ເພື່ອເປັນການກໍ່ສ້າງ-ບຳລຸງສະມາຊິກພັກ-ພະນັກງານໃຫ້ມີຄຸນທາດທາງດ້ານການເມືອງທີ່ໜັກແໜ້ນ, ສາມາດເຕົ່າໂຮມຄວາມສາມັກຄີ ແລະກຳໄດ້ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ເພື່ອສ້າງໃຫ້ເປັນພະນັກງານສືບທອດປ່ຽນແທນໃນຕໍ່ໜ້າ ແລະເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດແລະຮັບຮູ້ພຶດຕິກຳຕົວຈິງທາງດ້ານທິດສະດີການເມືອງ- ການປົກຄອງໃຫ້ແກ່ສະມາຊິກພັກ-ພະນັກງານພາຍໃນສູນກາງສະຫະພັນກຳມະບານລາວ. ສະນັ້ນ, ໃນຕອນເຊົ້າຂອງວັນທີ 7 ກຸມພາ 2023 ສູນກາງສະຫະພັນກຳມະບານລາວໄດ້ຈັດພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງໄລຍະສັ້ນ 45 ວັນຊຸດທີ II ໃຫ້ສະມາຊິກພັກ, ພະນັກງານພາຍໃນສູນກາງສະຫະພັນກຳມະບານລາວ, ພາຍໃຕ້ການເປັນປະທານ ຂອງທ່ານ ປທ ນາງ ອາລິຍາວັນ ອັກຄະວົງ ຮອງເລຂາຄະນະພັກ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຄະນະພັກ, ການນໍາແຕ່ລະຂັ້ນ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

         ໃນພິທີ ທ່ານ ອຸດອນ ພົງສະຫວັດ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານໄດ້ຜ່ານແຜນການເຄື່່ອນໄຫວການການຮຽນ-ການສອນ ລະບົບ 45 ວັນ, ຊຶ່ງຜູ້ເຂົົ້າຮ່ວມຝຶກອົບຮົມຊຸດນີ້ແມ່ນມາຈາກສູນກາງສະຫະພັນກຳມະບານລາວ ຈຳນວນ 38 ທ່ານ, ຍິງ 18 ທ່ານ ທີ່ຈະໄດ້ຮຽນຮູ້ທິດ​ສະ​ດີ​ມາກ-​ເລ​ນິນ​ ແລະ​ແນວ​ຄິດ​​ໄກສອນ ພົມວິຫານ ​ເພື່ອ​ໃຫ້​ເປັນ​ພື້ນຖານ​ໃນ​ການ​ນຳ​ໄປ​ສົມ​ທຽບ​ທິດ​ສະ​ດີ ​ແລະ​ພຶດຕິ​ກຳ​ໃຫ້ຖືກຕ້ອງ ນຳ​ໄປ​ໝູນໃຊ້​ເຂົ້າ​ໃນ​ຊີວິດ​ຕົວ​ຈິງ ພ້ອມທັງ​ໝູນ​ໃຊ້​ເຂົ້າ​ໃນ​ໜ້າ​ທີ່​ວຽກ​ງານ ຂອງ​ຕົນ​ໃຫ້​ໄດ້​ຮັບ​ຜົນ​ດີກ​ວ່າ​ເກົ່າ. ​ເພື່ອ​ເຫັນ​ໄດ້ຄວາມສຳຄັນໃນການພັດທະນາຊັບພະຍາກອນມະນຸດ ແລະບຸກທະລຸທາງດ້ານຈິນຕະນາການອັນໃໝ່, ສ້າງແນວຄວາມຄິດໃຫ້ເປັນລະບົບ, ​ມີ​ຄວາມ​ເປັນ​ເອກະ​ພາບ​ຕໍ່​ແນວທາງ​ນະ​ໂຍບາຍຂອງ​ພັກ, ​ເສີມ​ຂະຫຍາຍ​ຄວາມ​ສາມັກຄີ​ທັງ​ພາຍ​ໃນ ​ແລະ​ພາຍ​ນອກ, ​ເຮັດ​ວຽກ​ມີແບບ​ແຜນ, ມີ​ຫຼັກການ ​ແລະ​ເບິ່ງບັນຫາແບບສັດຈະ​ວິພາກ, ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ການ​ເມືອງຂອງ​ພັກ​ໃຫ້​ບັນລຸ​ຜົນ​ເປັນ​ຈິງ ​ແລະ​ກ້າວ​ສູ່​ຈຸດໝາຍ​ສັງຄົມ​ນິຍົມ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ສູນກາງກຳມະບານລາວ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ