ໃນຕອນເຊົ້າວັນທີ 28 ພະຈິກ ທີ່ຫ້ອງ ປະຊຸມຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ, ກົມຂ່າວສານ ສູນກາງສະຫະພັນກໍາມະບານໄດ້ພົບປະຢ້ຽມຢາມ ແລະແລກປ່ຽນບົດຮຽນວຽກງານວາລະສານທິດສະດີການເມືອງ-ການປົກຄອງ, ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ.

         ໃຫ້ກຽດນໍາພາຄະນະໂດຍ: ທ່ານ ນ. ພອນປະເສີດ ກິ່ງວົງສາ ຫົວໜ້າກົມຂ່າວສານ ສູນກາງສະຫະພັນກໍາມະບານລາວພ້ອມດ້ວຍຄະນະ 7 ທ່ານ ແລະເປັນກຽດຕ້ອນຮັບໂດຍ: ທ່ານ ປທ ນ. ວະໄລລັກ ອະໄພ ພ້ອມດ້ວຍຄະ ນະ, ຕາງໜ້າພະແນກພາຍໃນສູນຂໍ້ມູນ, ເຊິ່ງການພົບປະຢ້ຽມຢາມ ແລະແລກປ່ຽນບົດຮຽນຄັ້ງນີ້ຕ່າງຝ່າຍຕ່າງກໍ່ໄດ້ລາຍງານສະພາບລວມວຽກງານຂໍ້ມູນຂ່າວສານ. ນອກນັ້ນ, ທັງໄດ້ໄດ້ປຶກສາຫາລືກ່ຽວກັບການຈໍາໜ່າຍວາລະສານ, ການແຈກຢາຍວາລະສານເພື່ອເຜີຍແຜ່ວຽກງານຂອງພັກ-ລັດ, ບັນດານະໂຍບາຍ, ກົດລະບຽບ, ນິຕິກໍາຕ່າງໆ ແລະບັນດາໂຄງປະກອບຂອງວາລະສານ, ການແກ້ໄຂບັນຫາໃນການໝູນໃຊ້ພຶດຕິກໍາແນວທາງຂອງພັກ-ລັດເຂົ້າໃນການຂຽນວາລະສານ.

         ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້, ໄດ້ເຮັດໃຫ້ຕ່າງຝ່າຍໄດ້ຮັບຮູ້ສະພາບໂດຍລວມຂອງວຽກງານການສະໜອງຂໍ້ມູນຂ່າວສານ, ການຜະລິດໜັງສືພິມ, ວາລະສານເພື່ອໄດ້ແລກປ່ຽນຄໍາຄິດຄໍາເຫັນ ແລະໄດ້ເປີດກວ້າງປຶກສາຫາລືພ້ອມທັງຕີລາຄາ ສະພາບການປະຕິບັດວຽກງານຕົວຈິງທີ່ຜ່ານມາ ກ່ຽວກັບບັນດາວຽກງານວາລະສານ.

ຫຼັງຈາກສໍາເລັດການແລກປ່ຽນປຶກສາຫາລືແລ້ວ ທ່ານ ປທ ນ. ວະໄລລັກ ອະໄພ ກໍໄດ້ກ່າວຄໍາຂອບໃຈ ມາຍັງກົມຂ່າວສານ ສູນກາງສະຫະພັນກໍາມະບານລາວ ພ້ອມດ້ວຍຄະນະທີ່ໄດ້ໃຫ້ກຽດລົງມາຢ້ຽມຢາມ ແລະກໍໄດ້ນໍາພາຢ້ຽມຊົມຫໍສະໝຸດ ພ້ອມທັງມອບປຶ້ມວາລະສານ ແລະປຶ້ມນິພົນໂຮ່ຈິມິນຄົບຊຸດ 15 ເຫຼັ່ມ ນິພົນເລືອກເຟັ້ນກາກ-ມາກ 5 ເຫຼັ່ມ, ວັດຈະນານຸກົມແປຄຳສັບໃນນິພົນຄົບຊຸດໂຮ່ຈີມິນ 1 ຫົວ ແລະວາລະສານ 10 ຫົວ.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ