ໃນລະຫວ່າງວັນທີ 1 ແລະ ວັນທີ 6 ກຸມພາ ປີ 2023 ທີ່ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມປະກອບຄໍາເຫັນໃສ່ບົດວິທະຍາສາດ ໃນຂົງເຂດວຽກງານແມ່ຍິງ ແລະວຽກງານຊາວໜຸ່ມ ຄື:

ວັນທີ 01/02/2023 ພາຍໃຕ້ການເປັນປະທານ ຂອງທ່ານ ປອ ນາງ ລຳພູນ ດວນສຸວັນ ກຳມະການສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ສມປຊ, ຫົວໜ້າສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ໄດ້ປະກອບຄໍາເຫັນໃສ່ສໍາມະນາວິທະຍາສາດ ໃນຫົວຂໍ້ “ເສີມຂະຫຍາຍບົດບາດຂອງສະຫະພັນແມ່ຍິງ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ”  ມີ 8 ຫົວຂໍ້ຍ່ອຍ;

ວັນທີ 06/02/2023 ພາຍໃຕ້ການເປັນປະທານ ຂອງທ່ານ ປອ ດາວສະຫວັນ ເຄືອມີໄຊ ກໍາມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ສມປຊ, ຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ, ໄດ້ປະກອບຄໍາເຫັນໃສ່ບົດສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້ “ຊາວໜຸ່ມກັບການເສີມຂະຫຍາຍຄຸນຄ່າວັດທະນະທໍາ ທີ່ເປັນເອກະລັກຂອງຊາດ” ມີ 5 ຫົວຂໍ້ຍ່ອຍ.

ໃນພິທີບັນດານັກວິທະຍາສາດທີ່ໄດ້ຖືກແຕ່ງຕັ້ງຮັບຜິດຊອບຂຽນບົດຄົ້ນຄວ້າໃນແຕ່ລະຫົວຂໍ້ ໄດ້ຂຶ້ນນໍາສະເໜີບົດທີ່ຕົນເອງໄດ້ຄົ້ນຄວ້າ ເຊິ່ງໃນແຕ່ລະຫົວຂໍ້ທີ່ນັກວິທະຍາສາດໄດ້ນໍາສະເໜີນັ້ນ ລ້ວນແຕ່ໄດ້ສ່ອງແສງເຖິງລັກສະນະຂອງຄວາມເປັນຈິງດ້ານພຶດຕິກໍາຂອງແຕ່ລະບັນຫາໃນປັດຈຸບັນ ແລະມີເນື້ອໃນອຸດົມສົມບູນ. ນອກນັ້ນ, ບັນດາທ່ານຜູ້ຊ່ຽວຊານການຄົ້ນຄວ້າວິທະຍາສາດ ຍັງໄດ້ປະກອບຄໍາເຫັນຊີ້ແນະໃຫ້ມີການປັບປຸງບາງດ້ານຂອງແຕ່ລະບົດ ເພື່ອໃຫ້ມີເນື້ອໃນທີ່ຮັດກຸມ, ຄົບຖ້ວນ ແລະສົມບູນຍິ່ງຂຶ້ນ.

ປະທານກອງປະຊຸມໃນແຕ່ລະຫົວຂໍ້ ຍັງໄດ້ແນະນໍາໃຫ້ນັກວິທະຍາສາດ ເອົາໃຈໃສ່ ເລື່ອງການຂຽນບົດວິທະຍາສາດ ເພື່ອຮັບປະກັນລັກສະນະຄົ້ນຄວ້າວິທະຍາສາດ ເວລາຂຽນຕ້ອງມີບ່ອນອີງ, ການຂຽນບົດວິທະຍາສາດຕ້ອງເປັນບັນຫາທີ່ໃໝ່, ເວລາຂຽນຕ້ອງເລືອກຫົວຂໍ້ ເຊິ່ງເວລາຂຽນມັນປະກອບສ່ວນໃນພຶດຕິກໍາແນວໃດໃນການແກ້ໄຂບັນຫາ ແລະບັນດາຄໍາຄິດເຫັນອື່ນທີ່ເປັນປະໂຫຍດ ເພື່ອຮັບປະກັນໃຫ້ບົດວິທະຍາສາດມີເນື້ອໃນຄົບຖ້ວນ, ສົມບູນ ແລະມີຄວາມເປັນເອກະພາບກັນ.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ