ໃນຕອນບ່າຍ ຂອງວັນທີ 24 ມັງກອນ2023, ສະຫະພັນກໍາມະບານ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ຈັດຕັ້ງພິທີປາຖະກະຖາວັນສ້າງຕັ້ງກໍາມະບານລາວ ຄົບຮອບ 67 ປີ (01 ກຸມພາ 1956-01 ກຸມພາ 2023), ຂຶ້ນຢູ່ທີ່ສະໂມສອນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ໃຫ້ກຽດປາຖະກະຖາໂດຍ: ທ່ານ ປອ ສາຍຄໍາ ມູນມະນີວົງ ຄະນະບໍລິຫານງານພັກ ແລະຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຄະນະພັກ-ຄະນະນໍາ ສມປຊ, ມີພະນັກງານ, ຄູ-ອາຈານ ແລະນັກສຶກສາ ກໍຄືສະມາຊິກກໍາມະບານໃນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ.

ເນື້ອໃນປາຖະກະຖາ ໄດ້ຍົກໃຫ້ເຫັນຄວາມເປັນມາ ຂອງວັນສ້າງຕັ້ງກໍາມະບານລາວໂດຍສະເພາະແມ່ນສະພາບແວດລ້ອມທີ່ພາໃຫ້ກໍາເນີດຊົນຊັ້ນກໍາມະກອນລາວ ແລະສະຫະພັນກໍາມະບານລາວ; ຍົກໃຫ້ເຫັນເຖິງຂະບວນວິວັດປະຫວັດສາດແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງກໍາມະບານລາວທີ່ນັບມື້ເຕີບໃຫຍ່ເຂັ້ມແຂງ, ໄດ້ມີຜົນສໍາເລັດອັນພົ້ນເດັ່ນໃນຫຼາຍດ້ານ ແລະຂໍ້ຈໍາກັດ ພ້ອມດ້ວຍບົດຮຽນທີ່ຖອດຖອນໄດ້ຈໍານວນໜຶ່ງ ໂດຍໄດ້ກໍານົດທິດທາງໃນການພັດທະນາວຽກງານກໍາມະບານລາວຢ່າງຕັ້ງໜ້າ ຕິດພັນກັບການປົກປ້ອງສິດ ແລະຜົນປະໂຫຍດອັນຊອບທໍາ ຂອງຊົນຊັ້ນກໍາມະກອນ ແລະຊາວຜູ້ອອກແຮງງານລາວ.

ກໍາມະບານລາວ ມີຂະບວນວິວັດຕິດພັນແໜ້ນກັບການເຕີບໃຫຍ່ຂະຫຍາຍຕົວ ຂອງກໍາມະກອນ ແລະຊາວຜູ້ອອກແຮງງານລາວ, ເປັນຕົ້ນແມ່ນໃນໄລຍະແຫ່ງການຕໍ່ສູ້ຕ້ານກັບລັດທິລ່າເມືອງຂຶ້ນແບບເກົ່າ ແລະແບບໃໝ່ ທີ່ຊີ້ໃຫ້ເຫັນເຖິງສະພາບຄວາມເປັນຈິງຂອງກໍາມະກອນ ແລະຊາວຜູ້ອອກແຮງງານລາວ ໃນສະພາບການຮຸກຮານ ແລະປົກຄອງ ເປັນເມືອງຂຶ້ນຂອງຈັກກະພັດຕ່າງດ້າວ ເຊິ່ງມີການກົດຂີ່ຂູດຮີດແຮງງານ, ຊີວິດການເປັນຢູ່ ຂອງກໍາມະກອນ-ຊາວຜູ້ອອກແຮງງານ ບໍ່ໄດ້ຮັບການເບິ່ງແຍງດູແລທີ່ເໝາະສົມ ແລະພາຍໃຕ້ການນໍາພາ-ຊີ້ນໍາ ຂອງພັກຄອມມູນິດອິນດູຈິນ ກໍຄືພັກປະຊາຊົນປະຕິວັດລາວ ໃນໄລຍະຕໍ່ມາເຮັດໃຫ້ຂະບວນການຕໍ່ສູ້ຂອງກໍາມະກອນ ແລະຊາວຜູ້ອອກແຮງງານລາວ ເຕີບໃຫຍ່ເຂັ້ມແຂງຂຶ້ນເປັນກ້າວໆ ໂດຍສະເພາະກໍາມະກອນລາວ ໄດ້ປະກອບສ່ວນຢ່າງແຂງແຮງເຂົ້າໃນປະຕິບັດພາລະກິດປະຕິວັດຊາດ ປະຊາທິປະໄຕ ແລະພາລະກິດໃນການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ; ພ້ອມທັງ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງກໍາມະກອນລາວ ຊາວຜູ້ອອກແຮງງານລາວຢ່າງຕັ້ງໜ້າ. ໂດຍສະເພາະນັບແຕ່ປີ 1956 ຮອດປີ 2023 ສະຫະພັນກໍາມະບານລາວ ໄດ້ມີບາດກ້າວປ່ຽນແປງໃໝ່ໃນຫຼາຍດ້ານ ເປັນຕົ້ນໄດ້ເອົາໃຈໃສ່ປະຕິບັດພາລະບົດບາດຂອງຕົນ, ເອົາໃຈໃສ່ປັບປຸງການຈັດຕັ້ງໃຫ້ມີຄວາມເຂັ້ມແຂງໜັກແໜ້ນຂຶ້ນເປັນກ້າວໆ ເຊິ່ງສະແດງອອກແຈ້ງ ໃນສະໄໝກອງປະຊຸມໃຫຍ່ຄັ້ງທີ I ຂອງສະຫະພັນກໍາມະບານລາວ ມີສະມາຊິກກໍາມະບານທົ່ວປະເທດທັງໝົດ 50,000 ກວ່າສະຫາຍ, ມີ 1.424 ຮາກຖານ ແລະມາຮອດສະໄໝກອງປະຊຸມໃຫ່ຍຜູ້ແທນສະຫະພັນກໍາມະບານລາວທົ່ວປະເທດຄັ້ງທີ VIII ໃນປີ 2020 ໄດ້ມີສະມາຊິກກໍາມະບານລາວທົ່ວປະເທດທັງໝົດ 227.718 ສະຫາຍ, ມີ 5.259 ຮາກຖານ. ນອກນີ້ກໍຍັງມີຜົນງານພົ້ນເດັ່ນໃນຫຼາຍດ້ານ ເປັນຕົ້ນໄດ້ສ້າງກອງທຶນມີ 34 ກອງທຶນ, ມີສະມາຊິກກອງທຶນ162.516 ສະຫາຍ, ມີເງິນກອງທຶນທັງໝົດ 45 ຕື່ກວ່າກິບ; ມາຮອດປີ 1991 ສະຫະພັນກໍາມະບານໄດ້ສະເໜີຄໍາເຫັນ ແລະກະຕຸກຊຸກຍູ້ຄ່າງແຮງງານຂັ້ນຕໍ່າ ຂອງກໍາມະກອນແລະ ຜູ້ອອກແຮງງານໃນຂົງເຂດວິສາຫະກິດ ໂດຍລັດຖະບານໄດ້ກໍານົດຈາກ 26.000 ກີບຕໍ່ຄົນ/ເດືອນ ຮອດປີ 2022 ໄດ້ປັບປຸງຄ່າແຮງງານເປັນ 1.300.000 ກີບຕໍ່ຄົນ/ເດືອນ; ສະຫະພັນກໍາມະບານຍັງໄດ້ພົວພັນຮ່ວມມືກັບກໍາມະບານປະເທດເພື່ອນມິດ ແລະບັນດາອົງການຈັດຕັ້ງສາກົນ, ບັນດາອົງການຈັດຕັ້ງບໍ່ສັງກັດລັດຖະບານ ແລະຜົນງານອື່ນໆຢ່າງຫຼວງຫຼາຍ.

ຈາກຜົນສໍາເລັດອັນພົ້ນເດັ່ນໃນການເຄື່ອນໄຫວ ຂອງສະຫະພັນກໍາມະບານລາວທີ່ກ່າວມານັ້ນກໍຍັງສາມາດໄຈ້ແຍກ ແລະຊີ້ໃຫ້ເຫັນເຖິງຂໍ້ຄົງຄ້າງ, ບົດຮຽນໃນໄລຍະຜ່ານມາຈໍານວນໜຶ່ງໃນການເຄື່ອນໄຫວວຽກງານ ທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງຢ່າງເປັນຮູບປະທໍາ ເຊິ່ງສະຫະພັນກໍາມະບານລາວ ກໍໄດ້ກໍານົດເປັນທິດທາງ ແລະເປັນວຽກງານຈຸດສຸມ ຂອງສະຫະພັນກໍາມະບານລາວ ໃນຕໍ່ໜ້າຢ່າງລະອຽດສົມຄວນ.

ຜ່ານການຮັບຟັງການປາຖະກະຖາໃນຄັ້ງນີ້ ເປັນການປະກອບສ່ວນສໍາຄັນເຂົ້າໃນການສ້າງຂະບວນການຂອງສະຫະພັນກໍາມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງຕໍ່ຂະບວນວິວັດ ແລະຜົນງານ, ຂໍ້ຄົງຄ້າງ ແລະທິດທາງໃນການແກ້ໄຂບັນຫາໃນຕໍ່ໜ້າ ຂອງສະຫະພັນກໍາມະບານລາວ ເພື່ອເຮັດໃຫ້ຖັນແຖວພະນັກງານ, ຄູ-ອາຈານ ແລະນັກສຶກສາ ກໍຄືສະມາຊິກກໍາມະບານ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຮັບຮູ້ ເຂົ້າໃຈແຈ້ງຢ່າງຖືກຕ້ອງຕໍ່ຂະບວນວິວັດປະຫວັດສາດ ກໍຄືມູນເຊື້ອຂອງສະຫະພັນກໍາມະບານລາວ ເພື່ອສ້າງຄວາມເປັນເອກະພາບທາງດ້ານແນວຄິດ ແລະການກະທໍາໃນຖັນແຖວການຈັດຕັ້ງ ແລະສະມາຊິກກໍາມະບານທຸກຂັ້ນໃນທົ່ວສະຖາບັນ.

ຂ່າວ: ປອ ສີສົມພອນ ວົງພະຈັນ
ພາບ: ນ. ທິດດາວອນ ດວງປະເສີດ

ຂ່າວອື່ນໆ