ນັບແຕ່ວັນທີ 4 ພະຈິກ 2020 ໂດຍນໍາໃຊ້ໂຄງການຫຼັກສູດການຮຽນ-ການສອນ ທີ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ກໍານົດໄວ້ເປັນໄລຍະເວລາ 2 ປີ. ມາຮອດວັນທີ 20 ມັງກອນ 2023 ແມ່ນໄດ້ສຳເລັດການປ້ອງກັນບົດຈົບຊັ້ນ. ດັ່ງນັ້ນ, ທາງໂຮງຮຽນການເມືອງ ແລະ ການປົກຄອງແຂວງສະຫວັນນະເຂດ ໄດ້ມີພິທີປິດຊຸດຮຽນຊັ້ນອະນຸປະລິນຍາຮຸ່ນທີ XV ແລະມອບປະກາສະນີຍະບັດ ຂຶ້ນໃນວັນທີ 25 ມັງກອນ 2023 ໃຫ້ແກ່ນັກສຶກສາລະບົບຊັ້ນອະປະລິນຍາຮຸ່ນທີ XV ຢູ່ ໂຮງຮຽນການເມືອງ ແລະ ການປົກຄອງແຂວງສະຫວັນນະເຂດ, ໂດຍການເປັນປະທານຂອງ ທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຜູ້ເຂົ້າຮ່ວມມີ ທ່ານ ພູເຂົາ ສີຫາວົງ ເລຂາຄະນະພັກຮາກຖານ, ຫົວໜ້າ ໂຮງຮຽນການເມືອງ ແລະການປົກຄອງແຂວງສະຫວັນນະເຂດ, ມີຄະນະປະຈຳພັກແຂວງ, ຫົວໜ້າຈັດຕັ້ງແຂວງ ແລະເຈົ້ານະຄອນໄກສອນ ພົມວິຫານ.

         ນັກສຶກສາລະບົບຊັ້ນອະປະລິນຍາຮຸ່ນທີ XV ຈຳນວນ 68 ທ່ານ, ຍິງ 19 ທ່ານ ທີ່ມາຈາກ 3 ແຂວງດັ່ງນີ້: ມາຈາກແຂວງຄໍາມ່ວນ 10 ທ່ານ, ຍິງ 01 ​ທ່ານ, ມາຈາກແຂວງສາລະວັນ 10 ​​ທ່ານ, ຍິງ 03 ທ່ານ, ມາຈາກ ແຂວງສະຫວັນນະເຂດ​ຈຳ​ນວນ 48 ທ່ານ, ຍິງ 15 ທ່ານ, ມາຈາກຂົງເຂດປ້ອງກັນຊາດ ປ້ອງກັນຄວາມສະຫງົບມີ 9 ທ່ານ, ຍິງ 1 ທ່ານ, ນອກນັ້ນ, ມາ​ຈາກບັນດາ 14 ຕົວເມືອງ, 1 ນະຄອນໄກສອນພົມວິຫານ ຈຳນວນໜຶ່ງ ແລະພະແນກການອ້ອມຂ້າງຂອງແຂວງ ເຊິ່ງໄດ້ເປັນການປະກອບສ່ວນອັນສຳຄັນເຂົ້າໃນການກໍ່ສ້າງຖັນແຖວພະນັກງານນຳພາ, ຄຸ້ມຄອງ, ພະນັກງານຫຼັກແຫຼ່ງໃຫ້ແກ່ 3 ແຂວງຄື: ແຂວງສະຫວັນນະເຂດ, ແຂວງຄຳມ່ວນ ແລະແຂວງສາລະວັນ ແນໃສ່ຕອບສະໜອງໃຫ້ແກ່ການນໍາພາ-ຊີ້ນຳ, ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະລະບຽບກົດໝາຍຂອງລັດໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.

ໃນພິທີ ທ່ານພູເຂົາ ສີຫາວົງ ໄດ້ຜ່ານບົດສະຫຼຸບລາຍງານ ໃນຊຸດຮຽນລະບົບຊັ້ນອະນຸປະລິນຍາ ຮຸ່ນທີ XIV ຊຶ່ງໄດ້ຜ່ານການຄົ້ນຄວ້າຮໍ່າຮຽນມີວິຊາ ທັງໝົດ 32 ວິຊາ ແລະມີການປ້ອງກັນບົດຈົບຊັ້ນ, ວິຊາຮຽນທັງໝົດມີ ຢູ່ 80 ໜ່ວຍກິດ, ຂຶ້ນຫ້ອງມີ 58 ໜ່ວຍກິດ, ສຳມະນາ ແລະສອບເສັງມີ 31 ໜ່ວຍກິດ ແລະໄປທັດສະນະ, ລົງເຮັດຕົວຈິງ 18 ໜ່ວຍກິດ, ລວມທັງ. ໝົດໃນຫຼັກສູດມີ 1.712 ຊົ່ວໂມງ, ມີການສອບເສັງລະດັບ ສມປຊ ມີ 6 ວິຊາ ໃນນີ້ສອບເສັງລະດັບໂຮງຮຽນ 32 ວິ ຊາໂດຍມີ: ເສັງປະລາໄນ 10 ວິຊາ, ເສັງເປີດ 19 ວິຊາ, ເສັງປິດ 3ວິຊາ; ໂດຍປະຕິບັດຕາມໂຄງການຫຼັກສູດການຮຽນການສອນ ແລະແບ່ງຕາມໝວດກຸ່ມວິຊາມີດັ່ງນີ້: ໝວດວິຊາຄວາມຮູ້ທົ່ວໄປ ມີ 528 ຊົ່ວໂມງ, ໝວດວິຊາເຕັກນິກທົ່ວໄປ ມີ 208 ຊົ່ວໂມງ, ໝວດວິຊາສະເພາະ ມີ 944 ຊົ່ວໂມງ, ໝວດວິຊາເລືອກມີ 32 ຊົ່ວໂມງ, ຈັດປະເພດຄົ້ນຄວ້າຮໍ່າຮຽນ ຂອງນັກສຶກສາ ໃນຈໍານວນ 68 ທ່ານ, ຍິງ 19 ທ່ານ, ຮຽນໄດ້ປະເພດດີເລີດ (Grade A) ຊຶ່ງມີຄ່າຄະແນນແຕ່ 3,9 ຫາ 4, ມີ 31 ທ່ານ, ຍິງ 09 ທ່ານ ເທົ່າກັບ 45,59% ແລະຮຽນໄດ້ປະເພດດີຫຼາຍ (Grade B+) ຊຶ່ງມີຄ່າຄະແນນແຕ່ 3,5 ຫາ 3,8 ມີ 37 ທ່ານ, ຍິງ 10 ທ່ານ ເທົ່າກັບ 44,41%.

         ເພື່ອເປັນການຢັັ້ງຢືນຜົນສຳເລັດໃນການສຶກສາຮ່ຳຮຽນທິດສະດີ 2 ປີ ຈຶ່ງໄດ້ມອບໃບປະກາສະນີ ຍະບັດ ໃຫ້ເແດ່ຜູ້ສຳເລັດຊຶ່ງໃຫ້ກຽດມອບໂດຍ: ທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມທັງໂອ້ລົມຕໍ່ກັບນັກສຶກສາທີ່ສຳເລັດຮຽນທິດສະດີ​ເພື່ອ​ເປັນ​ທິດ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຕໍ່ໜ້າວ່າ:

         1). ພວກ​ເຮົາ​ກຳລັງ​ຕັ້ງໜ້າຈັດ​ຕັ້ງປະຕິບັດ​ເກືອບ​ຈະ​ຮອດ​ເຄິ່ງສະ​ໄໝ ​ເນື້ອ​ໃນ​ຈິດ​ໃຈ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ, ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີຄັ້ງ​ທີ 9, 2 ວາລະ​ແຫ່​ງຊາດ, ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ອົງຄະ​ນະ​ພັກ​ແຂວງ​ສະຫວັນ​ນະ​ເຂດ, ​ແຂວງ​ຄຳ​ມ່ວນ, ​ແຂວງ​ສາລະ​ວັນ​​ເຂົ້າ​ສູ່​ວຽກ​ງານ​ຕົວ​ຈິງ. ສະ​ນັ້ນ, ຄວາມ​ຮູ້, ຄວາມ​ເຂົ້າ​ໃຈ​ທີ່​ພວກ​ເຮົາ​ສະ​ສົມ​ຈາກ​ພຶດຕິ​ກຳ​ຕົວ​ຈິ່ງ ກໍ​ຄື​ຄວາມ​ຮູ້​ທີ່​ໄດ້​ຮັບ​ຈາກ​ຄູ-ອາຈານ ຂໍ​ໃຫ້​ບັນດາ​ສະຫາຍ​ນຳ​ໄປ​ຄົ້ນ ຄວ້າ​ຢ່າງ​ເລິກ​ເຊິ່ງ, ໝູນ​ໃຊ້​ເຂົ້າ​ສູ່​ພຶດຕິ​ກຳ​ຕົວ​ຈິງ​ໃຫ້​ເກີດ​ປະ​ໂຫຍ​ດສູງ​ສຸດ​ໃຫ້​ແກ່​ກົມ​ກອງ, ຂະ​ແໜງ​ການ, ການຈັດ​ຕັ້ງ​ແລະປະ​ເທດ​ຊາດ. ສຳລັບ 2 ວາລະ​ແຫ່ງ​ຊາດຮຽກຮ້ອງ​ໃຫ້​ພວກ​ເຮົາ​ຕ້ອງ​ຮ່ວມ​ແຮງ​ຮ່ວມ​ໃຈ ​ການຈັດ​ຕັ້ງ​ປປະຕິບັດ​ໃຫ້​ສຳ​ເລັດ​ຢ່າງ​ເປັນ​ຮູບ​ປະ​ທຳ. ດັ່ງ​ນັ້ນ, ມັນ​ຮຽກຮ້ອງ​ໃຫ້​ພວກ​ເຮົາ​ຕ້ອງ​ກ້າ​ຄິດ, ກ້າ​ຮັບຜິດຊອບ, ສ້າງ​ການ​ຫັນປ່ຽນ​ຢ່າງ​ແຂງ​ແຮງ, ​ເລິກ​ເຊິ່ງ​ ແລະ​ຮອບດ້ານ​ໃນ​ຂົງ​ເຂດ​ວຽກ​ງານ​ທີ່​ຕົນ​ຮັບຜິດຊອບ. ຢາກ​ບັນລຸ​ໄດ້​ຄື​ແນວ​ນັ້ນ​ມັນ​ຮຽກຮ້ອງ​ໃຫ້​ບັນດາ​ສະຫາຍຕ້ອງ​ກຳ​ແໜ້ນ​ວິທີ​ວິທະຍາ​ ແລະວິທະຍາສາດ​ຂອງ​ລັດທິ​ ມາກ-​ເລ​ນິນ​ ແລະ​ແນວ​ຄິດ​ ໄກສອນ ພົມວິຫານ ​ທີ່​ໄດ້​ຮຽນ​ມາ, ກຳ​ແໜ້ນ​ສະພາບ​ຄວາມ​ເປັນ​ຈິງ, ປຶກສາ​ຫາລື​ກັບ​ໝູ່​ຄະນະ​ກ່ຽວ​ກັບ​ວິທີ​ການ, ຮູບ​ການ​ນຳ​ໃຊ້​ບົດຮຽນ​​ເຂົ້າ​ສູ່​ວຽກ​ງານ​ຕົວ​ຈິງ​ຢ່າງ​ປະດິດ​ສ້າງ​ແລະ​ສອດຄ່ອງ​ກັບສະພາບຄວາມເປັນຈິງ​​ ແລະສອດຄ່ອງ​ກັບແນວທາງ​ນະ​ໂຍບາຍ​ຂອງ​ພັກ-ລັດ. ກໍ່ໃຫ້ເກີດມີການຫັນປ່ຽນໃນໜ້າທີ່ວຽກງານກໍຄືຂະບວນການຕ່າງໆ, ຫຼີກລ່ຽງແນວຄິດຫວນຄືນສູ່ສະພາບເດີມຄືຕອນບໍ່ທັນໄດ້ມາຮຽນ ພວກເຮົາຕ້ອງຍຶດໝັ້ນທິດນຳເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແມ່ນເນັ້ນໃສ່ການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະຮອບດ້ານ ເຮົາຕ້ອງສະແດງໃຫ້ໝູ່ຄະນະໄດ້ເຫັນການປ່ຽນແປງຂອງເຮົາສົມກັບວ່າໄດ້ຮຽນທິດສະດີການເມືອງ-ການປົກຄອງເປັນເວລາ 2 ປີຕ້ອງມີການປ່ຽນແປງໃນທາງທີ່ດີຂຶ້ນອີຫຼີ.

         2). ບັນດາ​ສະຫາຍຈົ່ງສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄວາມຮູ້ຄວາມສາມາດ, ຄຸນສົມບັດ ແລະແບບແຜນວິທີເຮັດວຽກເພື່ອກຽມພ້ອມເປັນພະນັກງານນຳພາຫຼັກແຫຼ່ງທີ່ໜັກແໜ້ນ ແລະຄົບຖ້ວນສົມບູນທາງດ້ານມາດຕະຖານ ແລະເງື່ອນໄຂຕ່າງໆ ຕາມທີ່ພັກ-ລັດຕ້ອງການ.

3). ອີກຢ່າງໜຶ່ງ, ບັນດາ​ສະຫາຍ​ແມ່ນ​ຜະລິດ​ຕະພັນຊຸດ​ໜຶ່ງ​ທີ່​ມີ​ຄຸນ​ນະພາ​ບຂອງ​ໂຮງຮຽນ​ແຫ່ງ​ນີ້, ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ຢ່າງ​ໜັກ​ແໜ້ນວ່າ:ບັນດາ​ ສະຫາຍ​ນັກ​ສຶກສາ​ທີ່​ຈົບ​ອອກ​ໄປ​ໃນ​ເທື່ອ​ນີ້ ຈະ​ຮັກສາ​​ຊື່​ສຽງກຽດ​ສັກ​ສີ​ຂອງ​ຕົນກໍ​ຄື​ຂອງ​ໂຮງ ຮຽນ;ການ​ເຄື່ອນ​ໄຫວ, ການ​ປະພຶດ​ທຸກ​ຢ່າງຕ້ອງ​ໄດ້​ຮັບ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ການຈັດ​ຕັ້ງພັກ-ລັດ, ຈາກ​ປະຊາຊົນຊຶ່ງ​ໄດ້​ຝາກ​ຄວາມ​ຫວັງ​​ໄວ້ນຳ​ບັນດາ​ສະຫາຍ​ໝົດ​ທຸກ​ສະຫາຍ, ​ເພາະສະ​ນັ້ນ, ບໍ່​ວ່າ​ຈະ​ຢູ່​ແຫ່ງ​ຫົນ​ໃດ, ​ໃນ​ໜ້າ​ທີ່​ວຽກ​ງານ​ອັນ​ໃດຈະຕ້ອງໄດ້ຄົ້ນຄິດ, ການ​ປະພຶດ ​ແລະກະທຳ​ອັນ​ໃດ​ກໍ​ຕ້ອງ​ຄຳນຶງ​ ແລະຍຶດໝັ້ນ​ໃນ​ທາດ​ແທ້​ຂອງ​ຊົນ​ຊັ້ນ​ກຳມະກອນ​ຂອງ​ພັກຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ;  ​ເຄົາລົບ ​ແລະປະຕິບັດ​ກົດໝາຍ ​ແລະລະບຽບການ​ຕ່າງໆ ​ຂອງ​ລັດຢ່າງ​ເປັນ​ເຈົ້າ​ການ.

ຂ່າວ: ຕາອັອດ ແສນທະວີສຸກ
ພາບ: ໂຮງຮຽນການເມືອງ ແລະ ການປົກຄອງແຂວງສະຫວັນນະເຂດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ