ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຊື່ອມຊຶມເອກະສານ ເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ແລະປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023) ໃນຕອນເຊົ້າວັນທີ 6 ກຸມພາ 2023 ​ໂດຍ​ການ​ເຜີຍ​ແຜ່​ຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ເຂົ້າຮ່ວມມີ ພະນັກງານ, ຄູ-ອາຈານ ແລະ ນັກສຶກສາທິດສະດີການເມືອງ ຂັ້ນສູງ ຮຸ່ນທີ I ແລະ ຮຸ່ນທີ II.

         ການເຂົ້າຮ່ວມຮັບຟັງເນື້ອໃນດັ່ງກ່າວນີ້ກໍ່ເພື່ອເຮັດສ້າງການຫັນປ່ຽນໃໝ່ດ້ານຈິນຕະນາການ, ຍົກລະດັບຄຸນນະພາບ ວຽກງານການເມືອງ-ແນວຄິດ ແລະທິດສະດີຂອງພັກ ທີ່ໄດ້ກໍານົດໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໄດ້ຮັບການຜັນຂະຫຍາຍຢ່າງແຂງແຮງ ແລະເປັນຮູບປະທໍາ. ທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້​ໃຫ້​ຮູ້​ວ່າ: ເນື້ອໃນທີ່ສຳຄັນຂອງກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ທີ່ຜ່ານມາໂດຍເນື້ອໃນດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ໃນການນຳພາ-ຊີ້ນຳຂອງພັກ ເຊິ່ງຍາມໃດກໍຖືວ່າ ວຽກງານການເມືອງ-ແນວຄິດ ເປັນວຽກງານກົກໃນການກໍ່ສ້າງປັບປຸງພັກ, ເປັນປັດໄຈສຳຄັນ ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງຂອງປະເທດຊາດ ແລະຄວາມສະຫງົບສຸກຂອງສັງຄົມ. ໃນນັ້ນສະຫາຍໄດ້ຍົກໃຫ້ເຫັນເຖິງດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີດ້ານອ່ອນ-ຂໍ້ຄົົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອໃຫ້ພະນັກງານ, ຄູ-ອາຈານ ແລະ ນັກສຶກສາທິດສະດີການເມືອງ ຂັ້ນສູງ ຮຸ່ນທີ I ແລະ ຮຸ່ນທີ II ໄດ້ຮັບຮູ້, ເຊື່ອມຊຶມ ແລະກໍາແໜ້ນ ເນື້ອໃນຈິດໃຈຂອງກອງປະຊຸມດັ່ງກ່າວ ແລະນໍາໄປຄົ້ນຄວ້າ ເພື່ອຫັນເປັນນິຕິກໍາລະອຽດ ແລະເປັນແຜນການເຄື່ອນໄຫວຕົວຈິງເຂົ້າໃນວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ທົ່ວເຖິງ ແລະເລິກເຊິ່ງ, ທັງເປັນການສ້າງກໍາລັງແຮງແຫ່ງຄວາມເປັນເອກະພາບດ້ານການເມືອງ, ແນວຄິດ ແລະກໍາລັງແຮງໃນການຈັດຕັ້ງປະຕິບັດພາລະກິດປະຕິວັດຂອງພັກ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມນັ້ນ, ກໍເພື່ອຍົກສູງຄວາມຮູ້ຄວາມສາມາດ ແລະຄວາມຮັບຜິດຊອບຂອງຄະນະພັກ, ບັນດາເລຂາໜ່ວຍພັກ ແລະສະມາຊິກພັກ ໃນການເປັນແບບຢ່າງນໍາພາ-ຊີ້ນໍາວຽກງານການເມືອງ-ແນວຄິດ ໃຫ້ຢູ່ໃນທ່າບຸກ ແລະມີການຫັນປ່ຽນທີ່ດີຂຶ້ນເປັນກ້າວໆ.

         ໃນໂອກາດດຽວກັນ, ທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ເຜີຍແຜ່ເອກະສານ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນ ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023) ເພື່ອເປັນການສຶກສາອົບຮົມໃຫ້ພະນັກງານ, ຄູ-ອາຈານ ແລະນັກສຶກສາ ໄດ້ຮັບຮູ້, ເຂົ້າໃຈຄວາມໝາຍ ແລະ ຄວາມສໍາຄັນຂອງວັນດັ່ງກ່າວ ໂດຍສະຫາຍ ໄດ້ຍົກໃຫ້ເຫັນເຖິງທາດແທ້ ມູນເຊື້ອປະຕິວັດຂອງຊາດລາວເຮົາ, ການເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຍຸດຢັ້ງ, ຜົນງານອັນໃຫຍ່ຫລວງຂອງກອງທັບປະຊາຊົນລາວ, ມູນເຊື້ອການຕໍ່ສູ້ພິລະອາດຫານ, ຜົນງານອັນໃຫຍ່ຫຼວງຂອງວິລະຊົນລາວ ທີ່ຍາດມາໄດ້ ຕະຫລອດໄລຍະ 74 ປີ ຜ່ານມາ…

ໃນພິທີເຊື່ອມຊຶມດັ່ງກ່າວ, ໄດ້ເອົາວາລະໂອກາດສຳຄັນນີ້ ຈັດຕັ້ງພິທີມອບ-ຮັບ ບັດສະມາຊິກພັກສົມບູນ ຊຸດທີ XVI ໃຫ້ຜູ້ທີ່ຄົບມາດຖານເງື່ອນໄຂຂອງພັກ ຈຳນວນ 12 ທ່ານ, ຍິງ 9 ທ່ານ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ