງທັງ 2 ລະບົບດັ່ງກ່າວ, ຈະໄດ້ຮຽນຮູ້ທິດ​ສະ​ດີ​ມາກ-​ເລ​ນິນ​ ແລະ​ແນວ​ຄິດ​​ໄກສອນ ພົມວິຫານ ​ເພື່ອ​ໃຫ້​ເປັນ​ຫຼັກມູນທິດສະດີ ​ໃນ​ການ​ນຳ​ໄປ​ສົມ​ທຽບ​ທິດ​ສະ​ດີ ​ແລະ​ພຶດຕິ​ກຳ​ໃຫ້ຖືກຕ້ອງ ນຳ​ໄປ​ໝູນໃຊ້​ເຂົ້າ​ໃນ​ຊີວິດ​ຕົວ​ຈິງ ພ້ອມທັງ​ໝູນ​ໃຊ້​ເຂົ້າ​ໃນ​ໜ້າ​ທີ່​ວຽກ​ງານ ຂອງ​ຕົນ​ໃຫ້​ໄດ້​ຮັບ​ຜົນ​ດີກ​ວ່າ​ເກົ່າ. ​ເພື່ອ​ເຫັນ​ໄດ້ຄວາມສຳຄັນໃນການພັດທະນາຊັບພະຍາກອນມະນຸດ ແລະບຸກທະລຸທາງດ້ານຈິນຕະນາການອັນໃໝ່, ສ້າງແນວຄວາມຄິດໃຫ້ເປັນລະບົບ, ​ມີ​ຄວາມ​ເປັນ​ເອກະ​ພາບ​ຕໍ່​ແນວທາງ​ນະ​ໂຍບາຍຂອງ​ພັກ, ​ເສີມ​ຂະຫຍາຍ​ຄວາມ​ສາມັກຄີ​ທັງ​ພາຍ​ໃນ ​ແລະ​ພາຍ​ນອກ, ​ເຮັດ​ວຽກ​ມີແບບ​ແຜນ, ມີ​ຫຼັກການ ​ແລະ​ເບິ່ງບັນຫາແບບສັດຈະ​ວິພາກ, ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ການ​ເມືອງຂອງ​ພັກ​ໃຫ້​ບັນລຸ​ຜົນ​ເປັນ​ຈິງ.

         ເພື່ອເປັນທິດຊີ້ນຳ ແລະໂອລົມຕໍ່ກັບຊຸດຮຽນດັ່ງກ່າວ, ທ່ານ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ໄດ້ມີຄຳເຫັນວ່າ:

ໜຶ່ງ: ພວກສະຫາຍຄວນຮັບຮູ້ຢ່າງເລິກເຊິ່ງເຖິງກຽດ, ຄວາມເອກອ້າງທະນົງໃຈ, ພ້ອມກັນນັ້ນພວກສະຫາຍຕ້ອງຮັບຮູ້ຢ່າງເລິກເຊິ່ງ ຕໍ່ກັບຄວາມຮັບຜິດຊອບ ແລະໜ້າທີ່ຂອງຕົນ; ນີ້ເປັນໂອກາດອັນໃຫຍ່ຫຼວງ ໃຫ້ບັນດາສະຫາຍໄດ້ຍົກລະດັບທາງດ້ານທິດສະດີການເມືອງ-ການປົກຄອງຢ່າງເປັນລະບົບ, ຍົກລະດັບທາງດ້ານການປະຕິບັດໜ້າທີ່, ເຝິກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ. ພວກສະຫາຍຕ້ອງຮຽນດ້ວຍຄວາມຮັບຜິດຊອບສູງ, ອ່ານໃຫ້ເລິກ, ຄົ້ນຄວ້າໃຫ້ແທດເຖິງ, ມີຄວາມມັກຮັກການອ່ານ, ການຄົ້ນຄວ້າ, ທັງຮຽນທິດສະດີ ທັງຄົ້ນຄວ້າພຶດຕິກຳ, ເອົາທິດສະດີເຍືອງໃສ່ພຶດຕິກຳ, ເອົາທິດສະດີ ແລະພຶດຕິກຳໄປແກ້ບັນຫາທີ່ຕັ້ງຂຶ້ນໃນວຽກງານຕົວຈິງ.

ສອງ: ເພີ່ມທະວີການຮຽນ ແລະຄົ້ນຄວ້າດ້ວຍຕົນເອງໃຫ້ຫຼາຍຂຶ້ນ, ຕ້ອງມີວິທີຮຽນທີ່ສົມຄູ່ ກັບສະພາບຄວາມເປັນຈິງຂອງຕົນເອງ, ເຝິກຝົນຫຼໍ່ຫຼອມດ້ານຈິນຕະນາການ, ວິທີວິທະຍາ, ວິທີປະຊິດກັບບັນຫາ, ແກ້ໄຂບັນຫາທີ່ຕັ້ງຂຶ້ນ. ພວກສະຫາຍກໍ່ຕ້ອງສະແດງອອກໃຫ້ເຫັນເຖິງແບບແຜນທີ່ດີ, ມີລະບຽບວິໄນ, ຮໍ່າຮຽນເອົາແບບແຜນດຳລົງຊີວິດອັນປອດໃສ ຂາວສະອາດ ຂອງປະທານໄກສອນ ພົມວິຫານ.

ສາມ: ການຮໍ່າຮຽນຂອງບັນດາສະຫາຍໃຫ້ປະຕິບັດວິໄນ ຂອງການຮຽນຢ່າງເຂັ້ມງວດ; ຕ້ອງເຂົ້າໃຈວ່າ ຢູ່ແຕ່ລະບ່ອນແມ່ນມີລະບຽບໃນການຄຸ້ມຄອງອັນສະເພາະ, ບັນດາສະຫາຍມາຈາກຫຼາຍພາກສ່ວນ ຈິ່ງຕ້ອງໄດ້ພະຍາຍາມເນັ້ນໃນການປະຕິບັດລະບຽບວິໄນ, ການຢູ່ຮ່ວມກັນຫຼາຍຄົນ, ສ້າງຄວາມສາມັກຄີຮັກແພງ, ແລກປ່ຽນປະສົບການ ແລະການຊ່ວຍເຫຼືອເຊິ່ງກັນ ແລະກັນຈະພ້ອມພາກັນເຮັດແນວໃດໃຫ້ພວກເຮົາສ້າງຄວາມຮັບຮູ້, ເຂົ້າໃຈ ແລະປະຕິບັດໃຫ້ເຂັ້ມງວດ.

ສີ່: ຢາກປະຕິບັດຈຸດໝາຍທີ່ຕັ້ງໄວ້ໃຫ້ມີຜົນສໍາເລັດ, ຂໍໃຫ້ຖືສຳຄັນບັນຫາສຸຂະພາບ (ສຸຂະພາບກາຍ ແລະສຸຂະພາບໃຈ), ພາຍໃນໂຮງຮຽນກໍ່ມີຫຼາຍກິດຈະກຳທີ່ເຮັດໃຫ້ພວກສະຫາຍໄດ້ມີການຜ່ອນຄາຍຄວາມອິດເມື່ອຍ ແລະຕຶ່ງຄຽດຈາກການຮຽນ, ການຄົ້ນຄວ້າ ເຊັ່ນ: ການອອກແຮງງານ, ການເຄື່ອນໄຫວກິລາ-ສິລະປະ, ກິດຈະກຳເຫຼົ່ານີ້ ແມ່ນຈະຊ່ວຍເຮັດໃຫ້ສະໝອງຂອງພວກເຮົາປອດໂປ່ງ ແລະມີສຸຂະພາບທີ່ແຂງແຮງ.

      ຫ້າ:​ ສຳລັບໂຮງຮຽນ ແລະຄູ-ອາຈານ ຂອງໂຮງ​ຮຽນ: ຄະນະພັກ, ຄະນະອໍານວຍການໂຮງ​ຮຽນ ຕ້ອງເອົາໃຈໃສ່ຊີ້ນໍາ-ນໍາພາ ຢ່າງໃກ້ຊິດຕິດແທດຕໍ່ກັບພະນັກງານ, ຄູ-ອາຈານ, ນັກສຶກສາໃຫ້ຮັກສາໄດ້ຄວາມສາມັກຄີເປັນເອກະພາບໃນການນຳພາ-ຊີ້ນຳ; ພ້ອມກັນນັ້ນຕ້ອງຮັບປະກັນໃຫ້ຂະບວນວິວັດການຮຽນ-ການສອນ ດໍາເນີນໄປຢ່າງຕໍ່ເນື່ອງ ໂດຍ​ສະ​ເພາະຫຼັກສູດໃໝ່ ຄື: ຫຼັກ​ສູດ​ທິດ​ສະ​ດີ​ຂັ້ນ​ກາງ, ຂັ້ນ​ຕົ້ນ. ພ້ອມພາກັນສ້າງໃຫ້ໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງ ເປັນໃຈກາງໃນການເຝິກອົບຮົມຫົວຂໍ້ຕ່າງໆຂອງແຂວງ. ຫຼັກສູດບຳລຸງທິດສະດີຂັ້ນຕົ້ນ, ຂັ້ນກາງນີ້ເປັນຫຼັກສູດໃໝ່ຕ່າງຈາກການສອນໃນໄລຍະຜ່ານມາເພາະຈະສະເໜີທິດສະດີໜ້ອຍ ແຕ່ການມີຄົ້ນຄວ້າຫຼາຍຂຶ້ນ, ແລກປ່ຽນບົດຮຽນຊອກຫາວິທີການແກ້ໄຂບັນຫາຕ່າງໆ ໃນພຶດຕິກຳໃຫ້ຫຼາຍຂຶ້ນ.

ສະນັ້ນ, ຈຶ່ງຮຽກຮ້ອງຂະແໜງຕ່າງໆ ແລະພະ​ນັກ​ງານ​, ຄູ-​ອາ​ຈານ​ຈະ​ຕ້ອງ​ເອົາ​ໃຈ​ໃສ່​ສຶກ​ສາ​ຄົ້ນ​ຄວ້າ, ກຳ​ແໜ້ນ​ທິດ​ສະ​ດີຢ່າງເລິກເຊິ່ງເຖິງຖອງ ແລະໃນການຈັດຕັ້ງປະຕິບັດການຮຽນ-ການສອນໃຫ້ຕິດພັນກັບພາກປະຕິບັດຕົວຈິງ, ໜູນ​ໃຊ້ ແລະຖ່າຍ​ທອດ​ຄວາມ​ຮູ້ໃຫ້​ນັກ​ສຶກ​ສາ​ຢ່າງ​ປະ​ດິ​ດສ້າງ​ທີ່​ສຸດ; ຕ້ອງເອົາໃຈໃສ່ຕໍ່ການຄົ້ນຄວ້າກ່ຽວກັບເນື້ອໃນບົດຮຽນແຕ່ລະວິຊາ ທີ່ຍັງເຫັນວ່າບໍ່ທັນສອດຄ່ອງກັບສະພາບການຕົວຈິງໃນແຕ່ລະໄລຍະ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງສະຫວັນນະເຂດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ