ເພື່ອເຮັດໃຫ້ແຜນການຮຽນ-ການສອນທິດສະການເມືອງຂັ້ນສູງ 9 ເດືອນ ຮຸ່ນທີ I ເຊິ່ງເປັນຊຸດປະຖົມມະລືກ ແລະທັງຕອບສະໜອງໄດ້ທາງດ້ານເນຶ້ອໃນ, ຄູ-ອາຈານ ແລະການບໍລິຫານຄຸ້ມຄອງແກ່ຊຸດຮຽນ, ຮັບປະກັນໄດ້ທາງດ້ານປະລິມານ, ຄຸນນະພາບ, ເວລາ ແລະມີຜົນສໍາເລັດທີ່ໄດ້ກຳນົດໄວ້ໃນແຜນການຮຽນ-ການສອນທຸກປະການ.

ສະນັ້ນ, ອີງຕາມມະ​ຕິຕົກລົງຂອງ ​ເລ​ຂາ​ຄະນະສູນ​ກາງ​ພັກສະ​ບັບ​ເລກ​ທີ 244/ຄ​ລ​ສ​ພ, ລົງ​ວັນ​ທີ 24 ພະ​ຈິກ 2022 ວ່າ​ດ້ວຍ​ການ​ອະ​ນຸ​ມັດ​ພະ​ນັກ​ງານ​ນຳ​ພາ​-ຄຸ້ມ​ຄອງ​ໄປ​ບຳ​ລຸງ​ທິດ​ສະ​ດີ​ການ​ເມືອງລະ​ບົບ 9 ເດືອນ ຮຸ່ນທີ I ຢູ່ສະ​ຖາ​ບັນ​ການ​ເມືອງ ​ແລະການ​ປົກຄອງ​ແຫ່ງ​ຊາດປະຈຳສົກປີ 2022-2023.

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈຶ່ງໄດ້ເປີດຊຸດເຝິກອົບຮົມທິດສະການເມືອງຂັ້ນສູງ 9 ເດືອນ ຮຸ່ນທີ I ໃນວັນທີ 30 ພະຈິກ 2022 ໃຫ້ກຽດເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນ​ຄຳ​ແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ, ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ແລະສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ.

         ໃນພິທີໄດ້ຮັບຟັງແຜນການເຄື່ອນໄຫວການຮຽນ-ການສອນ ຕະຫຼອດໄລຍະ 9 ເດືອນ ຈາກທ່ານ ປທ ແສງແກ້ວ ວົງລໍາພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນເປັນຕົ້ນແມ່ນ:  ຈຸດພິເສດການສ້າງເນື້ອໃນຫຼັກສູດນີ້ ​ແມ່ນໄດ້​ຮັບ​ການ​ກຳນົດ​ຢ່າງ​​ເປັນ​ລະບົບ, ຜ່ານ​ການ​ໄປເກັບກໍາຂໍ້​ມູນທັງພາຍໃນ ແລະຕ່າງປະເທດ, ມີການປຶກສາຫາລືຫຼາຍຝ່າຍ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ຄວາມຈໍາເປັນທີ່ຈະຕ້ອງໄດ້ຮຽນຮູ້ ແລະເຂົ້າໃຈຢ່າງເລິກເຊິ່ງ ສໍາລັບສະມາຊິກພັກທັງຢູ່ສູນກາງ ແລະທ້ອງຖິ່ນ ຫຼັງຈາກນັ້ນກໍໄດ້ກໍານົດຄວາມ​ສອດຄ່ອງ​ຂອງ​ຫົວ​ຂໍ້​ ແລະໄດ້​​ແຕ່ງຕັ້ງອາຈານ​ຜູ້​ຊ່ຽວຊານ​​ຮັບຜິດຊອບຂຽນເນື້ອໃນບົດສອນ ແລະບັນນາ​ທິ​ການ​​ຕາມ​ຂັ້ນຕອນ ແລະສະເໜີຂໍຜ່ານຮັບຮອງຈາກສະພາທິດສະດີສູນກາງພັກຄັ້ງວັນທີ 23 ມິຖຸນາ 2022.

         ໃນ​ຊຸດນີ້ຜູ້ເຂົ້າຮຽນຈະໄດ້ຄົ້ນຄວ້າຮ່ຳຮຽນ 7 ກຸ່ມວິຊາຮຽນ ແລະຂຽນບົດປ້ອງກັນຈົບຂັ້ນລວມ 1,113 ຊມ ຫຼື 152 ບົດຄື:

1). ກຸ່ມ​ວິຊາປັດ​ຊະ​ຍາມາກ-ເລນິນ ປະກອບ​ມີ 9 ບົດ, ລວມ ມີ 68 ຊມ, ກຸ່ມວິຊາວັດທະນະທໍາ ແລະຄຸນສົມບັດປະກອບມີ 6 ບົດ ລວມມີ 46 ຊມ ແລະກຸ່ມວິຊາສາສະໜາປະກອບມີ 4 ບົດ, ລວມ 33 ຊມ, ​ໃນນັ້ນຈະປະກອບມີການບັນລະຍາຍ, ຟັງລາຍງານເພີ່ມ, ຄົ້ນຄວ້າ, ສໍາມະນາ, ແກ້ຂໍ້ຂ້ອງໃຈ ແລະຂຽນບົດຈົບວິຊາ.

2). ກຸ່ມວິຊາເສດຖະສາດການເມືອງມາກ-ເລນິນ ປະກອບ​ມີ 20 ບົດ ລວມ128 ຊົ່ວ​ໂມງ, ກຸ່ມວິຊາຄຸ້ມຄອງເສດຖະກິດປະກອບມີ 9 ບົດ ລວມ 55 ຊົ່ວໂມງ.

3). ກຸ່ມວິຊາລັດທິສັງຄົມນິຍົມວິທະຍາສາດປະກອບ​ມີ 10 ບົດ ລວມ54 ຊົ່ວ​ໂມງ, ການເມືອງວິທະຍາປະກອບມີ 7 ບົດ ລວມ 36 ຊມ, ພົວພັນສາກົນປະກອບມີ 6 ບົດ ລວມ 31 ຊມ, ສັງຄົມສາດປະກອບມີ 6 ບົດ ລວມ 30 ຊົ່ວໂມງ, ເຜົ່າວິທະຍາປະກອບມີ 5 ບົດ ລວມ 26ຊມ ແລະປ້ອງກັນຊາດ-ປ້ອງກັນຄວາມສະຫງົບປະກອບມີ 6 ບົດ ລວມ 31 ຊມ ແລະວິຊາບົດບາດຍິງ-ຊາຍ ປະກອບມີ 5 ບົດ ລວມ 24 ຊມ.

4). ແນວຄິດ ໄກສອນ ພົມວິຫານ ປະກອບ​ມີ10 ບົດລວມທັງ​ໝົດ 90 ຊມ;

5). ກຸ່ມວິຊາພື້ນຖານການຄຸ້ມຄອງບໍລິຫານລັດ ປະກອບ​ມີ 8 ບົດ ລວມທັງ​ໝົດ 65 ຊມ, ກຸ່ມທິດສະດີລັດ-ກົດໝາຍປະກອບມີ 7 ບົດ ລວມ 57 ຊມ ແລະກຸ່ມວິຊາບໍລິຫານປະກອບມີ 7 ບົດ ລວມ 58 ຊມ.

6). ກຸ່ມວິຊາປະຫວັດສາດພັກປະກອບມີ 4 ບົດ ລວມ 35 ຊມ, ກໍ່ສ້າງພັກປະກອບ​ມີ 10 ບົດ ລວມ 74 ຊມ ແລະຈິດຕະສາດ-ຂົນຂວາຍປະກອບມີ 4 ບົດ ລວມ 29 ຊມ.

7). ກຸ່ມວິຊາບັງຄັບ ແລະຫົວຂໍ້ລາຍງານເພີ່ມປະກອບມີ 9 ຫົວຂໍ້ ລວມ 63 ຊມ.

+ ຂຽນບົດຈົບຊັ້ນ 142 ຊມ ໃນນັ້ນນໍາໃຊ້ການເຄື່ອນໄຫວຄື:

– ແນະນໍາຫົວຂໍ້ ແລະແນະນໍາຂຽນບົດ ລວມ 4 ຊົ່ວ​ໂມງ;

– ແນະນໍາປ້ອງກັນບົດ 14 ຊມ ແລະລົງເກັບກໍາຂໍ້ມູນ 120 ຊມ.

ໃນຕອນທ້າຍ ທ່ານ ຮສ ພູ​ວົງ ອຸ່ນ​ຄຳ​ແສນ ໄດ້ເນັ້ນໜັກ 4 ຈຸດຄື:

  1. ຮຽກຮ້ອງໃຫ້ບັນດາຜູ້ທີ່ໄດ້ຄັດເລືອກເຂົ້າມາຮຽນປະຕິບັດລະບຽບວິໄນຢ່າງເຂັ້ມງວດ, ເຄື່ອນໄຫວຕາມລະບຽບ ແລະກໍໃຫ້ມີຄວາມສາມັກຄີແລກປ່ຽນປະສົບການເຊິ່ງກັນ ແລະກັນ.
  2. ຕ້ອງຮັບຮູ້ຢ່າງເລິກເຊິ່ງຕໍ່ໜ້າທີ່ການເມືອງຂອງຕົນເອງ, ເຝິກຝົນຫຼໍ່ຫຼອມຄຸນທາດການເມືອງ, ສິນທໍາປະຕິວັດ, ການຄົ້ນຄວ້າບັນດາເອກະສານ, ນິຕິກໍາ, ບັນດາເອກະສານ, ເພີ່ມທະວີການຮໍ່າຮຽນກັບໝູນໃຊ້ພຶດຕິກໍາຕົວຈິງເຂົ້າໃນການຮໍ່າຮຽນ.
  3. ການຮຽນຕ້ອງມີວິທີ ທີ່ເໜາະສົມກັບເງື່ອນໄຂກັບສະພາບທີ່ເໝາະສົມຂອງຕົນເອງ, ໃຫ້ມີຄວາມເຂັ້ມງວດ, ປະຕິບັດຕາມພາລະບົດບາດ, ຕາມຫຼັກສູດ, ຊອກຫາເຫດ ແລະຜົນ, ຊອກບັນດາພຶດຕິກໍາຕົວຈິງໃຫ້ສອດຄ່ອງກັບທິດສະດີ ແລະຊອກຮູ້ຮໍ່າຮຽນໃຫ້ຫຼາຍຂຶ້້ນ.
  4. ປະຕິບັດບັນດາຈຸດໜາຍ, ບັນດາຄາດໜາຍ, ສຸຂະພາບຮ່າງກາຍຕ້ອງແຂງແຮງ, ສຸຂະພາບຈິດກໍໃຫ້ປອດໂປ່ງ ແລະຕ້ອງມີເວລາພັກຜ່ອນອອກກໍາລັງກາຍຕາມໂມງຕາມເວລາ.

ນອກຈາກນັ້ນ, ກໍຍັງເນັ້ນໜັກໃຫ້ບັນດາຄູ-ອາຈານທີ່ຂຶ້້ນຫ້ອງສິດສອນບັນຍາຍໃຫ້ນັກຮຽນຕ້ອງຮັບປະກັນໃຫ້ມີທັງທິດສະດີພ້ອມທັງພຶດຕິກໍາ, ສ້າງບົດຮຽນອັນໃໝ່, ວິທີການສິດສອນແບບໃໜ່ໂດຍເອົານັກຮຽນເປັນຈຸດໃຈກາງ ແລະຊອກຮູ້ຄົ້ນຄວ້າໃຫ້ຫຼາຍຂຶ້ນຕື່ມ.

ໃນວາລະດັ່ງກ່າວ, ຍັງໄດ້ຈັດຕັ້ງເຜີຍແຜ່ເອກະສານສຳຄັນຂອງພັກເປັນຕົ້ນ: ມະຕິກອງປະຊຸມຄົບຄະນະບໍລິ ຫານງານສູນກາງພັກຄັ້ງທີ V ສະໄໝທີ XI, ມະຕິວ່າດ້ວຍການຕີລາຄາພະນັກງານ, ມະຕິວ່າດ້ວຍການຕີລາຄາພະນັກ ງານ, ຄຳສັ່ງແນະນຳກ່ຽວກັບການຜັນຂະຫຍາຍຜົນສຳເລັດກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ, ແຈ້ງການ ກ່ຽວກັບສືບຕໍ່ຂະບວນການຮັກຊາດ ແລະພັດທະນາ ແລະການປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ.

         ຊຶ່ງທັງ 5 ເອກະສານ ເປັນມະຕິທີ່ກໍານົດຫຼັກການ, ລະບຽບການ, ວິທີການ, ຂັ້ນຕອນ ແລະເນື້ອໃນທີ່ສ່ອງແສງໃຫ້ເຫັນຄື:

  1. ເພື່ອຮັບປະກັນການດຳເນີນການຕີລາຄາພະນັກງານຢ່າງພາວະວິໄສ, ແນໃສ່ກໍາແໜ້ນພະນັກງານຢ່າງ ຮອບດ້ານທັງດ້ານຕັ້ງໜ້າ ແລະດ້ານຫຍໍ້ທໍ້ຂອງພະນັກງານ ເພື່ອບຳລຸງ-ກໍ່ສ້າງ ແລະນຳໃຊ້ໃຫ້ຖືກຕ້ອງສອດຄ່ອງກັບຄວາມຮູ້-ຄວາມສາມາດຂອງພະນັກງານ.
  2. ເພື່ອເປັນທິດໃຫ້ແກ່ການຜັນຂະຫຍາຍ ຜົນສຳເລັດຂອງກອງປະຊຸມ ວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະວຽກງານ 3 ສ້າງ ໃຫ້ເຂົ້າສູ່ຕົວຈິງ ແລະເປັນຮູບປະທຳ.
  3. ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດກຳນົດພະນັກງານນຳພາ-ຄຸ້ມຄອງ ບັນລຸລະດັບຄາດໝາຍ, ສ້າງໄດ້ພະນັກງານນໍາພາ-ຄຸ້ມຄອງ ແຕ່ລະຂັ້ນມີຄຸນນະພາບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງວຽກງານໃນສະເພາະໜ້າ ແລະຍາວນານ, ຈຶ່ງແຈ້ງມາຍັງບັນດາສະຫາຍໃນຄະນະປະຈຳພັກ, ຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງວຽງຈັນ ເພີ່ມທະວີຄວາມເອົາໃຈໃສ່ຕໍ່ບາງວຽກງານ.
  4. ເພື່ອສືບຕໍ່ປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະສ້າງສາປະເທດຊາດ, ໂດຍສະເພາະການ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຂອງພັກຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ການຜັນຂະຫຍາຍເນື້ອໃນການແຂ່ງຂັນຮັກຊາດ ແລະພັດທະນາ ທີ່ໄດ້ຮັບຮອງໃນກອງປະຊຸມສະຫຼຸບຕີລາຄາຂະບວນການແຂ່ງຂັນຮັກຊາດ ແລະພັດທະນາ ແລະທິດທາງແຜນການຮອດປີ 2025.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ