ໃນຕອນເຊົ້າ ຂອງວັນທີ 8 ກຸມພາ 2023, ທີ່ສະໂມສອນຄະນະໂຄສະນາອົບຮົມ ສູນກາງພັກ, ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ໄດ້ຈັດກອງປະຊຸມສຳມະນາ ວິທະຍາສາດລະດັບຊາດຂຶ້ນ, ພາຍໃຕ້ຫົວຂໍ້: “ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໄລຍະປີ 1955-1975”. ໃຫ້ກຽດເປັນປະທານຊີ້ນຳກອງປະຊຸມ ໂດຍ ສະຫາຍ ປອ. ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະ ໃຫ້ກຽດເປັນຄະນະປະທານຮ່ວມຂອງ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກໍາມະການກົມການເມືອງ, ທີ່ປືກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າ ແນວຄິດໄກສອນ ພົມວິຫານ; ມີຮອງປະທານ, ຜູ້ປະຈໍາການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ,ນັກວິທະຍາສາດ, ນັກຄົ້ນຄວ້າ, ພ້ອມທັງພະນັກງານການນຳຫຼັກແຫຼ່ງອ້ອມຂ້າງສູນກາງ, ກະຊວງ, ອົງການຕ່າງໆ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ທັງໝົດ 300 ກວ່າຄົນ.

            ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ກໍແມ່ນເພື່ອສືບຕໍ່ຜັນຂະຫຍາຍມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ສະບັບເລກທີ 058/ກມສພ ລົງວັນທີ 13 ທັນວາ 2018 ແລະ ເປັນການສ້າງຂະບວນການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 , ຂ່ຳນັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ແລະ ເປັນການຜັນຂະຫຍາຍ ເນື້ອໃນຈິດໃຈ ຂອງມະຕິກອງປະຊຸມໃຫຍ່ຄັ້ງທີ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໃຫ້ປະກົດຜົນ ເປັນຈິງ.

            ໃນຄຳເຫັນກ່າວເປີດກອງປະຊຸມສຳມະນາ, ສະຫາຍ ປອ. ຄຳພັນ ເຜີຍຍະວົງ ໄດ້ເນັ້ນໜັກວ່າ: ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ພາຍໃຕ້ຫົວຂໍ້: “ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໄລຍະປີ 1955-1975″ ໃນເທື່ອນີ້ ແມ່ນເປັນກອງປະຊຸມທີ່ມີຄວາມໝາຍສຳຄັນ ທັງໃນດ້ານທິດສະດີ ແລະ ພຶດຕິກຳ ແລະ ເປັນປະໂຫຍດໃຫຍ່ຫຼວງຕິດແທດຕົວຈິງໃນການຮ່ຳຮຽນເອົາແບບແຜນການດຳລົງຊີວິດ ໂດຍຜ່ານບັນດາຜົນງານການຊີ້ນຳ-ນໍາພາ ພາລະກິດປະຕິວັດຂອງເພິ່ນ ໃຫ້ແກ່ການສຶກສາອົບຮົມພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດຕະຫຼອດຮອດປະຊາຊົນລາວບັນດາເຜົ່າ.

            ເນື້ອໃນບົດນຳກອງປະຊຸມສຳມະນາສະເໜີໂດຍ ສະຫາຍ ຮສ. ພູວົງ ອຸ່ນຄຳແສນ ໄດ້ຍົກໃຫ້ເຫັນ ຊີວິດ ແລະ ພາລະກິດ ຂອງປະທານ ໄກສອນ ພົມວິຫານ ໄລຍະນີ້ ແມ່ນຕິດພັນກັບເງື່ອນໄຂທີ່ປະເທດລາວ ຂອງພວກເຮົາ ໄດ້ຕົກເປັນຫົວເມືອງຂຶ້ນ ຂອງລ່າເມືອງຂຶ້ນແບບໃໝ່ ທີ່ມີກຳລັງທາງດ້ານເສດຖະກິດ, ການທະຫານອາວຸດຍຸດໂທປະກອນ ທີ່ທັນສະໄໝເໜືອກວ່າຫຼາຍເທົ່າ. ແຕ່ປະທານ ໄກສອນ ພົມວິຫານ ໄດ້ພະຍາຍາມເຄື່ອນໄຫວນຳພາການປະຕິວັດ ດ້ວຍຫຼາຍຮູບການ, ຫຼາຍວິທີການຕໍ່ສູ້ ສຸມໃສ່ປຸກລະດົມຂົນຂວາຍ, ເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າ ຈົນສາມາດຍາດໄດ້ໄຊຊະນະຢ່າງສົມບູນ ແລະ ສະຖາປະນາເປັນ ສາທາະລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 02 ທັນວາ ປີ 1975 ເຊິ່ງເປັນການສ້າງຕັ້ງລັດ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ຢ່າງແທ້ຈິງ.

            ກອງປະຊຸມໄດ້ຮັບຟັງການນໍາສະເໜີ 05 ຫົວຂໍ້ຍ່ອຍ ເຊັ່ນ: ພາລະກິດສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ ປົກປັກຮັກສາເຂດທີ່ໝັ້ນສອງແຂວງເຕົ້າໂຮມ ຫົວພັນ ແລະ ຜົ້ງສາລີ ປີ 1955-1958, ຊີ້ນຳຫັນ ທິດຕໍ່ສູ້ ໂດຍເອົາການຕໍ່ສູ້ດ້ວຍອາວຸດເປັນກົກ ສົມທົບກັບການຕໍ່ສູ້ທາງດ້ານການເມືອງ ແລະ ກົດໝາຍ ໃນໄລຍະ 1959-1962, ການນຳພາຕໍ່ສູ້ຕີເອົາຍຸດທະສາດສົງຄາມພິເສດ ເພີ່ມທະວີ ປີ 1963-1968, ປະທານ ໄກສອນ ພົມວິຫານ ຊີ້ນຳການສ້າງຄວາມຖືກຕ້ອງປອງດອງຊາດ ປີ 1969-1972, ພາລະກິດນໍາພາປວງຊົນລາວທັງຊາດ ລຸກຮື້ຂຶ້ນຍຶດອຳນາດໃນທົ່ວປະເທດ ແລະ ສະຖາປະນາ ສປປ ລາວປີ 1973-1975.

            ໃນຕອນທ້າຍ ຂອງກອງປະຊຸມສໍາມະນາ ປະທານກອງປະຊຸມ ໄດ້ຕີລາຜົນໄດ້ຮັບໃນເບື້ອງຕົ້ນ ທີ່ນັກວິທະຍາສາດໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ຈະແຈ້ງກ່ຽວກັບຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ແລະ ໄດ້ເນັ້ນໜັກໃຫ້ພະນັກງານ, ສະມາຊິກພັກ, ປະຊາຊົນລາວບັນດາເຜົ່າສືບຕໍ່ຝຶກຝົນຫລໍ່ຫລອມ ແລະ ຮ່ຳຮຽນເອົາແບບແຜນດຳລົງຊີວິດ ແລະພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໃນຕໍ່ໜ້າ. ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນເປັນ ເວລາເຄິ່ງມື້ ແລະ ອັດລົງດ້ວຍຜົນສໍາເລັດອັນຈົບງາມໃນເວລາ 12 ໂມງ 00 ຂອງວັນດັ່ງກ່າວ.

ຂ່າວ/ພາບ: ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ