ໃນຕອນແລງຂອງວັນທີ 30 ພະຈິກ 2022 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເຜີຍແຜ່ເອກະສານກ່ຽວກັບກົດລະບຽບວ່າດ້ວຍການຄຸ້ມຄອງເຄື່ອງໃຊ້ຫ້ອງການ ແລະຊັບສິນຂອງລັດ ຊຶ່ງໃນນັ້ນມີລະບຽບຄຸ້ມຄອງນຳໃຊ້ນ້ຳປະປາ, ຄຸ້ມຄອງ-ນຳໃຊ້ລົດ ສມປຊ, ທີ່ດີນ, ເຮືອນລັດ ແລະ ຫໍພັກ ຂອງ ສມປຊ ເພື່ອແນໃສ່ເຮັດໃຫ້ການຄຸ້ມຄອງ, ນຳໃຊ້ມີຄວາມເປັນເອກະພາບ, ປະຢັດ, ໂປ່ງໃສ ແລະສາມາດກວດສອບໄດ້. ນອກຈາກນີ້ຍັງເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ-ນຳໃຊ້ທີ່ເປັນຊັບສິນຂອງລັດຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໃຫ້ຖືກຕ້ອງ ແລະສອດຄ່ອງຕາມລະບຽບກົດໝາຍ.

         ກອງປະຊຸມ ໄດ້ຮັບຟັງການລາຍງານກົດລະບຽບວ່າດ້ວຍການຄຸ້ມຄອງ-ນຳໃຊ້ ຈາກ ທ່ານ ປທ ຄົມວິກິດ ສິມມະລິວົງ ຮອງຫົວໜ້າຫ້ອງການ ເຊິ່ງທ່ານໄດ້ກ່າວຈຸດປະສົງ ແລະຜ່ານເອກະສານ ຄຸ້ມຄອງ-ນຳໃຊ້ ວ່າ: ເພື່ອຍົກສູງສະຕິຂອງພະນັກງານ, ຄູ-ອາຈານ ແລະນັກສຶກສາໃນການຄຸ້ມຄອງ, ນຳໃຊ້ຊັບສິນຂອງລັດໂດຍສະເພາະແມ່ນການປະຢັດພະລັງງານໄຟຟ້າ, ນ້ຳປະປາ, ເຄື່ອງໃຊ້ຫ້ອງການໃຫ້ມີປະສິດທິພາບ ແລະປະສິດທິຜົນສູງຂຶ້ນກວ່າເກົ່າກົດລະບຽບການຄຸ້ມຄອງ ແລະນໍາໃຊ້ທີ່ດິນ ແລະເຮືອນພັກ, ຫໍພັກ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສ້າງຂຶ້ນມາເພື່ອຄວາມເປັນເອກະພາບ ແລະເປັນບ່ອນອີງໃນການຈັດຕັ້ງປະຕິບັດນະໂຍບາຍຕໍ່ພະນັກງານ, ຄູ-ອາຈານ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນການດຳເນີນວຽກງານຕ່າງໆ ຂອງສະຖາບັນໃຫ້ມີປະສິດທິພາບ ແລະປະສິດທິຜົນສູງ.

         ນອກນັ້ນ, ທ່ານໄດ້ກ່າວຕື່ມວ່າ: ການຈັດສັນພະນັກງານ, ຄູ-ອາຈານ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນການຄຸ້ມຄອງ ແລະນໍາໃຊ້ທີ່ດິນ ແລະເຮືອນພັກ, ຫໍພັກແມ່ນຕ້ອງໃຫ້ຖືກເປົ້າໝາຍ ແລະຮັບ ປະກັນຄວາມຍືນຍົງ ແລະກົດລະບຽບແມ່ນສ້າງຂຶ້ນເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ແລະນໍາໃຊ້ໃຫ້ມີຄວາມເປັນເອກະພາບ, ຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ.

         ຜູ້ເຂົ້າຮ່ວມໃນທີ່ປະຊຸມໄດ້ສະແດງຄຳຄິດຄຳເຫັນຕໍ່ກັບເອກະສານດັ່ງກ່າວ, ທີ່ມາເຜີຍແຜ່ ຊຶ່ງມີຫຼາຍທັດສະນະຕໍ່ກັບລະບຽບການຄຸ້ມຄອງ-ນຳໃຊ້ ພ້ອມທັງປັບປຸງເນື້ອໃນໃຫ້ສອດຄ່ອງກັບສະພາບເງື່ອນໄຂປັດຈຸບັນ.

         ກອງປະຊຸມດັ່ງກ່າວ, ພາຍໃຕ້ການເປັນປະທານກອງປະຊຸມຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ, ສູນຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ