ໃນຕອນເຊົ້າວັນທີ 2 ກຸມພາ 2023 ໜ່ວຍພັກຮາກຖານກົມຄຸ້ມຄອງການຮຽນ-ການສອນ ແລະ ກົມຄຸ້ມຄອງ ການຄົ້ນຄວ້າວິທະຍາສາດ ຮັບມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກໃໝ່ 2 ສະຫາຍ, ຍິງ 1 ສະຫາຍ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ຄະນະພັກ, ຮອງຫົວໜ້າ ສມປຊ ແລະ ທ່ານ ປອ ນ. ໄກສອນ ຈັນສີນາ ຄະນະພັກ, ເລຂາໜ່ວຍພັກຮາກຖານ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ, ມີແຂກຖືກເຊີນ ແລະ ສະມາຊິກພັກສົມບູນ-ສໍາຮອງ ຂອງໜ່ວຍພັກຮາກຖານຕ່າງໆພາຍໃນ ສມປຊ.

            ສະຫາຍ ວິໄລສິດ ພິມພັກດີ ຫົວໜ້າພະແນກພັກ ແລະ ປ້ອງກັນພັກ ຂຶ້ນຜ່ານມະຕິຕົກລົງຂອງຄະນະບໍລິຫານງານພັກ ສມປຊ ວ່າດ້ວຍຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຄື: ສະຫາຍ ສຸລິພອນ ພົງສະຫວັດ ແລະສະຫາຍ ນ. ດາວັນ ສີສຸພັນ ເຊິ່ງທີ່ຜ່ານມາສອງສະຫາຍໄດ້ຜ່ານການຝຶກຝົນຫໍ່ຼຫຼອມຕົນເອງໃນຂະບວນການຕ່າງໆ ຢ່າງມີຜົນສໍາເລັດ, ໄດ້ຜ່ານການຮໍ່າຮຽນສະໜັບສະໜູນ ແລະ ກົດລະບຽບພັກ ແລະ ຖືກຕ້ອງຕາມກົດລະບຽບພັກປະຊາຊົນ ປະຕິວັດລາວ ວາງອອກ, ພ້ອມນີ້ ທ່ານ ປອ ນ. ໄກສອນ ຈັນສີນາ ໄດ້ຂຶ້ນກ່າວຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຢ່າງເປັນທາງການ.

         ສະຫາຍ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ໄດ້​​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ຜົນງານ​ການ​ກໍ່ສ້າງ​​ ແລະ ຝຶກ​ຝົນຫຼໍ່ຫຼອມຂອງສອງສະຫາຍ ທີ່ມີຄວາມໜັກແໜ້ນທາງດ້ານທາດການເມືອງ, ​ເອົາ​ໃຈ​ໃສ່​ຄົ້ນຄວ້າ​ຮ່ຳຮຽນ ແລະໄດ້ເນັ້ນໜັກໃຫ້ສະມາຊິກພັກໃໝ່ ກຳ​ແໜ້ນ​ແນວທາງ​ນະ​ໂຍບາຍ, ກົດ​ລະບຽບ​ຂອງພັກ, ກົດໝາຍ​ຂອງ​ລັດ​ໃຫ້​ເລິກ​ເຊິ່ງ, ມີ​ຄວາມເປັນແບບຢ່າງທີ່ດີໃຫ້ມະຫາຊົນ, ປັບປຸງທາງດ້ານແນວຄິດໃຫ້ມີຄວາມຮັບຜິດຊອບ-ຄວາມຫ້າວຫັນຕໍ່ໜ້າທີ່ວຽກງານ ແລະ ບຸກບືນຜ່ານຜ່າທຸກຂໍ້ຫຍຸ້ງຍາກໃນການປະຕິບັດໜ້າທີ່ວຽກງານຂອງຕົນ, ມີນ້ຳໃຈເສຍສະຫຼະ, ມີຄວາມອົດທົ​ນ, ຖືຜົນປະໂຫຍດສ່ວນລວມສູງກວ່າຜົນປະໂຫຍດສ່ວນຕົວ, ມີຄວາມເປັນແບບຢ່າງໃນການດຳລົງຊີວິດຢູ່ໃນສັງຄົມທີ່ປອດໃສຂາວສະອາດ, ຮູ້ໃຫ້ກຽດ, ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ