ເພື່ອເປັນການຈັດຕັ້ງປະຕິບັດ ແລະຜັນຂະຫຍາຍແຜນດຳເນີນງານຂອງຄະນະໜ່ວຍພັກ ປທ ຮຸ່ນ XVIII ຫ້ອງ ກ ແລະ ຫ້ອງ ຂ ໃຫ້ໄດ້ຮັບຄຸນນະພາບ ແລະສອດຄ່ອງກັບຫຼັກສູດການຮຽນ-ການສອນ ຂອງ ສມປຊ ວາງອອກຢ່າງເຂັ້ມງວດ ເພື່ອຕອບສະໜອງຄວາມຮຽກຕ້ອງການ ໃນເງື່ອນໄຂໃໝ່, ສາມາດເພີ່ມທະວີການນຳພາ-ຊີ້ນໍາ, ການຈັດຕັ້ງປະຕິບັດແນວທາງນະໂຍບາຍຕ່າງໆ ໃຫ້ປະສົບຜົນສຳເລັດຕາມລະດັບ​ຄາດ​ທີ່ວາງໄວ້ ແລະສ້າງໃຫ້ໄດ້ພື້ນຖານການເມືອງອັນໜັກແໜ້ນ. ສະນັ້ນ, ໜ່ວຍພັກນັກຄົ້ນຄວ້າ ປທ XVIII ຫ້ອງ ກ ແລະຫ້ອງ ຂ ໄດ້ດຳເນີນກອງປະຊຸມ ສະຫຼຸບຕີລາຄາຄືນການຈັດຕັ້ງເຄື່ອນໄຫວວຽກງານໃນ 3 ເດືອນຜ່ານທີ່ມາຂຶ້ນໃນວັນທີ 25 ມັງກອນ 2023 (ຕອນເຊົ້າ ຫ້ອງ ກ ແລະ ຕອນແລງ ຫ້ອງ ຂ) ໃຫ້ກຽດເປັນປະທານໂດຍ: ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ມີຕາງໜ້າກົມຈັດຕັ້ງ-ພະນັກງານ, ຄູປະຈຳຫ້ອງ ແລະຕາງໜ້າໜ່ວຍພັກຮາກຖານ ນັກສຶກສາເຂົ້າຮ່ວມ.

    ໃນພິທີເລຂາໜ່ວຍພັກຮາກຖານ ສະ​ຫາຍ ສີພັນ ພົມມະນີ ຫ້ອງ ກ ແລະສະຫາຍ ສາຍສະໝອນ ນັນທະລັງ ສີ ຫ້ອງ ຂ ທັງສອງສະຫາຍໄດ້​ຂຶ້ນ​ກ່າວ​​ເປີດກອງ​ປະຊຸມຄັ້ງນີ້​ຢ່າງ​ເປັນ​ທາງ​ການ ແລະຜ່ານຮ່າງບົດສະຫຼຸບການເຄື່ອນໄຫວນຳພາ-ຊີ້ນຳໃນໄລຍະ 3 ເດືອນທີ່ຜ່ານມາ ແລະທິດທາງແຜນການປີ 2023 ຊຶ່ງເນື້ອໃນ ສະຫາຍໄດ້ຍົກໃຫ້ເຫັນ ສະ ພາບການຮຽນ-ການສອນ ໃນໄລຍະຜ່ານມາແມ່ນໄດ້ຜ່ານຜ່າຄວາມຫຍຸ່ງຍາກນາໆ ປະການເປັນຕົ້ນແມ່ນສະພາບການຮຽນ-ການສອນ, ສະພາບເສດຖະກິດໃນປັດຈຸບັນທີ່ພົບກັບຄ່າຄອງຊີບສູງ ແຕ່ສະມາຊິກພັກທຸກສະຫາຍກໍໄດ້ສຸມໃສ່ຍົກສູງຄວາມຮັບຜິດຊອບອົດທົນຜ່ານຜ່າ ແລະປະຍັດຄຽງຄູ່ກັບການນໍາພາ-ຊີ້ນໍາສະມາຊິກພັກທະວີສຶກສາອົບຮົບການເມືອງ-ນຳພາແນວຄິດ, ດ້ວຍການຈັດຕັ້ງເຊື່ອມຊຶມມະຕິ, ຄຳສັ່ງຂອງພັກ ທີ່ສະຖາບັນການເມືອງ ແລະ ການປົກຄອງຈັດຂື້ນໄປຄຽງຄູ່ກັບການກອງປະຊຸມສະຫຼຸບສ່ອງແສງປະຈຳ 3 ເດືອນ ແລະປະຈຳປີຂອງໜ່ວຍພັກ ໃຫ້ເລິກເຊິ່ງເຖິງຖອງ, ເພີ່ມທະວີຄວາມສາມັກຄີພາຍໃນພັກ, ສະມາຊິກພັກຢ່າງໜັກແໜ້ນ, ຕັ້ງໜ້າປະຕິບັດການປັບປຸງ, ກໍ່ສ້າງພັກຕາມ 5 ຫຼັັກການ 3 ທິດນຳຂອງພັກຢ່າງເຂັ້ມງວດ ແລະເລິກເຊິ່ງ, ເອົາໃຈໃສ່ການຕິດຕາມ, ກວດກາພັກ ແລະປະເມີນຜົນເປັນວຽກປົກກະຕິຂອງໜ່ວຍພັກ, ຈຸພັກ ແລະເຮັດວຽກງານປ້ອງກັນພາຍໃນພັກ. ສັງລວມແລ້ວຄະນະພັກທັງສອງຫ້ອງທ່ີ່ຜ່ານມາໄດ້ຂໍທິດຊີ້ ນໍາຈາກຄະນະພັກຂັ້ນເທີງເປັນປົກກະຕິ, ຕໍ່ເນື່ອງ ແລະສາມາດແກ້ໄຂບັນຫາຕ່າງໆ ຢ່າງທັນການ, ເຕົ້າໂຮມຄວາມສາມັກຄີທົ່ວສະມາຊີພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເອົາໃຈໃສ່ນໍາພາ-ຊີ້ນໍາ, ຕິດຕາມ, ກວດກາອົງການຈັດຕັ້ງມະຫາຊົນ ແລະໜ່ວຍງານທີ່ກ່ຽວຂ້ອງ, ເພີ່ມທະວີຄວາມເປັນເຈົ້າການຂອງແຕ່ລະຈຸພັກ ໃນການປະສານສົມທົບກັບຄູ-ອາ ຈານ ແລະພາກສ່ວນຕ່າງໆ ທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຢ່າງເປັນປະຈຳ.

         ນອກນັ້ນ, ເພື່ອເປັນການສຳຫຼວດຄືນ ຕໍ່ຄະນະໜ່ວຍພັກຊຸດເກົ່າ ພ້ອມທັງໄດ້ຜ່ານບົດສຳຫຼວດການນຳພາ-ຊີ້ນໍາລວມຂອງຄະນະໜ່ວຍພັກທີ່ຜ່ານມາ, ໂດຍໄດ້ຕີລາຄາສູງຕໍ່ຄວາມພະຍາຍາມໃນການນຳພາ-ຊີ້ນໍາ ຂອງຄະນະໜ່ວຍພັກຊຸດທີ່ຜ່ານມາ, ເຊິ່ງການນຳພາ-ຊີ້ນໍາຂອງໜ່ວຍພັກໃນໄລຍະ 3 ເດືອນຜ່ານມາເຖິງແມ່ນວ່າຈະເປັນໄລຍະສັ້ນໆ ກໍ່ຕາມແຕ່ກໍ່ໄດ້ເຮັດສຳເລັດວຽກງານໄດ້ຫຼາຍດ້ານຊຶ່ງຜົນງານດັ່ງກ່າວເປັນໄດ້ໜໍ່ແໜງອັນດີ ແລະເປັນການເອກອ້າງໃຫ້ເຫັນເຖິງຜົນສຳເລັດອັນຕັ້ງໜ້າໃນເບື້ອງຕົ້ນຂອງໜ່ວຍພັກ, ຕາມທິດທາງຄາດໝາຍທີ່ໄດ້ກຳນົດໄວ້ ໃນມະຕິກອງປະຊຸມຂອງອົງ ຄະນະພັກ ສມປຊ ຜ່ານມາ.

         ຫຼັງຈາກນັ້ນ, ທີ່ປະຊຸມໄດ້ພ້ອມກັນໃຊ້ສິດ ປະຊາທິປະໄຕ ຂອງຕົນປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊຸດໃໝ່ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ໄດ້ກຳນົດໄວ້ຊື່ງມີຜູ້ອອກຮັບສະໝັກເລືອກຕັ້ງຈຳນວນ 07 ສະຫາຍ, ຍິງ 02 ສະຫາຍ; ຊຶ່ງຜ່ານການປ່ອນບັດໄດ້ເລືອກເອົາ 05 ສະຫາຍ, ຍິງ 1 ສະຫາຍ ແລະຜົນກອງປະຊຸມປະຖົມມະລືກໄດ້ຕົກລົງເປັນເອກະພາບກັນເລືອກເອົາດັ່ງນີ້:

– ນັກສຶກສາ ປະລິນຍາໂທ ຮຸ່ນທີ XVIII ຫ້ອງ ກ

  1. ສະຫາຍ ນ. ບົວຄົມ ຂານສຸວົງ ເປັນເລຂາໜ່ວຍພັກ
  2. ສະຫາຍ ໄຊສະຫວາດ ສຸດທິວົງ ເປັນຮອງເລຂາໜ່ວຍພັກ
  3. ສະຫາຍ ບຸນທະວີ ບັນດາສັກ ເປັນກໍາມະການ, ເປັນຜູ້ກວດກາໜ່ວຍພັກຮາກຖານ
  4. ສະຫາຍ ຄໍາຜອງ ພົມມະສອນ ເປັນຄະນະຫ້ອງ.
  5. ສະຫາຍ ໄວຄູນ ບັນດາສັກ ເປັນຄະນະຫ້ອງ

– ນັກສຶກສາ ປະລິນຍາໂທ ຮຸ່ນທີ XVIII ຫ້ອງ ຂ

  1. ສະຫາຍ ບຸນຖອງ ລາດສະວົງສຸກ ເປັນເລຂາໜ່ວຍພັກ
  2. ສະຫາຍ ຈິນດາ ກະທາທອງ ເປັນຮອງເລຂາໜ່ວຍພັກ
  3. ສະຫາຍ ຄໍາຫຼ້າ ວັນນາຮັກ ເປັນກໍາມະການ, ເປັນຜູ້ກວດກາໜ່ວຍພັກຮາກຖານ
  4. ສະຫາຍ ນາງ ກົງແກ້ວ ອິນທະວົງ ເປັນຄະນະຫ້ອງ.
  5. ສະຫາຍ ນາງ ປາໃນ ວຽງວິໄລ ເປັນຄະນະຫ້ອງ.

         ກອງປະຊຸມໄດ້ຮັບກຽດຟັງການໂອ້ລົມ ຈາກສະຫາຍ ຮສ ພູວົງ ອຸ່ນຄຳແສນ ຊຶ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານຂອງຄະນະໜ່ວຍພັກຊຸດເກົ່າ ກໍ່ຄືສະມາຊິກພັກທຸກສະຫາຍ ຍາດມາໄດ້ໃນໄລຍະ 3 ເດືອນທີ່ຜ່ານມາ, ພ້ອມກັນນັ້ນສະຫາຍຍັງໄດ້ໃຫ້ທິດຊີ້ນຳເພື່ອສືບຕໍ່ເສີມຂະຫຍາຍດ້ານດີທີ່ຕັ້ງໜ້າ ແລະປັບປຸງແກ້ໄຂດ້ານອ່ອນ-ຂໍ້ຄົງຄ້າງ ແຕ່ລະດ້ານໃຫ້ຕົກໄປ ແລະຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ສືບຕໍ່ນຳພາ-ຊີ້ນຳ ຈັດຕັ້ງຜັນຂະຫຍາຍ ແລະປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ສຳເລັດຜົນ, ໃຫ້ສອດຄ່ອງຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ກໍ່ຄືແຜນຍຸດທະສາດການສຶກສາຂອງ ສມປຊ ເວົ້າລວມ, ເວົ້າສະເພາະແມ່ນວຽກງານການສຶກສາ ຂອງນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XVIII ຫ້ອງ ກ ແລະຫ້ອງ ຂ ໃຫ້ມີຜົນສຳເລັດຕາມແຜນການທີ່ໄດ້ກຳນົດ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ